ປັດໄຈລາຄາສິນຄ້າພາຍໃນ ສູງກວ່າຕ່າງປະເທດ

34

 

ເຖິງວ່າຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຕັ້ງໜ້າຜັນຂະຫຍາຍກົດໝາຍກໍຄືດຳລັດ ເລກທີ 474/ນຍ ແຕ່ຂອດການຈັດຕັ້ງປະຕິບັດຍັງມີຫຼາຍສິ່ງທ້າທາຍ ໂດຍກ່ຽວຂ້ອງກັບຫຼາຍກະຊວງ ພາໃຫ້ລາຄາສິນຄ້າພາຍໃນສູງ ພ້ອມສະເໜີທຸກພາກສ່ວນເປັນເຈົ້າການຮ່ວມກັນນັບແຕ່ຢູ່ດ່ານຈົນຮອດຂອດການຜະລິດ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໃນວັນທີ 26 ມິຖຸນາ ວ່າ: ກະຊວງ ອຄ ໄດ້ອອກນິຕິກຳລຸ່ມກົດໝາຍຈຳນວນຫຼາຍສະບັບ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລາຄາສິນຄ້າ.

ສໍາລັບສາເຫດທີ່ພາໃຫ້ມີການເໜັງຕີງຂອງລາຄາສິນຄ້າ ປັດໄຈພາຍນອກເສດຖະກິດລາວຍັງເປັນເສດຖະກິດທີ່ຕ້ອງເພິ່ງພາການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ. ສະນັ້ນ, ຈຶ່ງຫຼີກລຽງບໍ່ໄດ້ທີ່ລາຄາພາຍໃນປະເທດຈະມີການຜັນປ່ຽນໄປຕາມສະພາບລາຄາຂອງຕະຫຼາດໂລກ ກໍຄືລາຄາໃນປະເທດເພື່ອນບ້ານ ແລະ ເງິນຕາ.

ສິນຄ້າອຸປະໂພກ – ບໍລິໂພກສ່ວນ   ໃຫຍ່ແມ່ນນໍາເຂົ້າຈາກປະເທດໄທ. ດັ່ງນັ້ນ, ການເໜັງຕີງຂອງລາຄາສິນຄ້າໃນປະເທດໄທ ແນ່ນອນຈະກະທົບໂດຍກົງຕໍ່ລະດັບລາຄາສິນຄ້າໃນປະເທດເຮົາ ( ລະດັບຄວາມພົວພັນມີຫຼາຍກວ່າ 90% ). ຄຽງຄູ່ກັນນັ້ນ, ການທີ່ລະດັບລາຄາສິນຄ້າອຸປະໂພກ – ບໍລິໂພກໃນປະເທດໄທ ຖືກກວ່າລາຄາສິນຄ້າໃນປະເທດເຮົາ ດັ່ງທີ່ເປັນຢູ່ໃນປັດຈຸບັນກໍເປັນສາເຫດເຮັດໃຫ້ປະຊາຊົນລາວຜູ້ທີ່ມີລາຍໄດ້ລະດັບປານກາງຫາສູງ ຂ້າມໄປຊື້ສິນຄ້າອຸປະໂພກ – ບໍລິໂພກ ແລະ ມີບາງສ່ວນໄດ້ນໍາເຂົ້າສິນຄ້າເຫຼົ່ານັ້ນມາຂາຍໃນປະເທດເຮັດໃຫ້ຜູ້ຜະລິດ ຫຼື ຜູ້ປະກອບການພາຍໃນບໍ່ສາມາດແຂ່ງຂັນຈົນເກີດປາກົດການຫຍໍ້ທໍ້ ແລະ ບໍ່ສາມາດເຕີບໂຕໄດ້.

ປັດໄຈພາຍໃນເສດຖະກິດລາວ ຍັງເປັນເສດຖະກິດອ່ອນນ້ອຍ, ຜູ້ຜະລິດຂະໜາດນ້ອຍມີຫຼາຍ, ແຕ່ຍັງຂາດຄວາມເປັນຜູ້ປະກອບການ, ການນໍາໃຊ້ເຕັກນິກ ແລະ ເຕັກໂນໂລຊີຍັງບໍ່ທັນສູງ ໂດຍສະເພາະໃນຂະແໜງກະສິກໍາທີ່ມີປະສິດທິພາບການຜະລິດຕໍ່າ ແລະ ການຜະລິດບໍ່ທັນຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມທາງດ້ານປະລິມານ, ຄຸນນະພາບກໍຄືລາຄາ. ພ້ອມກັນນັ້ນ, ບັນດານະໂຍບາຍເສດຖະກິດມະຫາພາກຍັງບໍ່ທັນມີລັກສະນະສົ່ງເສີມການຜະລິດພາຍໃນຢ່າງແທ້ຈິງເທື່ອ ເຊິ່ງສະແດງອອກ ຄື: ອັດຕາດອກເບ້ຍທະນາຄານຍັງຢູ່ໃນລະດັບສູງ, ການເຂົ້າເຖິງແຫຼ່ງທຶນມີຄວາມຫຍຸ້ງຍາກ, ອັດຕາພາສີ – ອາກອນຍັງຢູ່ໃນລະດັບສູງ.

ດ້ານຕົ້ນທຶນການຜະລິດ: ເວົ້າລວມແລ້ວການຜະລິດສິນຄ້ານັບແຕ່ຂອດຜະລິດຈົນຮອດຂອດຈໍາໜ່າຍສິນຄ້າໃຫ້ຜູ້ບໍລິໂພກຍັງມີຕົ້ນທຶນສູງ ຍ້ອນວ່າວັດຖຸດິບເພື່ອນໍາໃຊ້ການຜະລິດສ່ວນໃຫຍ່ແມ່ນນໍາເຂົ້າຈາກຕ່າງປະເທດ ເຊິ່ງມີທັງຕົ້ນທຶນຄ່າຂົນສົ່ງ ແລະ ຄວາມສ່ຽງທາງດ້ານອັດຕາແລກປ່ຽນ. ນອກຈາກນີ້, ຕົ້ນທຶນດ້ານພາສີ – ອາກອນ ແລະ ຄ່າທໍານຽມຕ່າງໆກໍຍັງສູງ.

ດ້ານສ່ວນຕ່າງລາຄາລະຫວ່າງຂອດການຈໍາໜ່າຍ: ລາຄາສິນຄ້າໃນຕ່ອງໂສ້ການສະໜອງຈາກຜູ້ຜະລິດຫາຜູ້ບໍລິໂພກມີຄວາມແຕກໂຕນກັນສູງຫຼາຍ ເຊິ່ງສ່ວນໜຶ່ງເກີດຈາກຕົ້ນທຶນທີ່ມາຈາກຄ່າໃຊ້ຈ່າຍບໍລິຫານພາຍໃນ, ການສວຍໂອກາດຂອງຜູ້ປະກອບການ, ປັດໄຈໜຶ່ງທີ່ເຮັດໃຫ້ລາຄາສິນຄ້າໃນຕະຫຼາດມີການເໜັງຕີງຂຶ້ນ ນັ້ນແມ່ນປັດໄຈທາງດ້ານຈິດຕະສາດທີ່ຕິດພັນກັບການສວຍໂອກາດຂຶ້ນລາຄາເກີນຈິງຕາມລໍາພັງໃຈ ຕົວຢ່າງ: ໃນໄລຍະເທດສະການບຸນປະເພນີສໍາຄັນຂອງຊາດຕ່າງໆ, ລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆແມ່ນຈະປັບຂຶ້ນສູງ.

ລັກສະນະທາງດ້ານລະດູການ: ສິນຄ້າບາງປະເພດໂດຍສະເພາະແມ່ນພືດຜັກຕ່າງໆມີການເໜັງຕີງຕາມລະດູການ ເຊັ່ນ: ລາຄາຜັກສົດຈະສູງໃນໄລຍະເດືອນ 4 ຫາ ເດືອນ 6 ຂອງປີ ແລະ ລາຄາເຂົ້າຈະສູງໃນໄລຍະເດືອນ 6 ຫາ ເດືອນ 9 ຂອງປີ ຍ້ອນບໍ່ແມ່ນລະດູການເກັບກ່ຽວຜົນລະປູກ.

ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ອໍານາດການປົກຄອງແຂວງ ແລະ ເມືອງ ກໍຄືຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂະແໜງການຕ່າງໆທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ເລກທີ 71/ນຍ ຊ່ວຍຊີ້ນໍາ, ຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຢູ່ທ້ອງຖິ່ນຂອງຂະແໜງການໃຫ້ມີຄວາມເຂັ້ມແຂງ.

ສະເໜີໃຫ້ທຸກພາກສ່ວນມີສ່ວນຮ່ວມໂຄສະນາເຜີຍແຜ່ວຽກດັ່ງກ່າວໃຫ້ສັງຄົມໄດ້ຮັບຊາບ ເຮັດໃຫ້ລາຄາສິນຄ້າ ແລະ ຄ່າບໍລິການມີສະຖຽນລະພາບ, ເໜັງຕີງໃນລະດັບສົມເຫດສົມຜົນເຮັດໃຫ້ສັງຄົມມີຄວາມສະຫງົບ.

ສະເໜີຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງອື່ນໆ ຊ່ວຍຄົ້ນຄວ້າອອກມາດຕະການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າປະເພດສະບຽງອາຫານ, ສິນຄ້າກະສິກໍາສະອາດອື່ນໆ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າຕາມທີ່ຂະແໜງການຄວາມຮັບຜິດຊອບ.

ສະເໜີພາກສ່ວນກ່ຽວຂ້ອງທີ່ປະຈໍາຢູ່ແຕ່ລະດ່ານ ( ພາສີ, ກັກກັນພືດ – ສັດ, ອາຫານ ແລະ ຢາ, ມາດຕະຖານ ແລະ ວັດແທກ ແລະ ອື່ນໆ ) ຊ່ວຍເອົາໃຈໃສ່ເພີ່ມທະວີການກວດກາຄຸນນະພາບສິນຄ້ານໍາເຂົ້າປະເພດສະບຽງອາຫານ ເຊັ່ນ: ຊີ້ນ, ເຄື່ອງໃນສັດ, ປາ, ໄຂ່, ຊິ້ນສ່ວນສັດປີກ, ອາຫານທະເລ, ອາຫານເສີມສໍາເລັດຮູບທີ່ມີສານປົນເປື້ອນ ແລະ ບໍ່ໄດ້ຜ່ານການກວດກາຄຸນນະພາບຈາກພາກສ່ວນທີ່ກ່ຽວຂ້ອງ.

( ຂ່າວ: ພຸດຕີ້ )