Monthly Archives: June, 2019

ການເງິນ-ການບັນຊີ ແລະ IT, 2 ຂະແໜງການ ທີ່ກະຊວງການເງິນຕ້ອງການຮັບເປັນລັດຖະກອນປີນີ້

ຂ່າວດີ! ຂອງກະຊວງການເງິນປະກາດຮັບສະໝັກລັດຖະກອນໃໝ່ປະຈຳປີ 2019 ໄດ້ອອກແຈ້ງການເຖິງຜູ້ທີ່ສົນໃຈຢາກເຮັດວຽກຢູ່ກະຊວງການເງິນຊາບວ່າ: ປັດຈຸບັນກະຊວງການເງິນ ໄດ້ຈັດຕັ້ງການສອບເສັງຄັດເລືອກເອົາລັດຖະກອນໃຫ່ມຜູ້ທີ່ມີຄວາມຮູ້, ຄວາມສາມາດເພື່ອປະກອບໃສ່ຕຳແໜ່ງງານທີ່ຍັງວ່າງ ເຊິ່ງວິຊາສະເພາະທີ່ຕ້ອງການແມ່ນ: ການເງິນ-ການບັນຊີ ແລະ ວິຊາໄອທີ (IT) ເລີ່ມເປີດຮັບເອກະສານສະໜັກສອບເສັງ ນັບແຕ່ວັນທີ 01 ກໍລະກົດ  ແລະ ປິດຄຳຮ້ອງໃນວັນທີ 05 ກໍລະກົດ 2019 ນີ້   ເປັນພຽງພາບປະກອບຂ່າວ   ພາຍໃນແຈ້ງການລະບຸໄວ້ວ່າ: ການສອບສັບຊ້ອນພາຍຫຼັງສອບເສັງໄດ້, ກະຊວງການເງິນ ຈະບໍ່ສັບຊ້ອນຜູ້ທີ່ສອບເສັງໄດ້ໄປສັງກັດຢູ່ຂະແໜງພາສີ...

ຮູ້ຈັກກັບ ຈີ20 ແລະ ການປະຊຸມສຸດຍອດກຸ່ມ ຈີ20

ໃນວັນທີ 28-29 ມິຖຸນາ ນີ້ ຈະມີການຈັດກອງປະຊຸມສຸດຍອດຜູ້ນໍາກຸ່ມ ຈີ20 ຄັ້ງທີ 14 ຂຶ້ນ ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ກ່ອນຈະເລິ່ມຕົ້ນການຈັດປະຊຸມຄັ້ງນີ້ ມາຮູ້ຈັກກັບກຸ່ມປະເທດເຫຼົ່ານີ້ ແລະ ການປະຊຸມສຸດຍອດຜູ້ນໍາກັນກ່ອນດີກວ່າ. ກຸ່ມປະເທດ ຈີ20 ກໍ່ຕັ້ງຂຶ້ນໃນປີ 1999 ເປັນການປະຊຸມຫຼັກ ສໍາລັບຄວາມຮ່ວມມືລະຫວ່າງດ້ານການເງິນ ແລະ ເສດຖະກິດ ມີທັງໝົດ 19...

ສານສາຍສໍາພັນ 2 ແຜ່ນດິນ ກຽມທ່ຽວງານເທດສະການທ່ອງທ່ຽວວັດທະນະທຳເສສວນ

ເປັນອີກໜຶ່ງກິດຈະກໍາສານສາຍສໍາພັນດີໆຂອງສອງປະເທດ ເນື່ອງໃນປີທ່ອງທ່ຽວລາວຈີນ 2019 ເມື່ອເມືອງເສສວນຈະເປີດການທ່ອງທ່ຽວເທດສະການວັດທະນະທຳສາກົນຂຶ້ນ ເປັນສ່ວນໜຶ່ງໃນການສົ່ງເສີມການທ່ອງທ່ຽວລາວ-ຈີນ ສ່ວນຕົວຈິງຈະສວຍງາມໜ້າຈັບໃຈຂະໜາດໃດນັ້ນກຽມໃຈໄປຊົມໃນເດືອນສິງຫາທີ່ຈະມາເຖິງນີ້. ຕາມຂໍ້ມູນຂອງຖະແຫຼງຂ່າວງານເທດສະການທ່ອງທ່ຽວວັດທະນະທຳສາກົນເສສວນ, ເທດສະການແສງໂຄມໄຟໄດໂນເສົາສາກົນນະຄອນຈືກົງ ຄັ້ງທີ 2 ທີ່ຈັດຂຶ້ນໃນວັນທີ 25 ມິຖຸນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ ງານດັ່ງກ່າວນອກຈາກຈະມີວັດທະນະທຳທີ່ໜ້າສຶກສາແລ້ວຍັງເປັນເທດສະການໂຄມໄຟທີ່ສາມາດດຶງດູດຜູ້ເຂົ້າຊົມໄດ້ນັບລ້ານຄົນໃນແຕ່ລະປີ. ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການກຽມຈັດງານເທດສະການໂຄມໄຟສີ ທີ່ເປັນເອກະລັກສະເພາະ ແລະ ໂດດເດັ່ນຂອງເມືອງຈືກົງ ເປັນການປະກອບສ່ວນເຂົ້າໃນການໂຄສະນາສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019,...

ຊຽງຂວາງເດັດຂາດປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດ

     ການສວຍໂອກາດຍາດແຍ່ງເອົາຜົນປະໂຫຍດສ່ວນລວມມາເປັນຂອງສ່ວນຕົວ ແມ່ນໜຶ່ງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຫຼາຍອົງການຈັດຕັ້ງບໍ່ວ່າທາງພາກລັດ ຫຼື ເອກະຊົນ, ຈະເວົ້າໄປແລ້ວເອກະຊົນແມ່ນສາມາດກວດສອບໄດ້ງ່າຍ ແຕ່ວົງການພັກ-ລັດພັດຕ່າງຍ້ອນມີຫຼາຍປັດໄຈ ແນວໃດກໍ່ຕາມບັນຫາດັ່ງກ່າວນີ້ລັດໄດ້ພະຍາມແກ້ໄຂດ້ວຍການສຶກສາອົບຮົມ ແລະ ລົງວິໄນ ພະນັກງານທີ່ກະທຳຜິດ ເຊັ່ນດຽວກັບແຂວງຊຽງຂວາງ ເມື່ອບໍ່ດົນມານີ້ກໍ່ໄດ້ປະຕິບັດວິໄນໄປແລ້ວຈຳນວນໜຶ່ງ ແລະ ຈະສືບຕໍ່ກວດສອບແກ້ໄຂຕໍ່ໄປອີກ ທັງເນັ້ນໃຫ້ລັດຖະກອນເຮັດວຽກຮັບໃຊ້ຊາດ ແລະ ປະຊາຊົນໂດຍແທ້.   ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ   ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ...

ສປຊ ຢໍ້າຕ້ອງຊ່ວຍຟື້ນຟູ-ຍຽວຍາ ‘ເຫຍື່ອຄວາມຮຸນແຮງທາງເພດ ຈາກເຫດຄວາມຂັດແຍ່ງໃນອິຣັກ

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພຸດ 26 ມິຖຸນາ ຜ່ານມາ ວ່າ ກຸ່ມພາລະກິດຊ່ວຍເຫຼືອອິຣັກແຫ່ງສະຫະປະຊາຊາດ (UNAMI: UN Assistance Mission for Iraq) ກ່າວວ່າ ທຸກຝ່າຍຄວນໃຫ້ຄວາມຊ່ວຍເຫຼືອຟື້ນຟູຈິດໃຈເຫຍື່ອຄວາມຮຸນແຮງທາງເພດ ໃນເຫດຄວາມຂັດແຍ່ງຂອງກຸ່ມກໍ່ການຮ້າຍໄອເອັສ (Islamic State) ໃນປະເທດອິຣັກ. ເມື່ອວັນທີ 26 ມິຖຸນາ ທີ່ຜ່ານມາ ເປັນວັນລົບລ້າງຄວາມຮຸນແຮງທາງເພດໃນຄວາມຂັດແຍ່ງສາກົນ (International...

ດີກວ່ານີ້ມີອີກບໍ!!! ລັດກຽມປັບລາຄາໄຟຟ້າຫຼຸດ 50% ສໍາລັບຜູ້ມີລາຍຮັບຕໍ່າ

ລາວເຮົາຖ້າຈະເວົ້າໄປແລ້ວເປັນປະເທດທີ່ມີການຜະລິດໄຟຟ້າຫຼາຍພໍສົມຄວນຢູ່ ແລະ ເງິນທີ່ໄດ້ຈາກການຂາຍໄຟຟ້າກໍ່ໄດ້ປະກອບສ່ວນບໍ່ໜ້ອຍຕໍ່ລາຍຮັບແຫ່ງຊາດໃນແຕ່ລະປີ ແຕ່ຄ່າຊົມໃຊ້ພາຍໃນພັດຍັງແພງຢູ່. ສະນັ້ນ, ຈິ່ງເປັນທີ່ວິພາກວິຈານຫຼາຍຈາກສັງຄົມ ແນວໃດກໍ່ຕາມ ທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ໄດ້ກ່າວມື້ນີ້ວ່າ ລັດຈະພິຈາລະນາຫຼຸດຄ່າໄຟລົງເຖິງ 50% ສຳລັບຜູ້ມີລາຍໄດ້ໜ້ອຍ.   ພາບປະກອບຂ່າວ   ໃນກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ I ປີ 2019 ຄະນະລັດຖະບານ ໄດ້ພິຈາລະນາ ກຽມປັບລາຄາກະແສໄຟຟ້າຄືນໃໝ່ ຈາກທີ່ມີອັດຕາເສຍ 6 ລາຄາໃນປັດຈຸບັນ ອາດປັບມາເສຍໃນລາຄາດຽວ ພ້ອມຫຼຸດ...

ທຣໍາ ຈະເຈລະຈານອກຮອບ “ຈີ20” ກັບ ນາຍົກອິນເດຍ ເລື່ອງກຳແພງພາສີ

ປະທານາທິບໍດີໂດນັລ ທຣໍາ ກ່າວວ່າ ຕົນ "ຮັບບໍ່ໄດ້" ກັບກໍາແພງພາສີຂອງອິນເດຍຮອບຫຼ້າສຸດຕໍ່ສິນຄ້າສະຫະລັດ ແລະ ຕ້ອງການຫາລືກັບນາຍົກລັດຖະມົນຕີນະເຣນທຣາ ໂມດີ ນອກຮອບການປະຊຸມຈີ 20 ທີ່ປະເທດຍີ່ປຸ່ນ ໄລຍະທ້າຍອາທິດນີ້. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ທະວິດຂໍ້ຄວາມ ເມື່ອວັນພຸດ...

ກວ່າ 5 ພັນໂຕ! ມາເລເຊຍຈັບຊາຍອິນເດຍ ລັກລອບນໍາເຂົ້າເຕົ່າຍີ່ປຸ່ນ

ເຈົ້າໜ້າທີ່ພາສີມາເລເຊຍ ຈັບກຸມຊາຍຊາວອິນເດຍ 2 ຄົນ ໂທດຖານພະຍາຍາມລັກລອບນໍາເຕົ່າຍີ່ປຸ່ນ ກວ່າ 5 ພັນໂຕ ເຂົ້າປະເທດເພື່ອນໍາກັບມາຂາຍເປັນສັດລ້ຽງໃນປະເທດຂອງຕົນ. ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ມາເລເຊຍເປັນປະເທດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້ ເຊິ່ງມີສັດປ່າຫາຍາກເຊັ່ນ: ລິງອຸຮັງອຸຕັງ ແລະ ເສືອເປັນຕົ້ນ. ນອກຈາກນັ້ນ, ກໍ່ຍັງເປັນສູນກາງຂອງການລັກລອບຄ້າສັດປ່າດ້ວຍ ຫຼ້າສຸດ...

ການປະກົດຕົວແຫ່ງໂລກໄອທີໃນຍຸກ 5G ແລະ Cloud ໄປກັບຫົວເຫວີຍ ໃນງານ ICT EXPO 2019

ICT EXPO 2019 ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 25 ມິຖຸນາ 2019 ຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ໂດຍທາງກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ພ້ອມກັບຫົວເຫວີຍ ແລະ ຜູ້ປະກອບການຕ່າງໆດ້ານໂທລະຄົມມະນາຄົມເຊັ່ນ LTC, ETL, UNITEL ແລະ ອື່ນໆ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ...

ອາເມຣິກາ ແລະ ເກົາຫຼີເໜືອ ກຽມຈັດກອງປະຊຸມສຸດຍອດຜູ້ນໍາ ທຣໍາ – ຄິມ ຮອບສາມ

ເຈົ້າໜ້າທີ່ສະຫະລັດ ກັບ ເກົາຫຼີເໜືອ ຫາລືກັນແບບບໍ່ເປີດເຜີຍໃນຄວາມພະຍາຍາມທີ່ຈະຈັດປະຊຸມສຸດຍອດ ຄັ້ງທີ 3 ລະຫວ່າງປະທານາທິບໍດີໂດນັລ ທຣໍາ ຂອງສະຫະລັດ ກັບ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ເພື່ອກໍານົດອະນາຄົດຂອງໂຄງການອາວຸດນິວເຄຣຍເກົາຫຼີເໜືອ. ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ປະທານາທິບໍດີມຸນ ແຈ-ອິນ ຂອງເກົາຫຼີໃຕ້ ເປີດເຜີຍວ່າ...
- Advertisment -
Slide
Slide

Most Read

error: Content is protected !!