ສປຊ ຢໍ້າຕ້ອງຊ່ວຍຟື້ນຟູ-ຍຽວຍາ ‘ເຫຍື່ອຄວາມຮຸນແຮງທາງເພດ ຈາກເຫດຄວາມຂັດແຍ່ງໃນອິຣັກ

94

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພຸດ 26 ມິຖຸນາ ຜ່ານມາ ວ່າ ກຸ່ມພາລະກິດຊ່ວຍເຫຼືອອິຣັກແຫ່ງສະຫະປະຊາຊາດ (UNAMI: UN Assistance Mission for Iraq) ກ່າວວ່າ ທຸກຝ່າຍຄວນໃຫ້ຄວາມຊ່ວຍເຫຼືອຟື້ນຟູຈິດໃຈເຫຍື່ອຄວາມຮຸນແຮງທາງເພດ ໃນເຫດຄວາມຂັດແຍ່ງຂອງກຸ່ມກໍ່ການຮ້າຍໄອເອັສ (Islamic State) ໃນປະເທດອິຣັກ.

ເມື່ອວັນທີ 26 ມິຖຸນາ ທີ່ຜ່ານມາ ເປັນວັນລົບລ້າງຄວາມຮຸນແຮງທາງເພດໃນຄວາມຂັດແຍ່ງສາກົນ (International Day Elimination of Sexual Violence in Conflict Day) ແລະ ກຸ່ມພາລະກິດ ຊ່ວຍເຫຼືອອິຣັກແຫ່ງສະຫະປະຊາຊາດ ຮ່ວມກັບລັດຖະບານອິຣັກ ແລະ ລັດຖະບານເຂດປົກຄອງຕົນເອງເຄີດິສຖານ ກໍ່ໄດ້ເຝົ້າສັງເກດບັນຫາດັ່ງກ່າວພາຍໃນປະເທດ.

ທ່ານອະລິຊ ວັລໂພລ ຜູ້ແທນພິເສດແຫ່ງສະຫະປະຊາຊາດປະຈໍາອິຣັກ ຂໍໃຫ້ລັດຖະບານອິຣັກດໍາເນີນນະໂຍບາຍຫຼີກລ່ຽງ ແລະ ຕອບໂຕ້ຄວາມຮຸນແຮງທາງເພດທີ່ເກີດຈາກຄວາມຂັດແຍ່ງ ໂດຍໃຫ້ຄວາມສໍາຄັນກັບເຫຍື່ອຜູ້ລອດຊີວິດເປັນຫຼັກ.

“ຕະຫຼອດໄລຍະເວລາ 3 ປີ ທີ່ເກີດຄວາມຂັດແຍ່ງ ລະຫວ່າງ ອິຣັກ ກັບ ກຸ່ມໄອເອັສ ຜູ້ຍິງ ແລະ ເດັກສາວ ຈໍານວນຫຼາຍຕ້ອງຕົກເປັນເຫຍື່ອຂອງຄວາມຮຸນແຮງອັນໂຫດຮ້າຍຫຼາກຫລາຍຮູບແບບ ລວມເຖິງຄວາມຮຸນແຮງທາງເພດ ທີ່ຖືກນໍາມາໃຊ້ເປັນອາວຸດໃນສົງຄາມດ້ວຍ”.

“ເປັນທີ່ຍອມຮັບກັນໃນວົງກວ້າງວ່າ ການບໍາບັດເຫຍື່ອແບບອົງລວມເປັນວິທີທີ່ດີທີ່ສຸດ ໃນການປິ່ນປົວ ແລະ ຟື້ນຟູຈິດໃຈຂອງພວກເຂົາ ຫຼຸດຄວາມສ່ຽງທີ່ບາດແຜທາງໃຈຈະກັບມາສ້າງຜົນກະທົບກັບພວກເຂົາອີກຄັ້ງ ລວມເຖິງຫຼຸດການຖືກກີດກັນຈາກສັງຄົມ ແລະ ຄວາມຮູ້ສຶກວ່າມີການແບ່ງແຍກດ້ວຍ” ທ່ານວັລໂພລ ກ່າວ.

ທ່ານຮິມຢາ ອັບດຸລມັອກນີ ຮອງຜູ້ແທນກອງທຶນປະຊາກອນແຫ່ງສະຫະປະຊາຊາດ ຫຼື ຢູເອັນເອັຟພີເອ (UNFPA: United Nations Population Fund) ກ່າວວ່າ ຕ້ອງມີການເຄື່ອນໄຫວເພື່ອຈັດການບັນຫານີ້ເພາະ “ເຖິງວ່າສົງຄາມຈະຈົບລົງ ແຕ່ສ່ວນຫຼາຍແລ້ວບັນດາຜູ້ລອດຊີວິດຍັງຕ້ອງທົນທຸກກັບອາການຊຶມເສ້າ”.

ທັງນີ້ ຢູເອັນເອັຟພີເອ ກ່າວວ່າ ທາງໜ່ວຍງານຈະຮ່ວມກັບກຸ່ມຜູ້ບໍລິຈາກ ແລະ ພັນທະມິດ ເພື່ອເດີນໜ້າສ້າງຄວາມໜັກແໜ້ນເຖິງປະເດັນທີ່ບັນດາຜູ້ລອດຊີວິດຈາກຄວາມຂັດແຍ່ງໃນອິຮັກຍັງຄົງຕ້ອງການຄວາມຊ່ວຍເຫຼືອຕໍ່ໄປ.