ຊຽງຂວາງເດັດຂາດປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດ

40

     ການສວຍໂອກາດຍາດແຍ່ງເອົາຜົນປະໂຫຍດສ່ວນລວມມາເປັນຂອງສ່ວນຕົວ ແມ່ນໜຶ່ງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຫຼາຍອົງການຈັດຕັ້ງບໍ່ວ່າທາງພາກລັດ ຫຼື ເອກະຊົນ, ຈະເວົ້າໄປແລ້ວເອກະຊົນແມ່ນສາມາດກວດສອບໄດ້ງ່າຍ ແຕ່ວົງການພັກ-ລັດພັດຕ່າງຍ້ອນມີຫຼາຍປັດໄຈ ແນວໃດກໍ່ຕາມບັນຫາດັ່ງກ່າວນີ້ລັດໄດ້ພະຍາມແກ້ໄຂດ້ວຍການສຶກສາອົບຮົມ ແລະ ລົງວິໄນ ພະນັກງານທີ່ກະທຳຜິດ ເຊັ່ນດຽວກັບແຂວງຊຽງຂວາງ ເມື່ອບໍ່ດົນມານີ້ກໍ່ໄດ້ປະຕິບັດວິໄນໄປແລ້ວຈຳນວນໜຶ່ງ ແລະ ຈະສືບຕໍ່ກວດສອບແກ້ໄຂຕໍ່ໄປອີກ ທັງເນັ້ນໃຫ້ລັດຖະກອນເຮັດວຽກຮັບໃຊ້ຊາດ ແລະ ປະຊາຊົນໂດຍແທ້.

 

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 26-27 ມິຖຸນາ 2019 ນີ້ວ່າ: ພະນັກງານ-ລັດຖະກອນພາຍໃນແຂວງ ຊຽງຂວາງ ຍັງຈໍານວນບໍ່ໜ້ອຍຈະຖືກລົງວິໄນ ເນື່ອງຈາກເຮັດຜິດລະບຽບ ແລະ ກົດໝາຍ, ເມື່ອຕົ້ນເດືອນເມສາ 2019 ຜ່ານມາ, ອົງການປົກຄອງແຂວງໆຊຽງຂວາງແມ່ນໄດ້ອອກມະຕິຕົກລົງປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງຄຸ້ມຄອງ ຈຳນວນ 27 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.

 

ในภาพอาจจะมี 1 คน, กำลังยืน, ชุดสูท และสถานที่ในร่ม

 

ໃນຈຳນວນພະນັກງານ-ລັດຖະກອນ 27 ຄົນທີ່ວ່ານັ້ນ ທາງແຂວງໄດ້ລົງວິໄນພະນັກງານຫຼັກແຫຼ່ງທີ່ເຮັດຜິດລະບຽບ ແລະ ກົດໝາຍໄປກ່ອນແລ້ວ ຈຳນວນ 6  ຄົນ.

ປັດຈຸບັນ ຄະນະກໍາມະການທີ່ກ່ຽວຂ້ອງຂອງແຂວງ ສົມທົບກັບສູນກາງ ພວມສືບຕໍ່ກວດສອບຜູ້ທີ່ເຮັດຜິດລະບຽບ ແລະ ກົດໝາຍຢູ່ບັນດາຂະແໜງການ ໃນແຕ່ລະເມືອງພາຍໃນແຂວງຢ່າງຕໍ່ເນື່ອງ ເພາະຍັງມີຜູ້ກະທໍາຜິດທີ່ບໍ່ທັນໄດ້ຮັບການແກ້ໄຂຢູ່.

ສຳລັບການກະທໍາຜິດທີ່ພົບເຫັນຫຼາຍກວ່າໝູ່ແມ່ນກ່ຽວກັບໄມ້, ຮອງລົງມາແມ່ນກ່ຽວກັບໂຄງການລົງທຶນຂອງລັດ ເນື່ອງຈາກໃນໄລຍະຜ່ານມາ, ແຂວງຊຽງຂວາງ ໄດ້ມີນະໂຍບາຍມອບໂກຕາໄມ້ໃຫ້ພະນັກງານການນໍາ ແລະ ພະນັກງານປະຕິວັດອາວຸໂສພາຍໃນແຂວງ ແຕ່ຍ້ອນຄວາມຫຍຸ້ງຍາກຫຼາຍຢ່າງ ຈຶ່ງເຮັດໃຫ້ບາງຄົນໄດ້ຂາຍໂກຕາໄມ້ທີ່ໄດ້ຮັບໃຫ້ບໍລິສັດ ແຕ່ໃນເວລາໄປຕັດໄມ້ຕົວຈິງ ແມ່ນເກີນໂກຕາທີ່ກໍານົດໄວ້ ແລະ ມີບາງກໍລະນີໂກຕາໄມ້ມີພຽງ 20 ແມັດກ້ອນ ແຕ່ໄປຕັດຕົວຈິງເຖິງ 1.200 ແມັດກ້ອນ.

 

ເປັນພຽງພາບປະກອບຂ່າວ

 

ນອກນີ້, ຍັງມີການເຄື່ອນຍ້າຍໄມ້ຢ່າງບໍ່ຖືກຕ້ອງຕາມລະບຽບການ ແລະ ອື່ນໆ ຍ້ອນພະນັກງານຂະແໜງການກ່ຽວຂ້ອງຈໍານວນໜຶ່ງສົມຮູ້ຮ່ວມຄິດນໍາ ແລະ ມີແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ການກະທໍາຜິດກ່ຽວກັບໄມ້ທີ່ພົບເຫັນຫຼາຍກ່ວາໝູ່ແມ່ນຢູ່ເມືອງໝອກ ຍ້ອນເປັນເມືອງທີ່ຍັງມີໄມ້ລາຄາແພງເປັນຈໍານວນຫຼາຍ. ປັດຈຸບັນ ຍັງມີໄມ້ທີ່ຢຶດໄດ້ຢູ່ເມືອງໝອກ ທີ່ຍັງບໍ່ທັນໄດ້ແກ້ໄຂປະມານ 12.000-13.000 ແມັດກ້ອນ.

ສ່ວນພະນັກງານ-ລັດຖະກອນທີ່ກະທໍາຜິດລະບຽບ ແລະ ກົດໝາຍນີ້, ຖ້າກວດພົບເຫັນກໍ່ຈະລົງວິໄນຢ່າງເໝາະສົມ ແລະ ເດັດຂາດ ໂດຍບໍ່ເລືອກວ່າເປັນຄົນຂອງໃຜ ເພື່ອສົ່ງເສີມໃຫ້ຜູ້ທີ່ເຮັດດີໄດ້ດີ ແລະ ທັງບໍ່ໃຫ້ເກີດສະພາບຄວາມຫຍໍ້ທໍ້ຕ່າງໆຂຶ້ນໃນວຽກງານຂອງອົງການຈັດຕັ້ງພັກ-ລັດ, ທັງເປັນການເພີ່ມຄວາມເຊື່ອໝັ້ນແກ່ປະຊາຊົນໃນການບໍລິຫານລັດອີກຕ່າງຫາກ.

 

ເປັນພຽງພາບປະກອບຂ່າວ

 

ຂໍ້ມູນ: Lao National Radio