ດີກວ່ານີ້ມີອີກບໍ!!! ລັດກຽມປັບລາຄາໄຟຟ້າຫຼຸດ 50% ສໍາລັບຜູ້ມີລາຍຮັບຕໍ່າ

59

ລາວເຮົາຖ້າຈະເວົ້າໄປແລ້ວເປັນປະເທດທີ່ມີການຜະລິດໄຟຟ້າຫຼາຍພໍສົມຄວນຢູ່ ແລະ ເງິນທີ່ໄດ້ຈາກການຂາຍໄຟຟ້າກໍ່ໄດ້ປະກອບສ່ວນບໍ່ໜ້ອຍຕໍ່ລາຍຮັບແຫ່ງຊາດໃນແຕ່ລະປີ ແຕ່ຄ່າຊົມໃຊ້ພາຍໃນພັດຍັງແພງຢູ່. ສະນັ້ນ, ຈິ່ງເປັນທີ່ວິພາກວິຈານຫຼາຍຈາກສັງຄົມ ແນວໃດກໍ່ຕາມ ທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ໄດ້ກ່າວມື້ນີ້ວ່າ ລັດຈະພິຈາລະນາຫຼຸດຄ່າໄຟລົງເຖິງ 50% ສຳລັບຜູ້ມີລາຍໄດ້ໜ້ອຍ.

 

ในภาพอาจจะมี ท้องฟ้า, สะพาน, สถานที่กลางแจ้ง และน้ำ

ພາບປະກອບຂ່າວ

 

ໃນກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ I ປີ 2019 ຄະນະລັດຖະບານ ໄດ້ພິຈາລະນາ ກຽມປັບລາຄາກະແສໄຟຟ້າຄືນໃໝ່ ຈາກທີ່ມີອັດຕາເສຍ 6 ລາຄາໃນປັດຈຸບັນ ອາດປັບມາເສຍໃນລາຄາດຽວ ພ້ອມຫຼຸດ 50% ສໍາລັບຄົວເຮືອນທີ່ໃຊ້ໄຟຟ້າຕໍ່າກວ່າ 150 ກິໂລວັດໂມງຕໍ່ເດືອນລົງມາ.

 

ພາບປະກອບຂ່າວ

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ເມື່ອວັນທີ 27 ມິຖຸນາ ນີ້ວ່າ: ການປັບປຸງລາຄາໄຟຟ້າໃນຄັ້ງນີ້ ເພື່ອແນໃສ່ໃຫ້ສັງຄົມໄດ້ຮັບຄວາມຍຸຕິທຳ ເນື່ອງຈາກວ່າໃນໄລຍະຜ່ານມາ ຄ່າໄຟຟ້າສຳລັບທີ່ຢູ່ອາໄສມີເຖິງ 6 ຂັ້ນ (6 ລາຄາ) ເຊິ່ງແຕ່ລະຂັ້ນມີລາຄາແຕກຕ່າງກັນ ຕັ້ງແຕ່ 348 ກີບ ຈົນເຖິງ 999 ກີບ ຕໍ່ກິໂລວັດໂມງ. ດັ່ງນັ້ນ ໃນເວລາພະນັກງານລົງໄປຈົດນັບຕົວເລກກົງເຕີບໍ່ຖືກເວລາ ກໍເຮັດໃຫ້ຕົວເລກສູງດີດຂຶ້ນກາຍເປັນທີ່ມາຂອງການໄດ້ຈ່າຍຄ່າໄຟແພງ.

 

ຜົນ​ການ​ຊອກຫາ​ສຳລັບ ທ່ານ ຄຳມະນີ

 

ຕໍ່ກັບການປັບຄ່າກະແສໄຟຟ້າດັ່ງກ່າວ ສະມາຊິກລັດຖະບານ ແລະ ເຈົ້າແຂວງຫຼາຍທ່ານ ໄດ້ສະເໜີໃຫ້ປະຕິບັດທາງເລືອກເສຍລາຄາດຽວ ພ້ອມທັງສະເໜີໃຫ້ມີນະໂຍບາຍຕໍ່ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຜູ້ມີລາຍຮັບຕ່ຳ ເຊິ່ງເບື້ອງຕົ້ນໄດ້ກຳນົດເອົາຄົວເຮືອທີ່ຊົມໃຊ້ໄຟຟ້າ 50 ກິໂລວັດໂມງລົງມາ ອາດຈະມີນະໂຍບາຍຫຼຸດລາຄາໃຫ້ 50% ແຕ່ສະມາຊິກລັດຖະບານ ແລະ ບັນດາເຈົ້າແຂວງ ໄດ້ສະເໜີໃຫ້ເພີ່ມຂຶ້ນເປັນ150 ກິໂລວັດໂມງ (ໝາຍຄວາມວ່າ ຄົວເຮືອນໃດທີ່ໃຊ້ໄຟຟ້າ 150 ກິໂລວັດໂມງ/ເດືອນ ລົງມາ) ແມ່ນມີນະໂຍບາຍຫຼຸດ 50%. ດັ່ງນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ ຈະປຶກສາຫາລືກັບພາກສ່ວນກ່ຽວຂ້ອງຕື່ມອີກເພື່ອຫາຂໍ້ຕົກລົງທີ່ເໝາະສົມຄາດວ່າຈະຮູ້ຜົນພາຍໃນປີ 2019 ນີ້.

 

ພາບປະກອບຂ່າວ

 

ການເສຍໃນລາຄາອັດຕາດຽວ (ສຳລັບທີ່ຢູ່ອາໄສ) ແມ່ນກຳນົດເສຍສຳລັບປີ 2019 ແມ່ນ 700 ກີບ/ກິໂລວັດໂມງ, ຖ້າຫາກວ່າຫຼຸດ 50% ກໍຍັງເຫຼືອ 350 ກີບ/ກິໂລວັດໂມງ ແລະ ປີຕໍ່ໆໄປ ຈະຂຶ້ນປີລະ 1% ເທົ່ານັ້ນ. ສໍາລັບລາຄາໄຟຟ້າທີ່ບໍ່ແມ່ນທີ່ຢູ່ອາໄສ ໄດ້ຈັດເປັນ 3 ແຮງດັນຄື: 1 ແຮງດັນ 0,4 ກິໂລໂວນ, 2 ແມ່ນ 22 ກິໂລໂວນ ແລະ 3 ອັດຕາ 115 ກິໂລໂວນ ເຊິ່ງຄ່າກະແສໄຟຟ້າຈະແຕກຕ່າງກັນ.

 

ພາບປະກອບຂ່າວ

 

ສຳລັບການຊົມໃຊ້ໄຟຟ້າຢູ່ ສປປ ລາວ 41% ແມ່ນຊົມໃຊ້ພາກຄົວເຮືອນ ແລະ 43% ແມ່ນພາກອຸດສາຫະກຳ, ໂດຍພາກອຸດສາຫະກຳ – ກະສິກໍາຫຼືແຮງດັນ 0,4 ກິໂລໂວນ ແມ່ນລາຄາ 540 ກີບ/ກິໂລວັດໂມງ ໃນນັ້ນ, ກວມເອົາທຸລະກິດທັງປູກ ທັງລ້ຽງ, ໃນຂະນະທີ່ໂຮງງານປຸງແຕ່ງຜະລິດຕະກະສິກຳ ທີ່ຕິດພັນກັບການຄ້ຳປະກັນສະບຽງອາຫານແມ່ນ 600 ກີບ/ກິໂລວັດໂມງ, ສ່ວນທຸລະກິດ SMEs ຈາກ 779 ກີບ ຫຼຸດລົງມາຢູ່ທີ່ 761 ກີບ/ກິໂລວັນໂມງ.

 

ในภาพอาจจะมี เมฆ, ท้องฟ้า, สถานที่กลางแจ้ง และน้ำ

ພາບປະກອບຂ່າວ