ຮູ້ຈັກກັບ ຈີ20 ແລະ ການປະຊຸມສຸດຍອດກຸ່ມ ຈີ20

43

ໃນວັນທີ 28-29 ມິຖຸນາ ນີ້ ຈະມີການຈັດກອງປະຊຸມສຸດຍອດຜູ້ນໍາກຸ່ມ ຈີ20 ຄັ້ງທີ 14 ຂຶ້ນ ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ກ່ອນຈະເລິ່ມຕົ້ນການຈັດປະຊຸມຄັ້ງນີ້ ມາຮູ້ຈັກກັບກຸ່ມປະເທດເຫຼົ່ານີ້ ແລະ ການປະຊຸມສຸດຍອດຜູ້ນໍາກັນກ່ອນດີກວ່າ.

ກຸ່ມປະເທດ ຈີ20 ກໍ່ຕັ້ງຂຶ້ນໃນປີ 1999 ເປັນການປະຊຸມຫຼັກ ສໍາລັບຄວາມຮ່ວມມືລະຫວ່າງດ້ານການເງິນ ແລະ ເສດຖະກິດ ມີທັງໝົດ 19 ປະເທດ ໄດ້ແກ່: ອາເຈນຕິນາ, ອົສຕຣາລີ, ບຣາຊິລ, ການາດາ, ຈີນ, ຝຣັ່ງ, ເຢຍລະມັນ, ອິນເດຍ, ອິນໂດເນເຊຍ, ອິຕາລີ, ຍີ່ປຸ່ນ, ເມັກຊິໂກ, ຣັສເຊຍ, ຊາອຸດິ ອາຣະບີ, ອາຟຣິກາໃຕ້, ເກົາຫຼີໃຕ້, ຕັວກກີ, ສະຫະຣາຊະອານາຈັກ ແລະ ສະຫະລັດ ອາເມຣິກາ ລວມເຖິງ ສະຫະພາບເອີຣົບ (EU: European Union) ດ້ວຍ.
ໂດຍກຸ່ມປະເທດເຫຼົ່ານີ້ ມີປະຊາກອນເກືອບ 2 ໃນ 3 ຂອງໂລກ ຄອງສັດສ່ວນຫຼາຍກວ່າ 80% ຂອງຜະລິດຕະພັນມວນລວມຂອງໂລກ ແລະ 75% ຂອງການຄ້າໂລກ.

ຕໍ່ມາໃນປີ 2008 ເກີດວິກິດການທາງການເງິນທົ່ວໂລກ ການປະຊຸມລະດັບລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຕ່າງໆໃນກຸ່ມ ຈີ20 ຈຶ່ງຖືກຍົກລະດັບຂຶ້ນເປັນການປະຊຸມລະດັບປະມຸກແຫ່ງລັດ ແລະ ລັດຖະບານ ເພື່ອສົ່ງເສີມຄວາມຮ່ວມມືແກ້ໄຂວິກິດການໃຫ້ດີຍິ່ງຂຶ້ນ ໂດຍໄດ້ຈັດການປະຊຸມສຸດຍອດຄັ້ງທໍາອິດທີ່ນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ໃນປີດຽວກັນນັ້ນເອງ.
ໃນຖານະທີ່ເປັນການປະຊຸມບໍ່ເປັນທາງການ G20 ຈຶ່ງບໍ່ມີສະພາປົກຄອງ ຫຼື ໜ່ວຍງານຖາວອນ ແຕ່ປະເທດໃນກຸ່ມ ຈີ20 ຈະປ່ຽນກັນຂຶ້ນຮັບຕໍາແໜ່ງປະທານ ແລະ ເຈົ້າພາບຂອງການປະຊຸມສຸດຍອດໃນແຕ່ລະຄັ້ງ.

ຕັ້ງແຕ່ປີ 2008 ຈົນເຖິງປັດຈຸບັນ ການປະຊຸມ ຈີ20 ຈັດຂຶ້ນທັງໝົດ 13 ຄັ້ງແລ້ວ ໂດຍຜູ້ນໍາໃນກຸ່ມ ຈີ20 ເຄີຍມາພົບປະກັນ 2 ຄັ້ງ ທີ່ນະຄອນຫຼວງລອນດອນ ແລະ ເມືອງພິດສະເບີກ ໃນປີ 2009 ເມືອງໂຕຣອນໂຕ ແລະ ນະຄອນຫຼວງໂຊ ໃນປີ 2010 ຫຼັງຈາກນັ້ນ ການປະຊຸມສຸດຍອດຜູ້ນໍາຈຶ່ງເລິ່ມຕົ້ນໃນປີ 2011 ໂດຍຈັດປີລະຄັ້ງໃນເມືອງສໍາຄັນຕ່າງໆໄດ້ແກ່: ຄານສ໌, ໂລສ, ຄາຣ໌ໂບສ, ເຊັນປີເຕີສ໌ເບີກ, ບລິສເບນ, ອັນຕັລຢາ, ຫາງໂຈ, ຮໍາບູກ ແລະ ບົວໂນສໄອເຣສ.
ໂດຍຫົວຂໍ້ຫຼັກຂອງການປະຊຸມສຸດທີ່ຈັດຂຶ້ນເຫຼົ່ານີ້ ມັກກ່ຽວຂ້ອງກັບການຮັບມືກັບພາວະເສດຖະກິດຖົດຖອຍ, ການຄວບຄຸມຕະຫຼາດການເງິນລະຫວ່າງປະເທດ, ການຕໍ່ສູ້ການຫຼີກລ່ຽງພາສີ ແລະ ການສົ່ງເສີມນະໂຍບາຍການພັດທະນາ.

ສ່ວນການປະຊຸມສຸດຍອດທີ່ຈະຈັດຂຶ້ນໃນນະຄອນໂອຊາກ້າ ນັ້ນ ຈະເນັ້ນປະເດັນດ້ານເສດຖະກິດການຄ້າ ແລະ ການລົງທຶນລະດັບໂລກ, ດ້ານນະວັດຕະກໍາ, ດ້ານການພັດທະນາ, ດ້ານສິ່ງແວດລ້ອມ ແລະ ພະລັງງານ ລວມເຖິງປະເດັນອື່ນໆເຊັ່ນ: ການຈ້າງວຽກ, ການສົ່ງເສີມສະຕີ ແລະ ສຸຂະພາບເປັນຕົ້ນ.