ກວ່າ 5 ພັນໂຕ! ມາເລເຊຍຈັບຊາຍອິນເດຍ ລັກລອບນໍາເຂົ້າເຕົ່າຍີ່ປຸ່ນ

49

ເຈົ້າໜ້າທີ່ພາສີມາເລເຊຍ ຈັບກຸມຊາຍຊາວອິນເດຍ 2 ຄົນ ໂທດຖານພະຍາຍາມລັກລອບນໍາເຕົ່າຍີ່ປຸ່ນ ກວ່າ 5 ພັນໂຕ ເຂົ້າປະເທດເພື່ອນໍາກັບມາຂາຍເປັນສັດລ້ຽງໃນປະເທດຂອງຕົນ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ມາເລເຊຍເປັນປະເທດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້ ເຊິ່ງມີສັດປ່າຫາຍາກເຊັ່ນ: ລິງອຸຮັງອຸຕັງ ແລະ ເສືອເປັນຕົ້ນ. ນອກຈາກນັ້ນ, ກໍ່ຍັງເປັນສູນກາງຂອງການລັກລອບຄ້າສັດປ່າດ້ວຍ ຫຼ້າສຸດ ເຈົ້າໜ້າທີ່ອາວຸໂສສໍານັກງານພາສີ ເປີດເຜີຍວ່າ ເມື່ອວັນພະຫັດ ທີ 20 ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ພາສີສາມາດຈັບຊາຍຊາວອິນເດຍ 2 ຄົນທີ່ສະໜາມບິນນານາຊາດກົວລາລໍາເປີ ຫຼັງບິນກັບມາຈາກຈີນ ພ້ອມກັບເຕົ່າຍີ່ປຸ່ນ 5.255 ໂຕ ຈຶ່ງຖືກຈັບກຸມໃນຂໍ້ຫາລັກລອບຄ້າສັດປ່າ.

ในภาพอาจจะมี ต้นพืช และสถานที่กลางแจ้ง

ในภาพอาจจะมี 2 คน

ເຕົ່າຍີ່ປຸ່ນດັ່ງກ່າວ ຖືກບັນຈຸຢູ່ໃນລັງພລາສຕິກ ຊຸກເຊື່ອງ ຢູ່ໃນກະເປົ໋າສໍາພາລະ 2 ໜ່ວຍ ມູນຄ່າປະມານ 52.550 ຣິງກິດ ຫຼື 12.700 ໂດລາ (ປະມານ 110 ລ້ານກີບ) ເຕົ່າບາງໂຕກໍ່ຕາຍລະຫວ່າງເດີນທາງ ແຕ່ສ່ວນໃຫຍ່ຈະລອດຊີວິດມາໄດ້. ຈາກການສອບສວນເບື້ອງຕົ້ນ ຜູ້ຕ້ອງສົງໄສໃຫ້ການວ່ານໍາເຕົ່າເຂົ້າມາໃນມາເລເຊຍກ່ອນ ຈາກນັ້ນກໍ່ຈະນໍາກັບໄປປະເທດອິນເດຍ ເພື່ອຂາຍເປັນສັດລ້ຽງ.

ในภาพอาจจะมี ต้นพืช, สถานที่กลางแจ้ง และอาหาร

ในภาพอาจจะมี ต้นพืช, สถานที่กลางแจ้ง และธรรมชาติ

ເຕົ່າຍີ່ປຸ່ນເປັນສັດລ້ຽງຍອດນິຍົມ ພົບໄດ້ຕາມຮ້ານຂາຍສັດລ້ຽງທົ່ວໂລກ ເຖິງວ່າຈະບໍ່ໄດ້ເປັນສັດປ່າຫາຍາກສາມາດຊື້ຂາຍໄດ້ໂດຍທົ່ວໄປ ແຕ່ການຈະນໍາເຂົ້າມາໃນມາເລເຊຍຈະຕ້ອງໄດ້ຮັບອະນຸຍາດກ່ອນ ເຊິ່ງຜູ້ຕ້ອງສົງໄສກໍ່ບໍ່ໄດ້ສະແດງເອກະສານຖືກຕ້ອງ ແຕ່ຖ້າສານຕັດສິນວ່າຜິດແທ້ຕາມຂໍ້ກ່າວຫາ ອາດຕ້ອງຮັບໂທດຈໍາຄຸກສູງສຸດ 5 ປີ ແລະ ປັບໄໝອີກຈໍານວນໜຶ່ງ ສ່ວນເຕົ່າທີ່ຢຶດມາໄດ້ນັ້ນ ກໍ່ຈະມອບໃຫ້ໜ່ວຍງານທີ່ກ່ຽວຂ້ອງຮັບໄປດູແລຕາມລໍາດັບຕໍ່ໄປ.