ສານສາຍສໍາພັນ 2 ແຜ່ນດິນ ກຽມທ່ຽວງານເທດສະການທ່ອງທ່ຽວວັດທະນະທຳເສສວນ

36

ເປັນອີກໜຶ່ງກິດຈະກໍາສານສາຍສໍາພັນດີໆຂອງສອງປະເທດ ເນື່ອງໃນປີທ່ອງທ່ຽວລາວຈີນ 2019 ເມື່ອເມືອງເສສວນຈະເປີດການທ່ອງທ່ຽວເທດສະການວັດທະນະທຳສາກົນຂຶ້ນ ເປັນສ່ວນໜຶ່ງໃນການສົ່ງເສີມການທ່ອງທ່ຽວລາວ-ຈີນ ສ່ວນຕົວຈິງຈະສວຍງາມໜ້າຈັບໃຈຂະໜາດໃດນັ້ນກຽມໃຈໄປຊົມໃນເດືອນສິງຫາທີ່ຈະມາເຖິງນີ້.

ຕາມຂໍ້ມູນຂອງຖະແຫຼງຂ່າວງານເທດສະການທ່ອງທ່ຽວວັດທະນະທຳສາກົນເສສວນ, ເທດສະການແສງໂຄມໄຟໄດໂນເສົາສາກົນນະຄອນຈືກົງ ຄັ້ງທີ 2 ທີ່ຈັດຂຶ້ນໃນວັນທີ 25 ມິຖຸນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ ງານດັ່ງກ່າວນອກຈາກຈະມີວັດທະນະທຳທີ່ໜ້າສຶກສາແລ້ວຍັງເປັນເທດສະການໂຄມໄຟທີ່ສາມາດດຶງດູດຜູ້ເຂົ້າຊົມໄດ້ນັບລ້ານຄົນໃນແຕ່ລະປີ.

ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການກຽມຈັດງານເທດສະການໂຄມໄຟສີ ທີ່ເປັນເອກະລັກສະເພາະ ແລະ ໂດດເດັ່ນຂອງເມືອງຈືກົງ ເປັນການປະກອບສ່ວນເຂົ້າໃນການໂຄສະນາສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019, ເພື່ອເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ ໄດ້ຮັບຮູ້ ແລະ ແລກປ່ຽນວັດທະນະທຳ ເຊິ່ງກັນ ແລະກັນ ຢ່າງກວ້າງຂວາງຂຶ້ນ.

ໃນຕໍ່ໜ້າສອງປະເທດຍັງຈະສືບຕໍ່ຮ່ວມມືຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆທີ່ໄດ້ກຳນົດໄວ້ຈົນຮອດທ້າຍປີ 2019 ເປັນຕົ້ນແມ່ນ ການຈັດກອງປະຊຸມສົ່ງເສີມການທ່ອງທ່ຽວ ລາວ-ຈີນ, ການແລກປ່ຽນສິລະປະວັດທະນະທຳ, ການວາງສະແດງຮູບພາບ, ເທດສະການອາຫານ ແລະງານອື່ນໆ.

ທ່ານ ຖານປ້າວ ໄດ້ກ່າວວ່າ: ເລີ່ມແຕ່ເປີດປີທ່ອງທ່ຽວລາວ-ຈີນ ເປັນຕົ້ນມາ ການແລກປ່ຽນ ແລະການຮ່ວມມືດ້ານວັດທະນະທຳ ແລະທ່ອງທ່ຽວ ໄດ້ມີບັນຍາກາດຟົດຟື້ນຂຶ້ນ, ສປປ ລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ເປັນມິດທີ່ສຳຄັນຂອງຈີນ, ຄະນະພັກ,ອົງການປົກຄອງນະຄອນຈືກົງ ຍິນດີທີ່ຈະປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ດ້ານເສດຖະກິດການຄ້າ, ດ້ານການແລກປ່ຽນວັດທະນະທຳລາວ-ຈີນ ແລະ ການຈັດກິດຈະກຳຕ່່າໆເພື່ອແນະນຳປີທ່ອງທ່ຽວ ລາວ-ຈີນ 2019.

ສຳລັບງານໂຄມໄຟດັ່ງກ່າວແມ່ນຈະຈັດຂຶ້ນໃນເດືອນສິງຫາ ທີ່ຈະມາເຖິງນີ້ ທີ່ປະເທດຈີນ, ໂດຍງານໂຄມໄຟສີຈືກົງເປັນງານທີ່ມີຊື່ສຽງໂດ່ງດັງທົ່ວໂລກ, ແຕ່ລະປີເທດສະການໂຄມໄຟລະດູບານໃໝ່ຂອງຈືກົງ ສາມາດດຶງດູດນັກທ່ອງທ່ຽວຫຼາຍກວ່າ 2 ລ້ານຄົນ, ແຕ່ລະປີໄດ້ຈັດງານໂຄມໄຟຫຼາຍກວ່າ 30 ຄັ້ງ, ກວມເອົາ 80% ເປັນງານວາງສະແດງດອກໄຟໃນຈີນ ແລະ 90% ແມ່ນວາງສະແດງຢູ່ຕ່າງປະເທດ, ເຊິ່ງຖືວ່າແມ່ນງານສີມືຂອງຄົນຈືກົງໂດຍກົງ.