ອາເມຣິກາ ແລະ ເກົາຫຼີເໜືອ ກຽມຈັດກອງປະຊຸມສຸດຍອດຜູ້ນໍາ ທຣໍາ – ຄິມ ຮອບສາມ

47

ເຈົ້າໜ້າທີ່ສະຫະລັດ ກັບ ເກົາຫຼີເໜືອ ຫາລືກັນແບບບໍ່ເປີດເຜີຍໃນຄວາມພະຍາຍາມທີ່ຈະຈັດປະຊຸມສຸດຍອດ ຄັ້ງທີ 3 ລະຫວ່າງປະທານາທິບໍດີໂດນັລ ທຣໍາ ຂອງສະຫະລັດ ກັບ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ເພື່ອກໍານົດອະນາຄົດຂອງໂຄງການອາວຸດນິວເຄຣຍເກົາຫຼີເໜືອ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ປະທານາທິບໍດີມຸນ ແຈ-ອິນ ຂອງເກົາຫຼີໃຕ້ ເປີດເຜີຍວ່າ ເຈົ້າໜ້າທີ່ຂອງສະຫະລັດ ແລະ ເກົາຫຼີເໜືອ ໄດ້ຫາລືກັນຢ່າງບໍ່ເປີດເຜີຍໃນຄວາມພະຍາຍາມທີ່ຈະຈັດການປະຊຸມສຸດຍອດ ຄັ້ງທີ 3 ລະຫວ່າງປະທານາທິບໍດີໂດນັລ ທຣໍາ ຂອງສະຫະລັດ ກັບ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ເພື່ອຫາລືເລື່ອງໂຄງການອາວຸດນິວເຄຣຍເກົາຫຼີເໜືອ ຫຼັງຈາກຜ່ານມາສີ່ເດືອນແລ້ວ ກັບການປະຊຸມສຸດຍອດ ຄັ້ງທີ 2 ທີ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ແຕ່ກໍ່ຕ້ອງຢຸດຕິລົງໂດຍບໍ່ມີການເຮັດຂໍ້ຕົກລົງໃດໆ.

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

ເຊິ່ງທີ່ຜ່ານມາ ບໍ່ໄດ້ມີການຫາລືກັນຢ່າງເປັນທາງການເລີຍ ລະຫວ່າງເຈົ້າໜ້າທີ່ຂອງສະຫະລັດ ກັບ ເກົາຫຼີເໜືອ ນັບຕັ້ງແຕ່ການປະຊຸມສຸດຍອດ ຄັ້ງທີ 2 ເມື່ອເດືອນກຸມພາ ທີ່ຜ່ານມາ ແຕ່ຫຼ້າສຸດມີຄວາມເປັນໄປໄດ້ທີ່ຈະສາມາດຮື້ຟື້ນການປະຊຸມສຸດຍອດ ຄັ້ງທີ 3 ຂຶ້ນມາອີກ ເພາະຫາກໍ່ຈະມີການຮື້ຟື້ນຄວາມສໍາພັນທາງການທູດລະຫວ່າງສະຫະລັດ ກັບ ເກົາຫຼີເໜືອ ໂດຍປະທານາທິບໍດີໂດນັລ ທຣໍາ ແລະ ທ່ານຄິມ ຈອງ-ອຶນ ໄດ້ສົ່ງຈົດໝາຍເຖິງກັນ ເຊິ່ງທັງສອງຝ່າຍກໍ່ບອກວ່າ ຈົດໝາຍທີ່ສົ່ງຕອບກັນນັ້ນ ດີຫຼາຍ ເຖິງວ່າຈະຍັງບໍ່ມີການເປີດເຜີຍເນື້ອໃນຂອງຈົດໝາຍກໍ່ຕາມ.

ในภาพอาจจะมี 3 คน, คนที่ยิ้ม, ผู้คนกำลังนั่ง และสถานที่ในร่ม

ປະທານາທິບໍດີມຸນ ແຈ-ອິນ ຂອງເກົາຫຼີໃຕ້ ບອກວ່າ ທັງຜູ້ນໍາສະຫະລັດ ແລະ ເກົາຫຼີເໜືອຕ່າງກໍ່ສະແດງຄວາມມຸ່ງໝັ້ນທີ່ຈະສະແດງປະຕິສໍາພັນ ໃນການເຈລະຈາ ແລະ ຈົດໝາຍຂອງທັງສອງກໍ່ສະແດງໃຫ້ເຫັນເຖິງຂໍ້ພິສູດນັ້ນແລ້ວ ແລະ ຕົນກໍ່ບໍ່ຄິດວ່າ ການປະຊຸມສຸດຍອດທີ່ຮາໂນ່ຍນັ້ນ ລົ້ມເຫຼວ ແຕ່ການປະຊຸມດັ່ງກ່າວເປັນໂອກາດຂອງທັງສະຫະລັດ ແລະ ເກົາຫຼີເໜືອ ຈະໄດ້ມີຄວາມເຂົ້າໃຈໃນຈຸດຢືນຂອງອີກຝ່າຍໃຫ້ດີຂຶ້ນ ແລະ ນໍາທຸກຢ່າງທີ່ຢາກຈະຫາລືເຂົ້າສູ່ການເຈລະຈາ.