Monthly Archives: June, 2019

ນັກລົງທຶນຈາກ ອິນໂດເນເຊຍ ສົນໃຈປູກອ້ອຍໃນລາວ

ນັກທຸລະກິດຈາກ ອິນໂດເນເຊຍ ມີ ຄວາມສົນໃຈຢາກເຂົ້າມາລົງທຶນປູກອ້ອຍ ພ້ອມທັງສ້າງໂຮງງານຜະລິດນໍ້າຕານເພື່ອສົ່ງກັບຄືນປະເທດ. ນອກຈາກນີ້, ຍັງສົນໃຈໃນວຽກງານການສົ່ງເສີມການປູກເຂົ້າເພື່ອສົ່ງອອກຢູ່ ແຂວງສະຫວັນນະເຂດ ແລະ ຄໍາມ່ວນ ນໍາອີກ.     ວັນທີ 25 ມິຖຸນາ 2019 ທີ່ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຢາມຂອງ...

ຢຸ້ຍ ສັນທະນີ ໄດ້ຮັບລາງວັນກຽດຕິຍົດ ສົ່ງເສີມດ້ານພະພຸດທະສາສະໜາ

ມາທີ່ເລື່ອງໜ້າຍິນດີອີກເລື່ອງ ຢຸ້ຍ ສັນທະນີ ໃສມະນີວັນ Miss Supranational Laos 2018 ໄດ້ຮັບລາງວັນກຽດຕິຍົດ ສົ່ງເສີມດ້ານພະພຸດທະສາສະໜາ ແລະ ເປັນບຸກຄົນປະພຶດປະໂຫຍດແກ່ສັງຄົມ ໂດຍ ສະຖານບັນ Bodhisastra University Florida.USA ( ມະໄລໂພທິສາດ ພໍລິດາ ສະຫະລັດອາເມລິກາ) ໄດ້ມີພິທີມອບຮັບໃນວັນທີ 22 ມິຖຸນາ...

ຖວທ ອັດຕະປື ເລືອກຕັ້ງຄະນະພັກຮາກຖານຊຸດໃໝ່

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນໃນວັນທີ 26 ມິຖຸນາ 2019 ນີ້ ທີ່ເມືອງສາມັກຄີໄຊ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຂົ້າຮ່ວມ.     ທ່ານ ນາງ ບຸນນານ...

ລັດຖະບານ ຈະປັບລາຄາໄຟຟ້າທີ່ຢູ່ອາໄສເປັນລາຄາດຽວ

ລັດຖະບານ ກຳລັງພິຈາລະນາເຖິງການປັບລາຄາກະແສໄຟຟ້າທີ່ຢູ່ອາໄສຄືນໃໝ່ ຈາກທີ່ມີອັດຕາເສຍ 6 ລາຄາໃນປັດຈຸບັນມາເປັນລາຄາດຽວ ໂດຍຈະນໍາໃຊ້ນະໂຍບາຍສົ່ງເສີມຫຼຸດ 50% ສໍາລັບຄົວເຮືອນທີ່ໃຊ້ໄຟຟ້າຕໍ່າກວ່າ 150 ກິໂລວັດໂມງຕໍ່ເດືອນລົງມາ.     ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ເມື່ອວັນທີ 27 ມິຖຸນາ ຜ່ານມາວ່າ:...

ງານວາງສະແດງສິນຄ້າ ລາວ – ຫວຽດນາມ ມີຜູ້ປະກອບການເກືອບ 200 ຫົວໜ່ວຍເຂົ້າຮ່ວມ

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບຫ້ອງການທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈໍາລາວ ແລະ ພາກທຸລະກິດ ໄດ້ຈັດງານວາງສະແດງສິນຄ້າ ລາວ - ຫວຽດນາມ 2019 ຂຶ້ນ, ມີຜູ້ປະກອບການ ລາວ - ຫວຽດນາມ ເຂົ້າຮ່ວມເກືອບ 200...

ຢູນີເທວ ນຳສະເໜີ 4 ຂົງເຂດວຽກງານ ໃນງານ Lao ICT Expo 2019

ງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນ - ຂ່າວສານ ປະຈໍາປີ 2019 ( Lao ICT EXPO 2019 ) ຈັດຂຶ້ນໃນລະຫວ່າງວັນທີ 26 - 30 ມິຖຸນາ 2019 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ ສ້າງ ແລະ ສົ່ງເສີມ...

ສາລະວັນ ອະນຸມັດໃຫ້ບໍລິສັດຈຸງຢາງອີຊີ ຊີມັງລາວ ສໍາປະທານດິນ ເພື່ອຂະຫຍາຍກິດຈະການ

ເພື່ອເປັນການສຶບຕໍ່ຂະຫຍາຍກິດຈະການຜະລິດຊີມັງລາວຢູ່ແຂວງສາລະວັນ ໃຫ້ເຕີບໂຕ ແລະ ມີທ່ວງທ່າຂະຫຍາຍຕົວຂຶ້ນເລື້ອຍໆທາງດ້ານປະລິມານ ແລະ ຄຸນນະພາບ ແນໃສ່ຕອບສະໜອງໃຫ້ແກ່ສັງຄົມໄດ້ຢ່າງທົ່ວເຖິງ ທັງເປັນທີ່ຍອມຮັບຂອງສັງຄົມ ພ້ອມທັງຂະຫຍາຍຜະລິດຕະພັນຕ່າງໆຂອງບໍລິສັດ ໃຫ້ໄດ້ຈຳໜ່າຍຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ.       ໃນວັນທີ 25 ມິຖຸນາ ຜ່ານມາ ຢູ່ພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໄດ້ມີພິທີເຊັນສັນຍາອະນຸມັດສຳປະທານທີ່ດິນ 63 ກວ່າເຮັກຕາ ເພື່ອຂະຫຍາຍກິດຈະການ ລະຫວ່າງ ບໍລິສັດ...

ວິທະຍາໄລ ເຕັກໂນໂລຢີຫົວສຽວຈຳປາສັກ ເປີດຮັບນັກສຶກສາຊຸດໃໝ່ແລ້ວ

ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ ປະກາດແຈ້ງການເຖິງ ນັກຮຽນສາມັນທີ່ສຳເລັດການສຶກສາຊັ້ນມັດທະຍົມຕອນປາຍ  (ມ6 ຫຼື ມ7) ໂຮງຮຽນບຳລຸງ ຫຼື ທຽບເທົ່າ ມ6 ຫຼື ມ7 ພາຍໃນທົ່ວປະເທດ ເລື່ອງການຮັບສະໝັກເອົານັກສຶກສາຊຸດໃໝ່ເຂົ້າຮຽນທີ່ວິທະຍາໄລ ເຕັກໂນໂລຢີຫົວສຽວ ຈຳປາສັກ ປະຈຳສົກຮຽນ 2019-2020.     ໂດຍອີງຕາມ ແຜນຫຼັກສູດ ການຮຽນ-ການສອນ ຂອງວິທະຍາໄລ ເຕັກໂນໂລຢີຫົວສຽວຈຳປາສັກ...

ການ​ຮ່ວມ​ມື​ທາງ​ທຸ​ລະ​ກິດ ຄັ້ງ​ປະ​ຫວັດ​ສາດ ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ພົງ​ສະ​ຫວັນ ແລະ ກຸ່ມ​ລັດ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ

ໃນ​ຕອນ​ແລງ​ຂອງວັນ​ທີ 25 ມິ​ຖຸ​ນາ 2019 ໄດ້ມີ​ພິ​ທີ​ນົງ​ນາມ​ການ​ຮ່ວມ​ມື​ທາງ​ທຸ​ລະ​ກິດ ລະ​ຫວ່າງ ກຸ່ມບໍ​ລິ​ສັດ​ພົງ​ສະ​ຫວັນ ແລະ ກຸ່ມລັດວິສາຫະກິດ ອິນໂດເນເຊຍ ທີ່ໂຮງແຮມ ແລນມາກແມ່ຂອງຣີເວີຊາຍ ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານຈາກຄະ​ນະ​ການ​ນຳ​ຝ່າຍ​ລາວ ໂດຍ ພະ​ນະ​ທ່ານ ປອ.ສຸ​ພັນ ແກ້ວ​ມີ​ໄຊ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ​ພະ​ນະ​ທ່ານ ປອ. ອາລຸນແກ້ວ...

ສອງຜູ້ນໍາຈີນ-ຍີ່ປຸ່ນ ຮ່ວມມືຕໍ່ຕ້ານການກີດກັນທາງການຄ້າ

ປະທານປະເທດຈີນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ເຫັນຊອບສົ່ງເສີມຄວາມຮ່ວມມືລະດັບທະວີພາຄີທາງເສດຖະກິດ ເພື່ອຕໍ່ຕ້ານຮູບແບບການຄ້າທີ່ບໍ່ເປັນທໍາ ເຊິ່ງລວມເຖິງມາດຕະການກີດກັນທາງການຄ້າຂອງສະຫະລັດ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 28 ມິຖຸນາ ວ່າ ນາຍົກລັດຖະມົນຕີຊິນໂຊະ ອາເບະ ຜູ້ນໍາຍີ່ປຸ່ນ ໃຫ້ການຕ້ອນຮັບປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ເມື່ອວັນພະຫັດ ໂດຍທ່ານສີ ເປັນໜຶ່ງໃນຜູ້ນໍາປະເທດທີ່ເຂົ້າຮ່ວມການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ເຊິ່ງລັດຖະບານໂຕກຽວ ເປັນເຈົ້າພາບທີ່ເມືອງໂອຊາກ້າ...
- Advertisment -
Slide
Slide

Most Read

error: Content is protected !!