ການປະກົດຕົວແຫ່ງໂລກໄອທີໃນຍຸກ 5G ແລະ Cloud ໄປກັບຫົວເຫວີຍ ໃນງານ ICT EXPO 2019

35

ICT EXPO 2019 ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 25 ມິຖຸນາ 2019 ຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ໂດຍທາງກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ພ້ອມກັບຫົວເຫວີຍ ແລະ ຜູ້ປະກອບການຕ່າງໆດ້ານໂທລະຄົມມະນາຄົມເຊັ່ນ LTC, ETL, UNITEL ແລະ ອື່ນໆ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ

 

ພາບບັນຍາກາດພາຍໃນງານ

 

5G ຈະເປັນເທັກໂນໂລຢີໄຮ້ສາຍລຸ້ນຕໍ່ໄປທີ່ຄາດວ່າຈະປ່ຽນວິຖີຊີວິດ ແລະ ບົດບາດສໍາຄັນໃນການຂັບຂີ່ແບບອັດຕະໂນມັດຂອງຜູ້ຄົນ, AI,  Big Data, IOT, smart city ແລະ ເຄືອຂ່າຍ. ຈຸດປະສົງຂອງງານສະແດງໃຫ້ເຫັນເຖິງວິທີການບຳລຸງຮັກສາລະບົບນິເວດ ແລະ ການນຳໃຊ້ 5G ເພື່ອຊ່ວຍໃຫ້ຜູ້ປະກອບການພັດທະນາທຸລະກິດ, ລວມທັງການພັດທະນາເສດຖະກິດຂອງປະເທດພາຍໃຕ້ການນຳພາຂອງ Digital Laos.

 

ພາບບັນຍາກາດພາຍໃນງານ

 

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທັນສະ ໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມ ແລະ ການສ່ືສານ ແລະ ຜູ້ເຂົ້າຮ່ວມງານ ໄດ້ຢ້ຽມຊົມການວາງສະແດງ 5G solution, Smart city ທີ່ບູ໋ດຫົວເຫວີຍ, ເພື່ອຮຽນຮູ້ກ່ຽວກັບໂຊລູຊັ່ນຂອງ ຫົວເຫວີຍ ໃນດ້ານຄວາມແຮງ ແລະ latency ທີ່ຕໍ່າຂອງເຄືອຂ່າຍ 5G ເປັນແຮງຜັກດັນທີ່ຢູ່ເບື້ອງຫຼັງການພັດທະນາທຸລະກິດ Application ໃໝ່ໃນອະນາຄົດ. ໃນການສຳມະນານີ້, ຫົວເຫວີຍຍັງສະແດງໂຊລູຊັ່ນຫຼ້າສຸດເຊັ່ນ: 5G, smart city, smart government ແລະ HUAWEI CLOUD.

 

ພາບບັນຍາກາດພາຍໃນງານ

 

ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ການສົ່ງເສີມເທັກໂນໂລຢີໄອຊີທີຕໍ່ເສດຖະກິດດິຈິຕອນນັ້ນແມ່ນຊັດເຈນສຳລັບທຸກຄົນ, ໃນຖານະຜູ້ກໍານົດນະໂຍບາຍອຸດສະຫາກຳໄອຊີທີກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ໄດ້ສົ່ງເສີມອຸດສະຫາກຳໄອທີຊີເປັນໜຶ່ງໃນກອງກຳລັງທີ່ສະໜັບສະໜູນການປ່ຽນແປງທາງດິຈີຕອນຂອງປະເທດ ແລະ ມີສ່ວນຮ່ວມໃນການພັດທະນາເສດຖະກິດຕາມແຜນຍຸດທະສາດປີ 2025 ຫາປີ 2030. ເຊິ່ງໃນ ແຕ່ລະປີມີຈຳນວນຜູ້ປະກອບການດ້ານ ICT ເພີ່ມຂຶ້ນ ສະເລ່ຍ 7% ໂດຍສະເພາະຜູ້ປະກອບການ start up ແມ່ນມີການເພີ່ມຂຶ້ນຢ່າງວ່ອງໄວ.

 

ພາບບັນຍາກາດພາຍໃນງານ

 

ທ່ານ ຫວັງສີ (Wang qi) ຜູ້ຈັດການທົ່ວໄປຂອງ ຫົວເຫວີຍລາວ ສະແດງຄວາມຄາດຫວັງສູງຕໍ່ Digital Laos ເຊິ່ງທ່ານກ່າວວ່າ: ລັດຖະບານເປັນສ່ວນໜຶ່ງໃນການຂັບເຄື່ອນ ທີ່ສຳຄັນຂອງເສດຖະກິດິຈີຕອນ ຂ້າພະເຈົ້າເຊື່ອວ່າ ດີຈີຕອນຈະເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ມີສ່ວນຮ່ວມໃນອຸດສະຫາກຳໄອທີ ແລະ ສາມາດແລກປ່ຽນຄວາມຄິດເຫັນ.ນອກຈາກນີ້, ໂຊລູຊັ່ນຫຼ້າສຸດຂອງ ຫົວເຫວີຍ ເຊັ່ນ: 5G ແລະ smart city ແມ່ນສອດຄ່ອງກັບວິໄສທັດການປ່ຽນແປງຂອງດີຈີຕອນ ແລະ ຈະສະໜັບສະໜູນການສ້າງລະບົບນິເວດປ່ຽນແປງເປັນດິຈີຕອນທີ່ສົມບູນຫຼາຍຂຶ້ນ.

 

ພາບບັນຍາກາດພາຍໃນງານ

 

ທ່ານ ຫວັງສີ ໄດ້ເປີດເຜີຍວ່າ: ປັດຈຸບັນ ຫົວເຫວີຍໄດ້ເຊັນສັນຍາ 5G ທັງໝົດ 50 ສະບັບໃນ 30 ປະເທດທົ່ວໂລກ ແລະ ມີຖານ 5G ຫຼາຍກວ່າ 100.000 ຖານອັນດັບໜຶ່ງຂອງໂລກ, ໃນຖານະທີ່ເປັນຜູ້ບຸກເບີກ 5G ຂອງໂລກ, ຫົວເຫວີຍຈະຍັງຄົງນໍາສະເໜີຜະລິດຕະພັນ ແລະ ໂຊລູຊັ່ນທີ່ດີທີ່ສຸດສຳລັບເສດຖະກິດດີຈີຕອນຂອງລາວ ແລະ ຄຳນຶງເຖິງວິໄສທັດຂອງ ດີຈີຕອນລາວ ແລະ ສະໜັບສະໜູນການປ່ຽນແປງຂອງລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທາງຜ່ານ.

 

ພາບບັນຍາກາດພາຍໃນງານ