ປົກປ້ອງສຸຂະພາບຈາກມົນລະພິດທາງອາກາດ

46

ປັດຈຸບັນມົນລະພິດທາງອາກາດເປັນໜຶ່ງໃນຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສຸຂະພາບ, ມີສ່ວນເຮັດໃຫ້ເກີດການປ່ຽນແປງສະພາບດິນຟ້າອາກາດ ທີ່ມີຜົນຕໍ່ສຸຂະພາບ. ເຮົາຄວນປົກປ້ອງສຸຂະພາບຕາມຄໍາແນະນໍາດັ່ງນີ້:
▶ ກຸ່ມຄົນທົ່ວໄປ:
– ສາມາດຫຼີ້ນກິດຈະກຳກາງແຈ້ງໄດ້ປົກກະຕິ
– ຖ້າເປັນໄປໄດ້ຄວນຢູ່ພາຍໃນບ້ານ
– ຖ້າອອກໄປກາງແຈ້ງ ແນະນຳໃຫ້ໃສ່ຜ້າອັດຝາກ-ດັງN95
– ປິດປ່ອງຢ້ຽມ ແລະ ປະຕູເຮືອນ
– ຖ້າເປັນໄປໄດ້ແນະນຳໃຫ້ມີເຄື່ອງຟອກອາກາດພາຍໃນເຮືອນ
– ຖ້າເປັນໄປໄດ້ຄວນປ່ຽນເວລາ ແລະ ສະຖານທີ່ອອກກຳລັງກາຍ
– ຫຼີກລ່ຽງບ່ອນທີ່ມີການຈາລະຈອນໜາແໜ້ນ, ບ່ອນທີ່ມີຝຸ່ນຈາກການກໍ່ສ້າງແລະ ເຂດທີ່ມີການຈູດປ່າ
-ຖ້າຫາກທ່ານຮູ້ສຶກຫາຍໃຈບໍ່ສະດວກໃຫ້ໄປຫາໝໍດ່ວນ
ສໍາລັບກຸ່ມຄົນທີ່ມີຄວາມສ່ຽງເຊັ່ນ: ແມ່ຍິງຖືພາ,ເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ທີ່ມີປັນຫາລະບົບທາງເດີນຫາຍໃຈ ຫຼື ພະຍາດປະຈໍາຕົວ ໃຫ້ປະຕິບັດຄືກັບກຸ່ມຄົນທົ່ວໄປ ແຕ່ແນະນໍາເພີ່ມເຕີມຄື: ຄວນຮູ້ເວລາ ແລະ ສະຖານທີ່ທີ່ອາດຈະມີມົນລະພິດທາງອາກາດສູງ ເພື່ອວາງແຜນກິດຈະກຳພາຍນອກ ແລະ ຄວນມີຢາປົວພະຍາດພຽງພໍໄວ້ກໍລະນີສຸກເສີນ.
ພວກເຮົາສາມາດຫຼຸດຜ່ອນມົນລະພິດທາງອາກາດ ໂດຍການຫຼຸດຜ່ອນແຫຼ່ງກຳເນີດຂອງມົນລະພິດຄື: ຫຼຸດຜ່ອນການຈູດເສດໄມ້, ການຈູດຂີ້ເຫຍື້ອ, ຫັນປ່ຽນມາໃຊ້ພະລັງງານສະອາດ ແລະ ພະລັງງານທົດແທນ, ຫັນປ່ຽນມາໃຊ້ລົດສາທາລະນະ ຫຼື ຍານພະຫະນະໄຟຟ້າ.
[ ຂໍ້ມູນຈາກ: ຂ່າວສານສຸຂະສຶກສາ ]