ສອງພາກສ່ວນຮ່ວມກັນພັດທະນາຂໍ້ມູນຄວາມຕ້ອງການ ແລະ ການສະໜອງແຮງງານ

61

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ( 108.job ) ໄດ້ລົງນາມຮ່ວມກັນໃນການສະໜອງຂໍ້ມູນຄວາມຕ້ອງການ ແລະ ການສະໜອງແຮງງານໃຫ້ຫົວໜ່ວຍທຸລະກິດ ແນໃສ່ຫຼຸດອັດຕາວ່າງງານ.

ພິທີເຊັນສັນຍາດັ່ງກ່າວໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2019 ທີ່ຫ້ອງປະຊຸມຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ         ລະຫວ່າງ ທ່ານ ຄຳແສນ ໄຊຍະວົງ ຫົວໜ້າບໍລິການຈັດຫາງານ ກະຊວງ ຮສສ ແລະ ທ່ານ ແກ້ວວິສຸກ ດາລາສານ ຜູ້ອຳນວຍການ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງ ຮສສ. ພ້ອມນັ້ນ, ຍັງມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳແສນ ໄຊຍະວົງ ກ່າວວ່າ: ຈຸດປະສົງການລົງນາມຮ່ວມກັນໃນຄັ້ງນີ້ ເພື່ອຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນຳໃຊ້ແຮງງານຂອງຫົວໜ່ວຍແຮງງານ, ຜູ້ປະກອບການເຂົ້າໃນລະບົບຂໍ້ມູນ – ຂ່າວສານຕະຫຼາດແຮງງານ ໂດຍທີ່ສູນບໍລິການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະຕິດຕາມການລົງທະບຽນຄວາມຖືກຕ້ອງ ການນຳໃຊ້ແຮງງານພາຍໃຕ້ເຄືອຂ່າຍ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ      ຈຳກັດ ໃນເວັບໄຊລະບົບຂໍ້ມູນ – ຂ່າວສານຕະຫຼາດແຮງງານຢ່າງເປັນປົກກະຕິ, ຈັດສົ່ງຜູ້ຊອກວຽກເຮັດພາຍໃຕ້ລະບົບຂໍ້ມູນ – ຂ່າວສານມື້ເຂົ້າສຳພາດວຽກຕາມຕໍາແໜ່ງວ່າງທີ່ປະກາດ, ຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ       ຈຳກັດ ຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນຳໃຊ້ແຮງງານໃນລະບົບຂ່າວສານຕະຫຼາດແຮງງານ, ຄຸ້ມຄອງ ແລະ ພັດທະນາລະບົບຂໍ້ມູນ – ຂ່າວສານໃຫ້ສອດຄ່ອງກັບຄວາມຮຽກຮ້ອງຂອງສັງຄົມ.

ທ່ານ ແກ້ວວິສຸກ ດາລາສານ ກ່າວວ່າ: ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ສ້າງຂຶ້ນເພື່ອສື່ກາງໃນຕະຫຼາດແຮງງານ ໃນປີ 2012 ໄດ້ເລີ່ມຈາກການຈັດພິມວາລະສານ 108 ອາຊີບ ( ປັດຈຸບັນປ່ຽນຊື່ເປັນວາລະສານ 108 ) ໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ພ້ອມກັນນັ້ນ, ກໍໄດ້ເປີດດຳເນີນເວັບໄຊ 108 job.la ( ປັດຈຸບັນປ່ຽນຊື່ເປັນ 108.jobs ) ໃນຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ທາງບໍລິສັດກໍໄດ້ໃຫ້ບໍລິການຫົວໜ່ວຍແຮງງານຕ່າງໆພາຍໃນປະເທດເກືອບໜຶ່ງພັນຫົວໜ່ວຍ ຈາກມື້ເລີ່ມຕົ້ນຮອດປັດຈຸບັນເຫັນວ່າພວກເຮົາສາມາດເປັນສື່ກາງໃນການເຊື່ອມຕໍ່ຜູ້ຕ້ອງການແຮງງານກັບຜູ້ໃຊ້ແຮງງານເປັນຢ່າງດີ ຈົນເຮັດໃຫ້ເວັບໄຊຂອງພວກເຮົາກາຍເປັນຕົວເລືອກທຳອິດໃນການຊອກຫາວຽກເຮັດ ແລະ ຊອກຫາແຮງງານຂອງຫົວໜ່ວຍທຸລະກິດພາຍໃນປະເທດ.

( ຂ່າວ: ສົມລົດ; ຮູບ: ສຸກສະຫວັນ )