ເງິນກີບອ່ອນຄ່າໃກ້ຈຸ 290 ກີບຕໍ່ບາດ ສິນຄ້າເໜັງ ສັງຄົມກັງວົນໃຈ

30

ເງິນກີບລາວໄດ້ອ່ອນຄ່າຢ່າງຕໍ່ເນື່ອງເມື່ອທຽບໃສ່ເງິນບາດ ແລະ ໂດລາສະຫະລັດ ດຶງໃຫ້ລາຄາສິນຄ້າ ແລະ ບໍລິການບາງປະເພດເໜັງຕີງຂຶ້ນ, ຂະນະທີ່ພາກທຸລະກິດເຫັນວ່າການສົ່ງເສີມການຜະລິດພາຍໃນເປັນທາງອອກທີ່ດີທີ່ສຸດໃນການແກ້ບັນຫາ.

ອັດຕາແລກປ່ຽນອ້າງອີງຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນວັນທີ 26 ມິຖຸນາ 2019 ເງິນບາດໄທ ຊື້ 285,38 ກີບຕໍ່ 1 ບາດ ຫຼຸດລົງຈາກລະດັບ 286,61 ກີບຕໍ່ 1 ບາດ ເມື່ອວັນທີ 25 ມິຖຸນາ ເຊິ່ງເປັນຕົວເລກອ່ອນຄ່າສູງສຸດໃນຮອບປີນີ້ ແລະ ເປັນການອ່ອນຄ່າທີ່ສຸດຂອງເງິນກີບລາວ ທຽບກັບເງິນບາດ ແລະ ຂາຍທີ່ 287,54 ກີບຕໍ່ 1 ບາດ.

ສ່ວນເງິນໂດລາສະຫະລັດ ຊື້ທີ່ 8.643 ກີບຕໍ່ 1 ໂດລາ ຈາກລະດັບ 8.640 ກີບຕໍ່ 1 ໂດລາ ໃນວັນທີ 25 ມິຖຸນາ ແລະ ຂາຍທີ່ 8.661 ກີບຕໍ່ 1 ໂດລາ. ຢ່າງໃດກໍຕາມ, ເງິນກີບອ່ອນຄ່າສຸດທຽບໃສ່ເງິນໂດລາສະຫະລັດ ແມ່ນວັນທີ 19 ມິຖຸນາ ອັດຕາຊື້ທີ່ 8.647 ກີບຕໍ່ 1 ໂດລາ ແລະ ຂາຍທີ່ 8.665 ກີບຕໍ່ 1 ໂດລາ.

ຫາກທຽບໃສ່ອັດຕາແລກປ່ຽນໃນວັນທີ 2 ມັງກອນ 2019 ເງິນກີບທຽບໃສ່ເງິນບາດ ອັດຕາຊື້ແມ່ນ 265,69 ກີບຕໍ່ 1 ບາດ ແລະ ຂາຍທີ່ 267,69 ກີບຕໍ່ 1 ບາດ, ເງິນກີບທຽບກັບໂດລາ ຊື້ທີ່ 8.543 ກີບຕໍ່ 1 ໂດລາ ແລະ ຂາຍ 8.550 ກີບຕໍ່ 1 ໂດລາ ເຫັນວ່າມີການເໜັງຕີງຫຼາຍສົມຄວນ. ແຕ່ຫາກຫວນຄືນຫຼັງ 1 ປີ ຄືໃນວັນທີ 26 ມິຖຸນາ 2018 ອັດຕາແລກປ່ຽນແມ່ນ 257 ກີບຕໍ່ 1 ບາດ ແລະ 8.375 ກີບຕໍ່ 1 ໂດລາ.

ກ່ອນໜ້ານີ້ໃນຕົ້ນປີ 2008 ເງິນກີບເຄີຍອ່ອນກາຍແນວຕ້ານ 280 ກີບຕໍ່ 1 ບາດມາແລ້ວ ໂດຍຢູ່ທີ່ 281,01 ກີບຕໍ່ 1 ບາດ ໃນວັນທີ 25 ກຸມພາ 2008.

ຈາກການອ່ອນຄ່າຂອງເງິນກີບທຽບໃສ່ສະກຸນເງິນບາດ ແລະ ໂດລາ ລາຄາສິນຄ້ານຳເຂົ້າຈາກປະເທດໄທ ເລີ່ມມີການເໜັງຕີງຂຶ້ນ, ພະນັກງານທ່ານໜຶ່ງທີ່ຊື້ນົມໃຫ້ລູກເປັນປະຈໍາກ່າວວ່າ: ແຕ່ກ່ອນເຄີຍຊື້ນົມໃຫ້ລູກແກັດໜຶ່ງລາຄາ 96 ພັນກີບ, ແຕ່ປັດຈຸບັນຂຶ້ນເປັນ 98 ພັນກີບແລ້ວ ຫຼື ເພີ່ມຂຶ້ນ 2 ພັນກີບຕໍ່ແກັດ.

ສ່ວນອັດຕາເງິນເຟີ້ຂອງປະເທດກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງອີງຕາມຕົວເລກຈາກທະນາຄານແຫ່ງ ສປປ ລາວ ອັດຕາເງິນເຟີ້ໄດ້ເພີ່ມຂຶ້ນຈາກລະດັບ 1,50% ໃນເດືອນມັງກອນ 2019 ເປັນ 2,54% ໃນເດືອນພຶດສະພາ.

ທ່ານ ປຣາຈິດ ໄຊຍະວົງ ປະທານສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດຂອງລາວ ມີຄໍາເຫັນຕໍ່ການແຂງຄ່າຂອງສະກຸນເງິນບາດ ກ່າວວ່າ:

ແນ່ນອນໃນເມື່ອທີ່ເງິນບາດແຂງຄ່າຂຶ້ນກໍສົ່ງຜົນກະທົບຕໍ່ເສດຖະກິດໂດຍລວມ ເນື່ອງຈາກປະເທດເຮົາແມ່ນນໍາເຂົ້າສິນຄ້າມາຈາກປະເທດເພື່ອນບ້ານ ໂດຍສະເພາະປະເທດໄທ, ສະເພາະຂະແໜງການຂົນສົ່ງ ກວມ 99% ແມ່ນນໍາໃຊ້ພາຫະນະຈາກປະເທດໄທ. ສະນັ້ນ, ການຈ່າຍຄ່າຂົນສົ່ງຕ້ອງໄດ້ຈ່າຍເປັນເງິນບາດໃຫ້ເຂົາເຈົ້າ. ສະນັ້ນ, ຜູ້ປະກອບການລາວຕ້ອງນໍາເງິນກີບເພື່ອໄປແລກເປັນເງິນບາດ. ເພື່ອແກ້ໄຂວິກິດດັ່ງກ່າວໃນນາມສ່ວນຕົວຄິດວ່າລັດຖະບານຕ້ອງແກ້ໄຂຂອດການຜະລິດພາຍໃນໃຫ້ຫຼາກຫຼາຍ, ສົ່ງເສີມຄວາມເຂັ້ມແຂງໃນການຜະລິດ ແລະ ລະດົມການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງ ຂວາງ ເພື່ອຫຼຸດການນໍາເຂົ້າສິນຄ້າຈາກຕ່າງປະເທດ.

ທ່ານກ່າວຕື່ມອີກວ່າ: ໃນໄລຍະຜ່ານມາເຖິງແມ່ນວ່າລັດຖະບານຈະມີກົດໝາຍ, ນິຕິກໍາລຸ່ມກົດໝາຍ ເພື່ອຈັດຕັ້ງປະຕິບັດກ່ຽວກັບການຊົມໃຊ້ເງິນກີບ ແຕ່ຜົນການຈັດຕັ້ງປະຕິບັດຍັງບໍ່ທັນມີປະສິດທິພາບ ຫຼື ເວົ້າໄດ້ວ່າຂອດການຕິດຕາມການຈັດຕັ້ງປະຕິບັດຍັງບໍ່ຕໍ່ເນື່ອງ, ສ່ວນການຄຸ້ມຄອງຮ້ານແລກປ່ຽນເງິນຕາຍັງປະຕິບັດບໍ່ທັນໄດ້ດີ, ອີກດ້ານກໍຍັງເຫັນປະຊາຊົນລາວຂ້າມໄປຊື້ ຫຼື ໃຊ້ບໍລິການຢູ່ປະເທດເພື່ອນບ້ານຈໍານວນຫຼາຍ ຄິດສະເລ່ຍປີໜຶ່ງ 1,8 ລ້ານເທື່ອຄົນ, ສະເລ່ຍການໃຊ້ຈ່າຍ    5 – 6 ພັນບາດຕໍ່ຄົນ.

ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ໄອຈ໋ອບ ຈໍາກັດ ໃຫ້ທັດສະນະວ່າ:

ອັດຕາແລກປ່ຽນເງິນບາດທີ່ຖີບຕົວສູງຂຶ້ນຫຼາຍໄດ້ສົ່ງຜົນກະທົບຕໍ່ຫຼາຍພາກສ່ວນ ບໍ່ວ່າຈະເປັນເລື່ອງການຄ້າ ຫຼື ການບໍລິການ ເນື່ອງຈາກວ່າສິນຄ້າສ່ວນຫຼາຍແມ່ນນໍາເຂົ້າຈາກຕ່າງປະເທດ ເຮັດໃຫ້ຕົ້ນທຶນການຜະລິດຍິ່ງສູງຂຶ້ນ ເມື່ອເປັນແນວນັ້ນຜູ້ປະກອບການກໍຕ້ອງໄດ້ປັບຕົວຕາມດ້ວຍການປັບລາຄາຂຶ້ນໃຫ້ສົມດຸນກັບຕົ້ນທຶນທີ່ຮັບມາ ເຊິ່ງມັນສົ່ງຜົນກະທົບເຮັດໃຫ້ລາຄາສິນຄ້າ ຫຼື ລາຄາການບໍລິການເພີ່ມຂຶ້ນເຮັດໃຫ້ລູກຄ້າຫຼຸດລົງ ແລະ ເກີດມີຄໍາຖາມຕາມມາກ່ຽວກັບລາຄາສິນຄ້າທີ່ແພງຂຶ້ນ. ເຖິງຢ່າງໃດກໍຕາມ, ໃນການແກ້ໄຂບັນຫາດັ່ງກ່າວຖ້າເປັນການແກ້ໄຂໄລຍະສັ້ນມັນເປັນສິ່ງທີ່ຍາກຫຼາຍ, ແຕ່ສໍາລັບການແກ້ໄຂໄລຍະຍາວການສົ່ງເສີມການຜະລິດພາຍໃນເປັນທາງອອກທີ່ດີທີ່ສຸດທີ່ຈະຫຼີກລຽງຜົນກະທົບຂອງອັດຕາແລກປ່ຽນທີ່ມີການປ່ຽນແປງຢູ່ຕະຫຼອດໄດ້.

ທ່ານ ຄຳແພງ ແກ້ວມະນີ ຮອງຫົວໜ້າພະແນກການຕະຫຼາດ ລັດວິສາຫະກິດລ້ານຊ້າງພັດທະນາ ແລະ ບໍລິການ ຂາອອກ – ຂາເຂົ້າ ກ່າວວ່າ:

ອັດຕາແລກປ່ຽນຢູ່ທະນາຄານທຸລະກິດ ຢູ່ທີ່ 285 ກີບຕໍ່ 1 ບາດ ແຕ່ຢູ່ຕະຫຼາດທົ່ວໄປຄິດໄລ່ກັນ 1 ພັນບາດ ເທົ່າກັບ 297.000 ກີບ, ພວກເຮົາທີ່ເປັນບໍລິສັດນຳເຂົ້າສິນຄ້າຈຶ່ງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກມູນຄ່າການນຳເຂົ້າ ເພາະອັດຕາເງິນຈາກປົກກະຕິຈະໄດ້ຈ່າຍຄ່າພາສີ 8 ລ້ານກີບ ປັດຈຸບັນນີ້ເພີ່ມຂຶ້ນເປັນ 10 ລ້ານ, ເຮັດໃຫ້ການນຳເຂົ້າສິນຄ້າມີລາຄາທີ່ສູງຂຶ້ນແຕ່ຕ້ອງຂາຍໃນລາຄາທີ່ປົກກະຕິ ຫຼື ຖ້າຂຶ້ນກໍຂຶ້ນພຽງເລັກໜ້ອຍ ເພາະຫາກຂຶ້ນຫຼາຍປະຊາຊົນກໍຈະຄິດວ່າລາຄາສູງຄ້າຂາຍກໍລຳບາກ, ປັດຈຸບັນກໍໄດ້ມີການສັງເກດການ ຫຼື ສຶກສາໄປພ້ອມ ແລະ ຄິດວ່າສິນຄ້າໂຕໃດທີ່ບໍ່ຄ່ອຍໄດ້ຂາຍກໍຈະບໍ່ນຳເຂົ້າມາຫຼາຍ.

ຂະນະທີ່ພໍ່ຄ້າອາຫານທະເລທ່ານໜຶ່ງ ເຊິ່ງໄດ້ນຳເຂົ້າອາຫານທະເລຈາກປະເທດໄທ ໃຫ້ທັດສະນະວ່າ: ການແຂງຄ່າຂອງເງິນບາດເມື່ອທຽບໃສ່ເງິນກີບນັ້ນແມ່ນກະທົບຕໍ່ການຂາຍເຄື່ອງພວກເຮົາຫຼາຍ ບາງຄັ້ງສິນຄ້າບາງລາຍການຈົນບໍ່ມີກຳໄລ ເພາະເອົາມາຂາຍໜ້າຮ້ານກໍຈະຂຶ້ນລາຄາຕາມອັດຕາແລກປ່ຽນເງິນໃນແຕ່ລະວັນ ເມື່ອເຫັນລາຄາຂາຍເພີ່ມຂຶ້ນລູກຄ້າກໍບໍ່ຢາກຊື້. ສະນັ້ນ, ບາງຄັ້ງຈຶ່ງຕ້ອງຈຳເປັນຂາຍໃນລາຄາເກົ່າ ເຖິງແມ່ນຈະບໍ່ມີກຳໄລກໍຕາມເພື່ອຮັກສາລູກຄ້າເດີມໄວ້.