ມະຕິສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ 8 ມາດຕະການ ພັດທະນາຊັບພະຍາກອນມະນຸດ

283

ມະຕິສະພາ ໄດ້ຮັບຮອງເອົາແຜນພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ ໂດຍສະເພາະແມ່ນການສ້າງຊັບພະຍາກອນມະນຸດ ໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນວິຊາສະເພາະດ້ານກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂ ຄວາມທຸກຍາກພ້ອມໄດ້ສະເໜີໃຫ້ລັດຖະບານສຸມໃສ່ 8 ມາດຕະການ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ມີການຫັນປ່ຽນໄປໃນທິດທີ່ດີຂຶ້ນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ໄດ້ຂຶ້ນຜ່ານຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ ໂດຍສະເພາະແມ່ນການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນວິຊາສະເພາະດ້ານກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກໃນຕໍ່ໜ້າ ວ່າ: ມາດຕາ 1: ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ ແລະ ການພັດທະນາຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນວິຊາສະເພາະດ້ານໃນສາຂາວິຊາກະສິກຳ, ຄູ, ພະຍາບານ ເພື່ອສາມາດສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກ.

ກອງປະຊຸມສະແດງຄວມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ປະຕິບັດແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໂດຍເລັ່ງໃສ່ຍົກລະດັບບຸກຄະລາກອນທັງພາກລັດ ແລະ ເອກະຊົນໃຫ້ສູງຂຶ້ນ ເພື່ອສ້າງຄົນໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ສຸຂະພາບແຂງແຮງ, ຄວາມຊຳນານງານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ, ຫັນປ່ຽນໂຄງປະກອບກຳລັງແຮງງານໄປຕາມທິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ປະກອບສ່ວນໃນການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ເສດຖະກິດ – ສັງຄົມໄດ້ຮັບການຂະຫຍາຍຕົວຕໍ່ເນື່ອງ.

ມາດຕາ 2: ຮັບຮອງເອົາທິດທາງລວມກ່ຽວກັບການພັດທະນາຊັບພະຍາກອນມະນຸດ ແລະ ມາດຕະການຈັດຕັ້ງປະຕິບັດ 3 ຂະແໜງບຸລິມະສິດ.

ກອງປະຊຸມຮັບຮອງເອົາທິດທາງລວມໃນຕໍ່ໜ້າໃນການພັດທະນາຊັບພະຍາກອນມະນຸດ ເຊິ່ງປະກອບມີ 11 ວຽກຈຸດສຸມ, 6 ມາດຕະການແກ້ໄຂໃນຂະແໜງກະສິກໍາ, 17 ມາດຕະການ ແກ້ໄຂບັນຫາຄູເຫຼືອບໍ່ພໍ, ການພັດທະນາຊັບພະຍາກອນມະນຸດໃຫ້ສາມາດຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ ຕາມຂະແໜງບຸລິມະສິດໃຫ້ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ. ພ້ອມນັ້ນ, ກອງປະຊຸມໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ມາດຕະການເພີ່ມຕື່ມ ດັ່ງນີ້:

1). ເພີ່ມທະວີການຊີ້ນໍາ – ນໍາພາຂອງຄະນະນຳທຸກຂັ້ນ ໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດໃຫ້ເປັນວຽກບຸລິມະສິດຂອງຕົນ ພ້ອມທັງມີການເຜີຍແຜ່ໃຫ້ອົງການຈັດຕັ້ງລັດພະນັກງານ – ລັດຖະກອນ ແລະ ສັງຄົມຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ.

2). ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳທີ່ກ່ຽວຂ້ອງກັບການພັດທະນາຊັບພະຍາກອນມະນຸດໃຫ້ເປັນລະບົບ ໂດຍສະເພາະການສ້າງຄູ່ມືແນະນຳການຈັດຕັ້ງຜົນຂະຫຍາຍຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ.

3). ປັບປຸງກົນໄກການປະສານສົມທົບ ລະຫວ່າງ ຄະນະກຳມາທິການແຫ່ງຊາດ, ຄະນະກຳມະການລະດັບກະຊວງ ແລະ ແຂວງ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ຈະແຈ້ງ, ສ້າງລະບົບຕິດຕາມປະເມີນຜົນ ແລະ ມີການລາຍງານເປັນປົກກະຕິ.

4). ປະເມີນຄວາມຕ້ອງການຂອງຕະຫຼາດແຮງງານ ທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງແຜນພັດທະນາບຸກຄະລາກອນຂອງຂະແໜງການ, ຮັບປະກັນໂຄງປະກອບໃຫ້ມີເຜົ່າ, ເພດຍິງ ເພື່ອສືບທອດປ່ຽນແທນສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ.

5). ພັດທະນາລະບົບຂໍ້ມູນ – ຂ່າວສານ ການພັດທະນາຊັບພະຍາກອນມະນຸດໃຫ້ເປັນລະບົບ ແລະ ທັນສະໄໝ ແນໃສ່ສ້າງ ແລະ ຄຸ້ມຄອງບຸກຄະລາກອນໃຫ້ລວມສູນ, ເປັນເອກະພາບທົ່ວປະເທດ.

6). ສືບຕໍ່ສ້າງຂອບວຸດທິການສຶກສາແຫ່ງຊາດ, ຕິດຕາມເກັບກຳຜູ້ຮຽນຈົບຢູ່ພາຍໃນ ແລະ ຕ່າງປະເທດ ທີ່ປະກອບອາຊີບຢູ່ບັນດາຫົວໜ່ວຍແຮງງານທັງພາກລັດ ແລະ ເອກະຊົນ, ປະເມີນຄວາມສອດຄ່ອງປັບປຸງມາດຕະຖານຫຼັກສູດ ແລະ ເນື້ອໃນຫຼັກສູດໃຫ້ໄປຕາມຫຼັກສູດແຫ່ງຊາດ ແລະ ຫຼັກສູດທ້ອງຖິ່ນ ເພື່ອຮັບປະກັນຄຸນນະພາບການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

7). ເພີ່ມທະວີປຸກລະດົມ, ໂຄສະນາ, ເຜີຍແຜ່, ສ້າງຄວາມເຂົ້າໃຈ ແລະ ແນະນຳວິຊາຊີບໃຫ້ແກ່ນັກຮຽນສາຍສາມັນທັງພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມການສ້າງວຽກເຮັດງານທຳດ້ວຍຕົນເອງ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.

8). ຈັດສັນງົບປະມານ ແລະ ເພີ່ມການລົງທຶນຂອງພາກລັດ ເພື່ອຊຸກຍູ້ການເຄື່ອນໄຫວວຽກງານຂອງຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ ແລະ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ບຸລິມະສິດໃນການກໍ່ສ້າງບຸກຄະລາກອນ ແລະ ການປະກອບສິ່ງອຳນວຍຄວາມສະດວກໃນດ້ານຕ່າງໆ ເປັນຕົ້ນ: ການປະກອບເຄື່ອງທົດລອງເພື່ອຮັບໃຊ້ການຮຽນ – ການສອນ, ການຄົ້ນຄວ້າວິທະຍາສາດ, ການສ້າງຫໍພັກນັກສຶກສາໃຫ້ຜູ້ດ້ອຍໂອກາດທີ່ມາຮຽນ ກະສິກຳ, ຄູ, ພະຍາບານ ແລະ ປະຊາຊົນທີ່ມາຝຶກອົບຮົມຢູ່ສະຖານການສຶກສາທີ່ເປັນຕົວແບບດ້ານຕ່າງໆ.

ມາດຕາ 3: ການຈັດຕັ້ງປະຕິບັດແມ່ນມອບໃຫ້ລັດຖະບານຊີ້ນຳຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດກໍຄືກະຊວງສຶກສາທິການ ແລະ ກີລາ, ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດມະຕິສະບັບນີ້ຢ່າງເຂັ້ມງວດ; ມອບໃຫ້ຄະນະປະຈຳສະພາແຫ່ງຊາດຊີ້ນຳບັນດາກຳມາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ດຳເນີນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິສະພາບນີ້ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ.

( ຄຳນ້ອຍ )