ປົກປ້ອງລູກນ້ອຍເມື່ອອາກາດຮ້ອນ

34

ອາກາດຮ້ອນແບບນີ້ ແນະນໍາໃຫ້ພໍ່ໆແມ່ໆ ໃສ່ໃຈ ປົກປ້ອງລູກນ້ອຍຈາກແດດເພາະແດດຮ້ອນຈັດນັ້ນເປັນອັນຕະລາຍຫຼາຍ ກວ່າທີ່ຄິດ ເຊິ່ງສິ່ງທີ່ເປັນຕາຢ້ານໃນລະດູຮ້ອນນອກຈາກໄຂ້ຫວັດ, ພາວະລົມແດດ ຫຼື Heat stroke ແລ້ວ ຍັງຕ້ອງລະວັງໃນເລື່ອງການບໍ່ໃຫ້ແດດເຜົາອີກ ເຊິ່ງອາການ ແລະ ວິທີປ້ອງກັນມີດັ່ງນີ້:
ອາການເຈັບປ່ວຍເມື່ອຖືກແດດເຜົາ: ຜິວແດງ, ຮູ້ສຶກແສບຮ້ອນເມື່ອຖືກສຳຜັດ, ປວດຮາກ, ວິນຫົວ, ສີຜິວບໍ່ສະໝໍ່າສະເໝີ, ໂຕຮ້ອນສູງ, ອາດຈະມີໄຂ້. ດັ່ງນັ້ນ, ຄວນມີອຸປະກອນຊ່ວຍບໍ່ໃຫ້ຖືກແດດເຜົາເຊັ່ນ:
– ຄຣີມກັນແດດສຳລັບເດັກນ້ອຍ
– ໝວກທີ່ມີປີກກວ້າງ
– ເສື້ອຜ້າແຂນຍາວທີ່ແພບາງ
– ຕຸກນໍ້າ
ກ່ອນອອກນອກເຮືອນຄວນປ້ອງກັນດັ່ງນີ້:
– ອອກໄປພົບແດດຫຼັງ 16:00 ໂມງ ແດດຈະບໍ່ແຮງ ເຮັດໃຫ້ບໍ່ແສບຜິວ
– ທາຄຣີມກັນແດດສຳລັບເດັກນ້ອຍໃຫ້ລູກ ກ່ອນອອກນອກເຮືອນສະເໝີ
– ໃສ່ເສື້ອຜ້າທີ່ລະບາຍອາກາດໄດ້ດີ ແລະ ຊ່ວຍປົກຄຸມຜິວໃຫ້ຄົບທຸກສ່ວນ
– ກຽມນໍ້າໃຫ້ລູກກິນສະເໝີເວລາອອກໄປຖືກແດດ
■ ວິທີຊ່ວຍລູກນ້ອຍເມື່ອຖືກແດດເຜົາ:
– ອາບນໍ້າດ້ວຍນໍ້າທີ່ເຢັນຂຶ້ນຈາກອຸນຫະພູມປົກກະຕິ
– ກຽມຜ້າຈຸ່ມນໍ້າເຢັນບິດພໍໝາດໆ ແລະ ວາງລົງເທິງຜິວທີ່ໄໝ້ ດົນປະມານ 15 ນາທີ ບໍ່ຖູ ຫຼື ຂັດ
– ໃຊ້ຫວ່ານຫາງແຂ້ທາບໍລິເວນຜິວໄໝ້
– ໃຊ້ນໍ້າໝາກພ້າວທາບໍລິເວນທີ່ຖືກແດດເຜົາ ຈົນມີສີຜິວທີ່ເປັນດ່າງ ຈະຊ່ວຍໃຫ້ຜິວກັບມາສະໝໍ່າສະເໝີກັນໄດ້
– ຫຼີກລ່ຽງການພາອອກແດດເພື່ອໃຫ້ຜິວຂອງລູກໄດ້ມີເວລາຟື້ນໂຕ
– ເມື່ອເກີດຕຸ່ມໃສ ຫ້າມເຈາະອອກ, ຫ້າມຊື້ຢາກິນເອງ ໃຫ້ພາໄປພົບແພດທັນທີ
ຂໍ້ມູນຈາກ: ດຣ ບົວແສງນິຍົມ ພຣະສິດທິເດຊ