ທາງການສັ່ງ! ເພຈ “Support Prime Minister Thongloun Sisoulith” ໃຫ້ຢຸດຕິການເຄື່ອນໄຫວ

63

ຫຼາຍຄົນທີ່ໃຊ້ເຟສບຸກ ກໍ່ຄົງຈະເຫັນ ເພຈ “Support Prime Minister Thongloun Sisoulith” ທີ່ປະກົດອອກໃນໜ້າຂ່າວອອນລາຍໃນເຟສບຸກ (Facebook). ປັດຈຸບັນຖືກທາງການແຈ້ງໃຫ້ຢຸດຕິການເຄື່ອນໄຫວແລ້ວ ອີງຕາມການລາຍງານຂອງສຳນັກຂ່າວສານປະເທດລາວ (KPL).

 

 

ໃນ 26 ມິຖຸນາ 2019 ຜ່ານມາ, ສຳນັກຂ່າວສານປະເທດລາວ ເຊິ່ງເປັນສື່ທາງການຂອງລັດຖະບານ ໄດ້ລາຍງານວ່າ ​ເຈົ້າໜ້າທີ່​ ກົມ​ປະຊາສຳພັນ ປະຈຳຫ້ອງການ​ສຳນັກງານ​ນາຍົກ​ລັດຖະມົນຕີ​ແຈ້ງ​ໃຫ້​ຊາບ​ວ່າ ໜ້າຂ່າວ​ອອນ​ລາຍ​ ໃນ​ເຟສບຸກ (Facebook) ທີ່​ໃສ່​ນາມ​ ຕົນ​ເອງ​ວ່າ: “Support Prime Minister Thongloun Sisoulith” ​ແມ່ນ​ບໍ່​ມີ​ສ່ວນ​ກ່ຽວ ຂ້ອງ​ກັບ​ ທ່ານ ທອງ​ລຸນ ສີ​ສຸ​ລິດ  ນາຍົກ​ລັດຖະມົນຕີ  ​ແຫ່ງ​ ສປປ ລາວ ​ແຕ່​ປະການ​ໃດ.

 

 

ຂ່າວຍັງລະບຸວ່າ ເຈົ້າໜ້າທີ່ກົມປະຊາສຳພັນໃຫ້ຮູ້ຕື່ມວ່າ ຂ່າວ ​ແລະ ຮູບ​ພາບ​ທີ່​ໄດ້ປ່ອຍ​ອອກ​ຜ່ານໜ້າຂ່າວ​ອອນລາຍ​ດັ່ງກ່າວ​ໃນ​ໄລຍະຜ່ານ​ມາ​ແມ່ນ​ບໍ່​ຖືກຕ້ອງ, ​ຈຶ່ງ​ໃຫ້​ເຈົ້າຂອງໜ້າຂ່າວ​ນີ້ຢຸດ​ຕິ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ແລະ ປະຕິບັດ​ກົດໝາຍວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ), ກົດໝາຍວ່າ​ດ້ວຍ​ການ​ຕ້ານ ​ແລະ ສະກັດ​ກັ້ນອາຊະ​ຍາ​ກຳ​ທາງລະບົບ​ຄອມ​ພິວເຕີ, ດຳລັດ​ນາຍົກລັດຖະມົນຕີວ່າດ້ວຍ​ການ​ຄຸ້ມ​ຄອງຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ​ເລກທີ 327/ນຍ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ.

 

 

ເພຈ “Support Prime Minister Thongloun Sisoulith” ໜ້າຂ່າວອອນລາຍ ໄດ້ສ້າງຂຶ້ນເມື່ອວັນທີ 4 ເດືອນ ພຶດສະພາ ປີ 2016 ເປັນຕົ້ນມາ. ປັດຈຸບັນມີຍອດຜູ້ຕິດຕາມຫຼາຍກວ່າສອງແສນຄົນ, ເພຈດັ່ງກ່າວໄດ້ໃຊ້ຮູບປະຈໍາຕົວເປັນຮູບຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ມີການລາຍງານກ່ຽວກັບການເຄື່ອນໄຫວຂອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມາໂດຍຕະຫຼອດ ແຕ່ບໍ່ແມ່ນເຟສບຸກທາງການຂອງນາຍົກລັດຖະມົນຕີ ເປັນພຽງໜ້າເຟສບຸກທີ່ສ້າງຂຶ້ນໂດຍບຸກຄົນທີ່ຜູ້ຕິດຕາມ ໂດຍລະບຸວ່າ ເພື່ອສະໜັບສະໜູນນາຍົກລັດຖະມົນຕີ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ  ແຫ່ງ ສປປ ລາວ.

 

 

ແນວໃດກໍ່ຕາມ ຈາກການຊີ້ແຈງຂອງເພຈດັ່ງກ່າວໃນເຊົ້າມື້ນີ້ລະບຸວ່າ ເພຈຂ່າວໄດ້ລະບຸໄວ້ຊັດເຈນແລ້ວ ເປັນເພຈສະໜັບສະໜູນຄະນະລັດຖະບານຊຸດປັດຈຸບັນ ໃນນາມພາກປະຊາຊົນທີ່ຮັກ ແລະສັດທາໃນແນວທາງຂອງເພີ່ນເທົ່ານັ້ນ!!!!