ໄຕມາດ 1 ເສດຖະກິດອິນໂດເນເຊຍ ເຕີບໂຕ 5,11%

28

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 7 ພຶດສະພາ, ຫ້ອງການສະຖິຕິຂອງອິນໂດເນເຊຍ (BPS) ເປີດເຜີຍວ່າ ໄຕມາດ1ປີ 2024 ເສດຖະກິດຂອງອິນໂດເນເຊຍ ຂະຫຍາຍຕົວ 5,11%.
ທ່ານ ອາມາເລຍ ວິດຍາສັນຕິ ຮັກສາການຫົວໜ້າຫ້ອງການສະຖິຕິຂອງອິນໂດເນເຊຍ ກ່າວວ່າ: ໂຕເລກດັ່ງກ່າວຖືເປັນການເຕີບໂຕໃນຮອບໄຕມາດທຳອິດທີ່ສູງທີ່ສຸດ ນັບຕັ້ງແຕ່ປີ 2015 ໂດຍອິນໂດເນເຊຍ ລາຍງານການເຕີບໂຕ 5,12% ໃນໄຕມາດທຳອິດຂອງປີ 2014.
ທ່ານ ອາມາເລຍ ວິດຍາສັນຕິ ລະບຸວ່າ: ຫາກພິຈາລະຈາໃນດ້ານການຜະລິດ ປັດໄຈຫຼັກທີ່ສົ່ງເສີມການເຕີບໂຕທາງເສດຖະກິດໃນໄລຍະເວລາດັ່ງກ່າວໄດ້ແກ່ ການແປຮູບ, ການຄ້າ, ການກໍ່ສ້າງ ແລະ ບໍ່ແຮ່ ໂດຍການຜະລິດຍັງຄົງເປັນແຫຼ່ງທີ່ມາຂອງການເຕີບໂຕສູງສຸດ 0,86%.
ສ່ວນໃນດ້ານການໃຊ້ຈ່າຍ, ການບໍລິໂພກພາກຄົວເຮືອນຍັງມີສ່ວນສຳຄັນທີ່ສົ່ງເສີມຕໍ່ການເຕີບໂຕທາງເສດຖະກິດ ໂດຍເພີ່ມຂຶ້ນ 4,91%.
ສ່ວນອັດຕາເງິນເຟີ້ຂອງອິນໂດເນເຊຍ ຢູ່ໃນລະດັບ 3% ໃນເດືອນເມສາ ຫຼັງຈາກໄດ້ຮັບແຮງກົດດັນຈາກລາຄາອາຫານ ບາງສ່ວນປັບຕົວລົງ ເນື່ອງຈາກເຂົ້າສູ່ສະດູການເກັບກ່ຽວ ແຕ່ຢ່າງໃດກໍຕາມ ຖືວ່າຫລຸດລົງ ກວ່າທີ່ຄາດການໄວ້(3,06%) ໂດຍອັດຕາເງິນເຟີ້ ດັ່ງກ່າວຍັງຢູ່ໃນຂອບເປົ້າໝາຍ 1,5%-3,5% ທີ່ທະນາຄານກາງ ອິນໂດເນເຊຍ (BI) ກຳນົດໄວ້.