ໝຸ່ມກິນ້ອຍ ພິທີກອນດັງອອກມາຂອບໃຈແຟນໆທີ່ເປັນຫ່ວງ ຫຼັງປະສົບອຸບັດເຫດ

126

ໃນຕອນແລງວັນເສົາ ວັນທີ 22 ມິຖຸນາ ຜ່ານມາ ພິທີກອນ ຂອງໂທລະພາບລາວສຕາຣ໌ທີ່ມີຜູ້ຄົນຮູ້ຈັກຫຼວງຫຼາຍຢ່າງ ໝຸ່ມ ກິນ້ອຍ ເຮຮາ ໄດ້ປະສົບອຸບັດເຫດ ບາດເຈັບພໍສົມຄວນ ຍ້ອນລົດໃຫຍ່ແລ່ນຕັດໜ້າ ເຮັດໃຫ້ລົດຈັກລົ້ມ ຕອນນີ້ຍັງນອນຮັກສາຕົວຢູ່.

 

ເຊິ່ງອາການລ່າສຸດໃນຕອນນີ້ ຕາມທີ່ພິທີກອນຊຸບຕາຣ໌ ໄດ້ອັບເດດ ຜ່ານທາງເຟສບຸກໄລສ່ວນຕົວ ມີ ກະດູກບ່າໄຫຼ່ຫັກ, ມືຫຍິບ 2 ເຂັມ ແລະ ກໍ່ມີບາດແຜຕາມແຂນຂາ. ປັດຈຸບັນ ອາການປອດໄພບໍ່ໜ້າເປັນຫ່ວງແລ້ວ ຂອບໃຈແຟນທີ່ໃຫ້ກຳລັງໃຈ.

 

 

ພິທີກອນຄົນດັງ ນອກຈາກຈະອອກມາຂອບໃຈແຟນຄຣັບທຸກໆຄົນທີ່ເປັນຫ່ວງແລ້ວ ຍັງຝາກເຕືອນຜູ້ໃຊ້ລົດໃຊ້ຖະໜົນທຸກໆຄົນ ໃຫ້ມີສະຕິລະມັດລະວັງຕົວໃນການຂັບຂີ່ ເນື່ອງຈາກມີຄວາມສ່ຽງສູງ ອຸບັດເຫດສາມາດເກີດຂຶ້ນໄດ້ທຸກເມື່ອ.

 

 

ທ້າຍສຸດ, ພວກເຮົາຂໍເປັນກຳລັງໃຈໃຫ້ໝຸ່ມກິນ້ອຍ ເຮຮາ ຈົ່ງຫາຍໄວໆ ແລ້ວກັບມາມອບຄວາມສຸກໃຫ້ແຟນໆໄດ້ຊື່ນຊົມອີກຄັ້ງ!!

 

 

 

ຂໍ້ມູນ: LAO STAR TV, Kinoy Laostar