ເຜີຍແຜ່ຂໍ້ຫ້າມໃຫ້ນາຍ ແລະ ພົນຕຳຫຼວດ ເມືອງອາດສະພອນ

129

ທ້າຍອາທິດຜ່ານມາ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍຂໍ້ຫ້າມນາຍ ແລະ ພົນຕຳຫຼວດ, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍ ທ່ານ ພັນເອກ ລຳຄູນ ວໍລະວົງ ຮອງກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມຮັບຟັງມີ ທ່ານ ພັນໂທ ໝອນຄຳ ກິ່ນທະວົງສັກ ຫົວໜ້າກອງບັນຊາການ ປກສ ເມືອງອາດສະພອນ ພ້ອມຄະນະ, ມີຄະນະພະແນກ ແລະ ພະນັກງານໃນເມືອງດັ່ງກ່າວເຂົ້າຮ່ວມຮັບຟັງ.

ເຊິ່ງເອກະສານທີ່ນໍາມາເຜີຍແຜ່ປະກອບມີ: ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 564/ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມນາຍ ແລະ ພົນຕຳຫຼວດ, ຄຳສັ່ງຂອງຮອງລັດຖະມົນຕີ ຫົວໜ້າຄະນະຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1066/ປກສ ລົງວັນທີ10 ມິຖຸນາ 2019 ກ່ຽວກັບການເພີ່ມທະວີການສະກັດກັ້ນ ແລະ ຕ້ານຢາເສບຕິດ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 464/ປກສ ລົງວັນທີ 13 ມີນາ 2019 ວ່າດ້ວຍການຄຸ້ມຄອງ ແລະ ການນຳໃຊ້ອຸປະກອນສື່ສານຂອງກຳລັງປ້ອງກັນຄວາມສະຫງົບ.

ໃນນີ້, ສະເພາະຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະກອບມີ 21 ມາດຕາ, ມີ 06 ໝວດ ເຊິ່ງໃນໝວດທີ 2 ມາດຕາທີ 4 ຂໍ້ຫ້າມ, ນອກຈາກຂໍ້ຫ້າມທີ່ກຳນົດໄວ້ໃນໝວດທີ 5 ມາດຕາທີ 28 ແລະ 39 ຂອງກົດໝາຍວ່າດ້ວຍກຳລັງປ້ອງກັນ ຄວາມສະຫງົບແລ້ວ ຍັງຫ້າມນາຍ ແລະ ພົນຕຳຫຼວດມີພຶດຕິກຳ ຄື: ຫ້າມໃຫ້ ຫຼື ຮັບສິນບົນທຸກກໍລະນີ; ຫ້າມເຂົ້າຮ່ວມ ແລະ ພົວພັນກັບການຜະລິດຄ້າຂາຍ, ຂົນສົ່ງ, ອຳນວຍ ຄວາມສະດວກ, ຊຸກເຊື່ອງ ແລະ ເສບສິ່ງເສບຕິດທຸກປະເພດທີ່ກົດໝາຍເກືອດຫ້າມ; ຫ້າມສວຍໃຊ້ໜ້າທີ່ອອກ ແລະ ນຳໃຊ້ປ້າຍລົດທີ່ບໍ່ຖືກຕ້ອງຕາມລະບຽບການທີ່ກຳນົດໄວ້; ຫ້າມພົວພັນສັງຄົມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊັ່ນວ່າ: ທຳມິດສະຈານ, ສ້າງຄອບຄົວໂດຍບໍ່ໄດ້ຮັບອະນຸຍາດ, ພົວພັນກັບບຸກຄົນ ຫຼື ກຸ່ມແກ້ງທີ່ມີພຶດຕິກຳລະເມີດລະບຽບກົດໝາຍ, ຫ້າມວິ້ງເຕັ້ນເປັນນາຍໜ້າປົກປ້ອງແຊກແຊງການແກ້ໄຂຄະດີ ແລະ ບັນຫາອື່ນໆທີ່ຜິດຕໍ່ລະບຽບກົດໝາຍ.

ນອກນີ້, ກໍຫ້າມເຜີຍແຜ່ ຫຼື ເປີດເຜີຍຂໍ້ມູນ – ຂ່າວສານທາງລັດຖະບານ, ຄວາມລັບ ແລະ ສິ່ງຕ່າງໆທີ່ພາໃຫ້ເສື່ອມເສຍບົດບາດຂອງກຳລັງ ເປັນຕົ້ນ: ຮູບພາບໃນເຄື່ອງແບບ, ພາບເຄື່ອນໄຫວວຽກງານ, ຂໍ້ຄວາມສຽງລົງຄຳເຫັນທີ່ບໍ່ເໝາະສົມທີ່ລົງສື່ເອເລັກໂຕຣນິກ, ສື່ສິ່ງພິມ ແລະ ດ້ວຍຮູບການອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດຈາກຂັ້ນເທິງ ແລະ ການຈັດຕັ້ງກ່ຽວຂ້ອງ; ຫ້າມສວຍໃຊ້ໜ້າທີ່ເອົາເງິນລັດ, ລວມໝູ່, ບຸກຄົນ ແລະ ຂອງກາງຄະດີ ເພື່ອຫາຜົນປະໂຫຍດສ່ວນຕົວໂດຍບໍ່ຊອບທຳ ແລະ ຂໍ້ຫ້າມຕ່າງໆອີກຈຳນວນໜຶ່ງຕື່ມອີກ ແລະ ໃນທິດທາງດຽວກັນນີ້ ທ່ານ ພັນເອກ ລຳຄູນ ວໍລະວົງ ຍັງໄດ້ເຜີຍແຜ່ເອກະສານດັ່ງກ່າວຢູ່ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ຕື່ມອີກ.