Monthly Archives: June, 2019

ຮຽນທາງລັດແຕ່ໜຸ່ມນ້ອຍ, 16 ປີຄ້າຢາຕັ້ງ 60 ມັດ

ຄົນເຮົາເກີດມາມີຫຼາຍເສັ້ນທາງໃຫ້ເລືອກເດີນ, ເມື່ອເຮົາຍ່າງໄປໃນທາງທີ່ຖືກຊີວິດເຖິງຈະບໍ່ລາບລື່ນແຕ່ກໍ່ຍືນຍາວ ແຕ່ເມື່ອເຮົາຫຼົງທາງຜິດແລ້ວບໍ່ຈັກສຳນຶກກ້າວໄປເລື້ອຍໆສຸດທ້າຍບໍ່ເປັນບ້າເສຍຈິດກໍ່ຈົບລົງທີ່ການຮັບໂທດທາງກົດໝາຍດັ່ງຄະດີລາຍນີ້ ເດັກອາຍຸ 16 ປີ ຮຽນຮູ້ການຫາເງິນ ແຕ່ຫຼົງທາງໄປເປັນເຫຍື່ອຂອງຢາບ້າ, ອາຍຸບໍ່ເຖິງ 18 ປີກໍ່ຕ້ອງໄປຮັບໂທດແລ້ວ!!! ໃນຕອນບ່າຍຂອງວັນທີ 30 ພຶດສະພານີ້, ຢູ່ທີຫ້ອງປະຊຸມສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ຮັບຟັງການອ່ານຄໍາຖະແຫຼງຂອງອົງການໄອຍະການປະຊາຊົນແຂວງທີ່ເປັນໂຈດສະບັບເລກທີ 03/ອຍກຂ.ອຊ ລົງວັນທີ 9.5 2019 ແລະ ປະເດັນຄໍາຕັດສີນຄະດີອາຍາ ເລກທີ 003/ຂຕ.ດ ລົງວັນທີ...

ຕີ່ງ ຜູ້ຫຼາຍຄວາມສາມາດ ຈາກນັກອອກແບບສູ່ວົງການນາງແບບຄັ້ງທໍາອິດ

ຕີ່ງຄຳ ອ່ອນແສງເພັດ ຫຼື ຕີ່ງ ອາຍຸ 22 ປີ ເປັນ The Winner Karmart Asian Beauty Blogger 2018 LAOS ຫຼາຍໆຄົນຄົງຄຸ້ນໜ້າ ແລະ ຊື່ສຽງຂອງໜຸ່ມຄົນນີ້ແນ່ແລ້ວ. ຕິ່ງເປັນຊາຍໜຸ່ມທີ່ມີຄວາມສາມາດຫຼາກຫຼາຍ ກ່ຽວກັບການບັນເທິງ ບໍ່ວ່າຈະເປັນຄວາມສາມາດທາງຝີປາກກັບການເປັນ ພິທີກອນ, ເອັມຊີ, ນັກສະແດງ,...

ແບ່ງປັນວິໄສທັດຂອງເດັກນ້ອຍໃນປີ 2030

ວັນທີ 31 ພຶດສະພາ 2019 ຄະນະ ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ - ເດັກ            ( ຄຊກມດ ) ຮ່ວມກັບ ອົງການ ຢູນິເຊັບ ( UNICEF ) ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນທັງເປັນການເປີດເວທີໃຫ້ເດັກໄດ້ປະກອບຄໍາເຫັນກ່ຽວກັບວິໄສທັດໃນປີ 2030, ສິ່ງທ້າທາຍ ແລະ...

ເສດຖະກິດລາວ ຍັງສືບຕໍ່ຂະຫຍາຍຕົວຊ້າ

ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງ ເລກທີ 12/ນຍ ເພື່ອປັບສະພາບການລົງທຶນອຳນວຍຄວາມສະດວກແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ບັນຍາກາດການລົງທຶນຄ່ອຍປັບຕົວຍັບມາດີຂຶ້ນ ແຕ່ເວລາໃນການປະຕິບັດຄຳສັ່ງດັ່ງກ່າວຍັງບໍ່ດົນປານໃດທາງດ້ານຕົວເລກການລົງທຶນອາດບໍ່ມີຜົນຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ປີ 2019 ແຕ່ຈະສົ່ງຜົນດີໄລຍະຍາວ. ທ່ານ ລີເບີ ລີບົວປາວ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາຍງານເມື່ອກາງເດືອນພຶດສະພາ 2019 ຜ່ານມານີ້ ວ່າ: ລັດຖະບານໄດ້ມີຄວາມພະຍາຍາມໃນການແກ້ໄຂຂອດອັດຕັນ ແລະ ວາງນະໂຍບາຍສົ່ງເສີມການລົງທຶນເພື່ອເຮັດໃຫ້ສະພາບການລົງທຶນພາຍໃນຂະຫຍາຍຕົວໄປຕາມການພັດທະນາແຕ່ລະໄລຍະການປະຕິບັດສ່ວນໃຫຍ່ແມ່ນເລັ່ງເປົ້າໄປທີ່ 8 ມາດຕະການ ທີ່ກໍານົດໄວ້ໃນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ...

ຈີນ ຕອບໂຕ້ຂຶ້ນພາສີສິນຄ້ານໍາເຂົ້າຈາກ ອາເມຣິກາ ຊຸດໃຫຍ່

ຈີນປະກາດຂຶ້ນອັດຕາພາສີສິນຄ້ານໍາເຂົ້າຈາກສະຫະລັດ ອາເມຣິກາ ຊຸດໃໝ່ລວມມູນຄ່າຫຼາຍໝື່ນລ້ານໂດລາ ເມື່ອວັນເສົາ ຂະນະທີ່ ກຽມເປີດເຜີຍລາຍຊື່ບັນຊີດໍາບໍລິສັດຕ່າງປະເທດທີ່ບໍ່ໜ້າເຊື່ອຖື ໂດຍລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່າວ ຈີນພ້ອມສູ້ກັບສົງຄາມການຄ້າກັບອາເມຣິກາ ເຕັມຮູບແບບ ແຕ່ກໍ່ເປີດປະຕູເຈລະຈາຕະຫຼອດເວລາເຊັ່ນກັນ. ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງປັກກິ່ງ ສາທາລະນະລັດ ປະຊາຊົນຈີນ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ຄວາມເຄື່ອນໄຫວຫຼ້າສຸດຂອງຈີນ ໂຈມຕີສິນຄ້າສະຫະລັດ 5.410 ລາຍການລວມມູນຄ່າ 60 ພັນລ້ານໂດລາ...

ຜູ້ນໍາລາວ – ຍີ່ປຸ່ນ ຮ່ວມເປັນສັກຂີພິຍານການເຊັນສັນຍາການຮ່ວມມືຊ່ວຍເຫຼືອລະຫວ່າງສອງປະເທດ

ເນື່ອງໃນໂອກາດ ພະນະ ທ່ານ   ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25 ພາຍໃຕ້ຫົວ ຂໍ້: “ ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ່ນວາຍໃນໂລກ ( Seeking a new global...

ຮ້ອນກາຍ 50 ອົງສາ! ອິນເດຍ ເສຍຊີວິດຍ້ອນລົມແດດແລ້ວຫຼາຍຄົນ

ຄື້ນຄວາມຮ້ອນແຜ່ປົກຄຸມພາກເໜືອຂອງອິນເດຍ ອຸນຫະພູມທະລຸກາຍ 50 ອົງສາ ໃນລັດຣາຊາສະຖານ ແລະ ມີລາຍງານປະຊາຊົນທົນອາກາດຮ້ອນບໍ່ໄຫວເສຍຊີວິດຈາກລົມແດດແລ້ວຫຼາຍຄົນ. ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD: India Meteorological Department) ອອກຖະແຫຼງການວ່າ ອຸນຫະພູມໃນພື້ນທີ່ເມືອງຊູຣູ ເຂດທະເລຊາຍໃນລັດຣາຊາສະຖານ ທາງພາກເໜືອຂອງອິນເດຍ ໂດຍວັດແທກອຸນຫະພູມໄດ້ 50,6 ອົງສາ...

ເຮືອສໍາລານ ຕໍາກັບ ເຮືອນັກທ່ອງທ່ຽວ ທີ່ທ່າເຮືອເວນິສ

ເກີດອຸບັດຕິເຫດເຮືອສໍາລານລໍາໃຫຍ່ຕໍາກັບທ່າເຮືອ ແລະ ເຮືອນັກທ່ອງທ່ຽວທີ່ເມືອງເວນິສ ປະເທດອິຕາລີ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 4 ຄົນ. ສໍານັກຂ່າວຣອຍເຕີລາຍງານຈາກເມືອງເວນິສ ປະເທດອິຕາລີ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ບໍລິສັດເຮືອສໍາລານເອັມເອັສຊີ ຄຣຸຍຊ໌ ຖະແຫຼງວ່າ ເຮືອສໍາລານເອັມເອັສຊີ ໂອເປຣ່າ ເຮືອສໍາລານລໍາໃຫຍ່ ທີ່ມີຄວາມຍາວ 275 ແມັດ ແລະ ສູງ...

ລອງໄປສໍາພັດ ຖ້ຳພະຍານາກ ຜາໜ່າງວິລະຊົນ ອີກແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ຂອງເມືອງຊຳໃຕ້

ເມືອງຊຳໃຕ້ ແຂວງຫົວພັນ ມີທີ່ຕັ້ງຫ່າງຈາກເທສະບານແຂວງໄປທາງທິດໃຕ້ປະມານ 150 ກິໂລແມັດ, ນອນໃນເຂດປ່າສະຫງວນແຫ່ງຊາດນ້ຳຊຳຕອນໃຕ້ ທຳມະຊາດໄດ້ປັ້ນແຕ່ງໃຫ້ດິນແດນແຫ່ງນີ້ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມ ເປັນຕົ້ນແມ່ນນ້ຳຕົກຕາດວັງໃໜ່, ຕາດຜາໜ່າງ, ລ່ອງເຮືອຊົມທຳມະຊາດນ້ຳຊຳຕອນໃຕ້ … ວັນທີ 10 ພຶດສະພາ 2019 ຜ່ານມານີ້, ເມືອງຊໍາໃຕ້ໄດ້ຈັດພິທີເປີດຖໍ້າພະຍານາກ ຜາໜ່າງບ້ານເມືອງເກີນວິລະຊົນ ເປັນແຫຼ່ງທ່ອງທ່ຽວຂັ້ນທ້ອງຖີ່ນ ເຊີ່ງເປັນແຫ່ງທີ່ II ຂອງເມືອງຊຳໃຕ້ຂຶ້ນຢ່າງເປັນທາງການ. ຖໍ້າພະຍານາກເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ເປັນຖໍ້າທີ່ເລີກ ແລະ ກ້ວາງ,...

ຊາຣາ​ຍິງຈຸດໂທດ​ ໂອຣິກີ ຍິງປິດທ້າຍ ພາລີເວີພູລ ຊະນະສະເປີ 2-0 ຄວ້າແຊັມຢູຟາແຊັມປ້ຽນລີກ ສະໄໝທີ6

ການແຂ່ງຂັນຢູຟາແຊັມປຽນລີກນັດຊິງຊະນະເລີດ ລະດູການ2018-2019 ເປັນການພົບກັນຂອງທີມໃນພຣີເມຍລີກລະຫວ່າງສະເປີ(ເຂົ້າຊິງຄັ້ງທຳອິດ) ພົບລິເວີພູລ(ແຊັມ5ສະໄໝ) ທີ່ສະໜາມວານຕາ ເມໂຕຣໂປລິຕາໂນ່ໃນນະຄອນຫຼວງມາດຣິດ ປະເທດແອັດສະປາຍ ໃນວັນທີ 1 ມິຖຸນາ 2019(ຕາມເວລາທີ່ແອັດສະປາຍ) ເລີ່ມເກມພຽງ25ວິນາທີ ກຳມະການເປົ່າລູກໂທດໃຫ້ລີເວີພູລ ເມື່ອມາເນເປີດບານໄປຖືກແຂນຊິສໂຊໂກ, ເປັນຊາຣາ ຮັບໜ້າທີ່ຍິງຜ່ານມືໂຢຣິສເຂົ້າໄປ ພາລີເວີພູລຂຶ້ນນຳ1-0ຢ່າງໄວວາ ແບບແຟນບານບໍ່ທັນໄດ້ຕັ້ງໂຕ. ພາຍຫຼັງເສຍປະຕູກໍພະຍາຍາມຕໍ່ບານຂຶ້ນມາເພື່ອບຸກກົດດັນໃສ່ລີເວີພູລແຕ່ຍັງເຂົ້າພື້ນທີ່ອັນຕະລາຍບໍ່ໄດ້. ສ່ວນລີເວີພູລກໍສວນກັບມາໄດ້ລຸ້ນຫຼາຍມທື່ອ, ເຊິ່ງເຄິ່ງເວລາທີ1 ສະເປິຄອງບານໄດ້ຫຼາຍກວ່າ ແຕ່ຍັງຕີສະເໝີບໍ່ໄດ້. ເຂົ້າສູ່ເຄິ່ງເວລາທີ2 ສະເປີ ຍັງເດີນຫນ້າບຸກດົນດັນໃສ່ລີເວີພູລຢ່າງຕໍ່ເນື່ອງ ແລະ...
- Advertisment -
Slide
Slide

Most Read

error: Content is protected !!