ຕີ່ງ ຜູ້ຫຼາຍຄວາມສາມາດ ຈາກນັກອອກແບບສູ່ວົງການນາງແບບຄັ້ງທໍາອິດ

80

ຕີ່ງຄຳ ອ່ອນແສງເພັດ ຫຼື ຕີ່ງ ອາຍຸ 22 ປີ ເປັນ The Winner Karmart Asian Beauty Blogger 2018 LAOS ຫຼາຍໆຄົນຄົງຄຸ້ນໜ້າ ແລະ ຊື່ສຽງຂອງໜຸ່ມຄົນນີ້ແນ່ແລ້ວ.

ຕິ່ງເປັນຊາຍໜຸ່ມທີ່ມີຄວາມສາມາດຫຼາກຫຼາຍ ກ່ຽວກັບການບັນເທິງ ບໍ່ວ່າຈະເປັນຄວາມສາມາດທາງຝີປາກກັບການເປັນ ພິທີກອນ, ເອັມຊີ, ນັກສະແດງ, ແຕ່ງໜ້າ ອອກແບບຊຸດ ແລະ ຍັງຈະມີຜົນງານອື່ນໆອີກ…

ດັ່ງຫຼ້າສຸດກັບການໄດ້ເປັນນາງແບບຄັ້ງທໍາອິດຂອງ ຕີ່ງ ໃນງານ ແຟ ແຟຊັນ ລາວ (Fair Fashion Lao) ທີ່ ສຸນການຄ້າວຽງຈັນເຊັນເຕີ້ ໃນວັນທີ 1 ມິຖຸນາຜ່ານມາ ໄດ້ຊຸດຈາກນັກອອກແບບ ດາວ ດາວພະສຸກ ອິນທະວົງ.

ຕີ່ງ ໄດ້ໃຫ້ສໍາພາດກັບທີມຂ່າວເສດຖະກິດວ່າ: ຈຸດເລີ່ມຕົ້ນເລີຍ ແມ່ນຕີ່ງຢາກເປັນນາງແບບ (555) ແຕ່ດ້ວຍສ່ວນສູງເປັນອຸປະສັກ ກະເລີຍເລີ່ມຈາກການເປັນ Designers ແລ້ວເຮັດຊຸດທີ່ຕົນເອງຢາກໃສ່ ໃຫ້ນາງແບບສວມໃສ່ ເດີນໂຊເທິງເວທີ ສຳລັບວັນທີ 31 ພຶດສະພາ -1 ມິຖຸນາ 2019 ທີ່ຜ່ານມາຕີ່ງໄດ້ມີໂອກາດເປັນນາງແບບໃຫ້ກັບແບຣນເສື້ອຜ້າ Dao Dream.

ເລີ່ມຕົ້ນເລີຍ ແມ່ນຕີ່ງຈະໄດ້ໄປແຕ່ງຫນ້າໃຫ້ກັບນາງແບບໃນງານນີ້ ແຕ່ທາງ Designers ເຊີ່ງເປັນເຈົ້າຂອງແບຣນເສື້ອຜ້າ Dao Dream ໄດ້ຊວນຕີ່ງມາເປັນແບບເດີນໂຊ ການເດີນແບບເປັນຄວາມຝັນຂອງຕີ່ງຢູ່ແລ້ວ ກະເລີຍຕັດສີນໃຈຂໍປ່ຽນຈາກຊ່າງແຕ່ງຫນ້າມາເປັນນາງແບບ 5555!!!!

ພໍແຕ່ ດາວ ເຈົ້າຂອງແບຣນເສື້ອຜ້າ ຊວນ ຕີ່ງກະຕອບຕົກລົງໂດຍບໍ່ລັງເລເລີຍ ເພາະດ້ວຍສ່ວນສູງຂອງຕີ່ງພຽງແຕ່ 160cm ແນ່ນອນວ່າການໄດ້ເປັນ Model ແທບຈະບໍ່ມີເປີເຊັນເລີຍ.

ເມື່ອໄດ້ມາເດີນແບບເອງກະຮູ້ເຖິງຄວາມຮູ້ສຶກຂອງນາງແບບເລີຍ ຕີ່ງຄິດມາຕະຫຼອດວ່າພຽງແຕ່ໃສ່ຊຸດງາມໆຍ່າງອອກມາໂຊ ແລ້ວກໍກັບ ມັນສິຍາກຫຍັງ ແຕ່ຄວາມເປັນຈິງແມ່ນກໍບໍ່ຍາກ ແລະກໍບໍ່ງ່າຍ ເພາະວ່າຕ້ອງໄດ້ຢູ່ເທິງເກີບສົ້ນສູງເປັນເວລາດົນ ບາງເວທີໄດ້ຍ່າງຂື້ນລົງຂັ້ນໄດ ຕ້ອງໄດ້ມາຖ້າຄິວແຕ່ງຫນ້າ ຕີ່ງໄດ້ມາເປັນເອງຕີ່ງກະເຂົ້າໃຈເລີຍ ວ່າການເປັນ Designers ກັບການເປັນ Model ມັນກະມີຄວາມຍາກງ່າຍແຕກຕ່າງກັນ ແຕ່ລະຢ່າງກະມີຈຸດພິເສດແຕກຕ່າງກັນ.

ປັດຈຸບັນ ຕີ່ງເປັນພິທີກອນບາຍການ Zoomzoom Variety ແລະ ລາຍການ Music Onsen ທາງຊ່ອງໂທລະພາບ Laostar ,ເປັນຊ່າງແຕ່ງຫນ້າຟີແລ໋ນ , ເຮັດວີດີໂອສອນແຕ່ງຫນ້າລົງ Facebook Page ຊື່ວ່າ Laos Make Up By: Kating Make up ແລະຊ່ອງ YouTube ນຳຊື່ວ່າ TaengTamTing ແລະ ຜົນງານອື່ນໆດຽວຈະມາອັບເດດອີກເທື່ອໜື່ງ!!!!!

ໃນຖານະທີ່ ຕີ່ງ ກໍເປັນໄວຫນຸ່ມຄົນຫນື່ງ ທີ່ມັກຮັກໃນເລື່ອງຂອງການເປັນ Designers ແລະ ການເປັນ Model ຄົນໜື່ງ ສຳລັບໃຜທີ່ມັກຮັກໃນວົງການນີ້ຕີ່ງກໍຢາກໃຫ້ທຸກຄົນເລີ່ມຕົ້ນຈາກຂອງພື້ນບ້ານເຮົານີ້ແຫລະ ເຊັ່ນວ່າ ນຳແຜ່ນແພລາວມາເພີ່ມມູນຄ່າ ເພື່ອອວດໂສມສູ່ສາຍຕາມວນຊົນ ຕີ່ງຢາກໃຫ້ນຳສີ່ງທີ່ຄົນລາວເຮັດແລ້ວນຳໄປພັດທະນາເພື່ອເພີ່ມມູນຄ່າ ນອກຈາກຈະເປັນການສົ່ງເສີມສີມືຫັດຖະກຳຂອງຄົນລາວເຮົາເອງແລ້ວຍັງເປັນການເຜີຍແຜ່ສີມືຂອງຄົນລາວເຮົານຳອີກວ່າສີມືຂອງຄົນລາວເຮົາງາມ ແລະ ມີເອກະລັກສະເພາະໂຕ.

ສຳລັບຄົນທີ່ມີຄວາມຝັນຢາກຈະເປັນ Designers ຫຼື Model ກ່ອນອື່ນຕ້ອງລຸກຈາກຝັນ ແລ້ວລົງມືເຮັດ ລອງຜິດລອງຖືກ ຜິດພາດຄືປະສົບການ ທຸກຄົນເລີ່ມຈາກສູນ (0) ບໍ່ມີໃຜເກ່ງມາແຕ່ເກີດ ທຸກຢ່າງຄືການຮຽນຮູ້ ພຽງແຕ່ຕັ້ງເປົ້າໝາຍໃຫ້ຊັດເຈນແລ້ວລົງມືເຮັດເພື່ອໄປໃຫ້ເຖິງຝັນ ຕີ່ງຂໍເປັນອີກໜື່ງກຳລັງໃຈໃຫ້ຄົນທີ່ມີຄວາມຝັນ ຢາກເປັນ Designers ໃຫ້ສູ້ໆ.

ສຸດທ້າຍຕີ່ງກໍຕ້ອງຂອບໃຈທາງຜູ້ໃຫຍ່ທີ່ໄດ້ຈັດໂຄງການດີໆແບບນີ້ ເພື່ອເປີດໂອກາດໃຫ້ Designers ໄວໜຸ່ມນ້ອຍຂອງລາວໄດ້ສະແດງຄວາມສາມາດແລະຫົວຄິດປະດິດສ້າງອອກມາຜ່ານທາງແຜ່ນແພສູ່ຊຸດໃຫ້ນາງແບບສວມໃສ່,
ຂໍຂອບໃຈ ດາວ ອິນທະວົງ ທີ່ໃຫ້ໂອກາດຄົນໂຕນ້ອຍໆຄືຕີ່ງເບີ່ງຂ້າມສ່ວນສູງແລະໃຫ້ໂອກາດຕີ່ງໄດ້ມາເປັນແບບສວມໃສ່ຊຸດຈາກແບຣນ Dao Dream ຍ່າງໂຊສູ່ສາຍຕາຄົນທີ່ມາຮ່ວມງານນັບຮ້ອຍຄົນໄດ້ເຫັນ.

ຕີ່ງບໍ່ຄິດມາກ່ອາເລີຍມື້ໜຶ່ງຕີ່ງຈະໄດ້ມາເດີນແບບ ຈົນໄດ້ສາຍາວ່າ “ນາງຟ້າໂຕນ້ອຍ” ສາຍານີ້ໄດ້ມາຈາກຊຸດຈາກແບຣນດາວເຊັ່ນກັນ ເນື່ອງຈາກວ່າຕີ່ງເປັນຄົນໂຕນ້ອຍ ຊຸດທີ່ທາງແບຣນໃຫ້ໃສ່ກໍມີປີກນຳອີກ ນີ້ກໍເປັນທີ່ມາຂອງສາຍານີ້.

ຈາກ: ຕິ່ງຄໍາ ອ່ອນແສງເພັດ