ຊາຣາ​ຍິງຈຸດໂທດ​ ໂອຣິກີ ຍິງປິດທ້າຍ ພາລີເວີພູລ ຊະນະສະເປີ 2-0 ຄວ້າແຊັມຢູຟາແຊັມປ້ຽນລີກ ສະໄໝທີ6

74

ການແຂ່ງຂັນຢູຟາແຊັມປຽນລີກນັດຊິງຊະນະເລີດ ລະດູການ2018-2019 ເປັນການພົບກັນຂອງທີມໃນພຣີເມຍລີກລະຫວ່າງສະເປີ(ເຂົ້າຊິງຄັ້ງທຳອິດ) ພົບລິເວີພູລ(ແຊັມ5ສະໄໝ) ທີ່ສະໜາມວານຕາ ເມໂຕຣໂປລິຕາໂນ່ໃນນະຄອນຫຼວງມາດຣິດ ປະເທດແອັດສະປາຍ ໃນວັນທີ 1 ມິຖຸນາ 2019(ຕາມເວລາທີ່ແອັດສະປາຍ)


ເລີ່ມເກມພຽງ25ວິນາທີ ກຳມະການເປົ່າລູກໂທດໃຫ້ລີເວີພູລ ເມື່ອມາເນເປີດບານໄປຖືກແຂນຊິສໂຊໂກ, ເປັນຊາຣາ ຮັບໜ້າທີ່ຍິງຜ່ານມືໂຢຣິສເຂົ້າໄປ ພາລີເວີພູລຂຶ້ນນຳ1-0ຢ່າງໄວວາ ແບບແຟນບານບໍ່ທັນໄດ້ຕັ້ງໂຕ.


ພາຍຫຼັງເສຍປະຕູກໍພະຍາຍາມຕໍ່ບານຂຶ້ນມາເພື່ອບຸກກົດດັນໃສ່ລີເວີພູລແຕ່ຍັງເຂົ້າພື້ນທີ່ອັນຕະລາຍບໍ່ໄດ້. ສ່ວນລີເວີພູລກໍສວນກັບມາໄດ້ລຸ້ນຫຼາຍມທື່ອ, ເຊິ່ງເຄິ່ງເວລາທີ1 ສະເປິຄອງບານໄດ້ຫຼາຍກວ່າ ແຕ່ຍັງຕີສະເໝີບໍ່ໄດ້.


ເຂົ້າສູ່ເຄິ່ງເວລາທີ2 ສະເປີ ຍັງເດີນຫນ້າບຸກດົນດັນໃສ່ລີເວີພູລຢ່າງຕໍ່ເນື່ອງ ແລະ ໄດ້ລຸ້ນຫຼາຍບຄັ້ງແຕ່ບໍ່ຜ່ານນັກຮັບລີເວີພູລ, ສ່ວນລີເວີພູລດົນໆຈະໄດ້ໂຕ້ກັບມາແຕ່ກໍໄດ້ລຸ້ນເຊັ່ນກັນ. ນາທີ86ຈາກລູກເຕະມູມ ເຈມ ມິລເນີ ເປີດບານເຂົ້າມາ ຜູ້ຫລິ້ນສະເປີ ສະກັດບານບໍ່ຂາດບານມາເຖິງ ໂອຣີກີ ໄດ້ຍິງຜ່ານໂຢຣິສເຂົ້າໄປ ພາລີເວີພູລຂຶ້ນນຳ2-0.

ເຖິງຈະເສຍປະຕູທີ2ແຕ່ສະເປີຍັງເດີນເກມບຸກ ໃສ່ຕໍ່ເນື່ອງແລະໄດ້ຍິງຫຼາຍຄັ້ງແຕ່ບໍ່ດີພໍຈະຜ່ານມາ ອາລິຊົງ ເບັກເກີ ນັກຮັບຂອງເລີເວີພູລທີ່ມື້ນີ້ປ້ອງກັນໄດ້ຫຼາຍລູກ ຈົບເກມລີເວີພູລ ຊະນະສະເປີ2-0 ຄວ້າແຊັມຢູຟາແຊັມປຽນລີກສະໄໝທີ່ 6 ໄປຄອງ ແລະ ເປັນການລຶບຝັນຮ້າຍໃນນັດຊິງປີຜ່ານມາ ທີ່ເສຍໃຫ້ຣິລມາດຣິດ.


ຮູບ:AP