ເສດຖະກິດລາວ ຍັງສືບຕໍ່ຂະຫຍາຍຕົວຊ້າ

161

ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງ ເລກທີ 12/ນຍ ເພື່ອປັບສະພາບການລົງທຶນອຳນວຍຄວາມສະດວກແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ບັນຍາກາດການລົງທຶນຄ່ອຍປັບຕົວຍັບມາດີຂຶ້ນ ແຕ່ເວລາໃນການປະຕິບັດຄຳສັ່ງດັ່ງກ່າວຍັງບໍ່ດົນປານໃດທາງດ້ານຕົວເລກການລົງທຶນອາດບໍ່ມີຜົນຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ປີ 2019 ແຕ່ຈະສົ່ງຜົນດີໄລຍະຍາວ.

ທ່ານ ລີເບີ ລີບົວປາວ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາຍງານເມື່ອກາງເດືອນພຶດສະພາ 2019 ຜ່ານມານີ້ ວ່າ: ລັດຖະບານໄດ້ມີຄວາມພະຍາຍາມໃນການແກ້ໄຂຂອດອັດຕັນ ແລະ ວາງນະໂຍບາຍສົ່ງເສີມການລົງທຶນເພື່ອເຮັດໃຫ້ສະພາບການລົງທຶນພາຍໃນຂະຫຍາຍຕົວໄປຕາມການພັດທະນາແຕ່ລະໄລຍະການປະຕິບັດສ່ວນໃຫຍ່ແມ່ນເລັ່ງເປົ້າໄປທີ່ 8 ມາດຕະການ ທີ່ກໍານົດໄວ້ໃນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 12/ນຍ ທີ່ເນັ້ນໜັກເປັນພິເສດປະກອບມີ: 1). ຕ້ອງຕັດສິນໃຈແກ້ໄຂໜີ້ສິນທີ່ຄຸມເຄືອແກ່ຍາວລະຫວ່າງລັດ ກັບ ທຸລະກິດ ແລະ ທຸລະກິດ ກັບ ທະນາຄານ; 2). ຕ້ອງຈັດຫາເມັດເງິນໃໝ່ ເພື່ອເພີ່ມສະພາບຄ່ອງໃຫ້ແກ່ທະນາຄານ ໄປພ້ອມກັບການປັບອັດຕາດອກເບ້ຍ ແລະ ເງື່ອນໄຂກູ້ ເພື່ອເອື້ອອໍານວຍໃຫ້ທຸລະກິດສາມາດຟື້ນຕົວ ແລະ ເກີດໃໝ່ໄດ້; 3). ມີນະໂຍບາຍຊ່ວຍສະໜັບສະໜູນດ້ານເງິນທຶນ ແລະ ນະໂຍບາຍພາສີ – ອາກອນ ຕໍ່ປະເພດທຸລະກິດທີ່ລັດຖະບານສົ່ງເສີມ ເຊັ່ນ: ທຸລະກິດທີ່ນໍາໃຊ້ເຕັກນິກ – ເຕັກໂນໂລຊີໃໝ່ ລວມທັງທຸລະກິດທີ່ນໍາໃຊ້ເສດຖະກິດດິຈິຕອລ, ທຸລະກິດນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງປະຢັດ, ນໍາໃຊ້ພະລັງງານຢ່າງປະຢັດ ແລະ ຮັກສາສິ່ງແວດລ້ອມ; 4). ແກ້ໄຂຂັ້ນຕອນຂໍອະນຸຍາດລົງທຶນ ( ພາຍໃນ ແລະ ຕ່າງປະເທດ ) ໃຫ້ໄວກວ່າເກົ່າ; 5). ແກ້ໄຂລະບຽບການນຳເຂົ້າ – ສົ່ງອອກສິນຄ້າ ແລະ ຫຼຸດຜ່ອນຂັ້ນຂອດການຈ່າຍຄ່າທໍານຽມຕ່າງໆ; 6). ຮັບປະກັນການປະຕິບັດລະບຽບກົດໝາຍ ແລະ ພັນທະສັນຍາຕ່າງໆທີ່ໄດ້ລົງນາມແລ້ວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ.

ຜ່ານການປະຕິບັດໄລຍະເກືອບ 1 ປີ ເຫັນວ່າຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດຍັງບໍ່ທັນມີການເພີ່ມຂຶ້ນຈະຢູ່ໃນຕົວເລກສະເລ່ຍ 6,5% – 6,7% ເທົ່ານັ້ນ ນັບທັງການລົງທຶນຂອງພາກລັດ ແລະ ເອກະຊົນ.

ສາເຫດປະກອບມີຫຼາຍປັດໄຈມາຈາກສະພາບເສດຖະກິດໂລກມີການຊະລໍຕົວ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ເຄື່ອງປູກຂອງຝັງ, ເນຶື້ອທີ່ກະສິກຳ, ພື້ນຖານໂຄງລ່າງ, ລະບົບຊົນລະປະທານຕ່າງໆໄດ້ຮັບຄວາມເສຍຫາຍ ລັດຖະບານຕ້ອງໄດ້ໃຊ້ຈ່າຍງົບປະມານມະຫາສານໃນການສ້ອມແປງຄືນແຕ່ກໍຍັງບໍ່ທົ່ວເຖິງໃຫ້ກັບຄືນມາມີສະພາບເດີມໃນແຕ່ລະຂົງເຂດ ເຮັດໃຫ້ຕົວເລກການຜະລິດບໍ່ເປັນໄປຕາມແຜນການທີ່ກຳນົດ ຍິ່ງໄປກວ່ານັ້ນລັດຖະບານມີເງິນໃນງົບປະມານບໍ່ພຽງພໍທີ່ຈະອັດສີດເຂົ້າໃນລະບົບເສດຖະກິດໃຫ້ຂະຫຍາຍຕົວໃນລະດັບທີ່ຕ້ອງການ ເຊິ່ງສາມາດເວົ້າໄດ້ວ່າເສດຖະກິດໃນໄລຍະປີ 2019 ຈະຂະຫຍາຍຕົວບໍ່ໄດ້ດີເທົ່າທີ່ຄວນ ແຕ່ຂ່າວດີບັນດາໂຄງການໃຫຍ່ໆຂອງລັດຖະບານຍັງສືບຕໍ່ ທ່ານ ລີເບີ ລີບົວປາວ ກ່າວ.

ຂະນະທີ່ ທ່ານ ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ທັດສະນະ ວ່າ: ຄຳສັ່ງຂອງລັດຖະບານທີ່ກ່ຽວຂ້ອງກັບການປັບບັນຍາກາດການລົງທຶນເຫັນວ່າເປັນຈຸດສຳຄັນທີ່ຈະຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວໄດ້ດີສ້າງ ຄວາມເຊື່ອໝັ້ນແກ່ນັກລົງທຶນ ແຕ່ພາກປະຕິບັດຕົວຈິງຍັງບໍ່ທັນໂດດເດັ່ນເທົ່າທີ່ຄວນ ຕາມຫຼັກເສດຖະສາດແລ້ວ ຖ້າຕ້ອງການຢາກໃຫ້ເສດຖະກິດຂະຫຍາຍຕົວໄດ້ໄວຄວນຈະເປີດກວ້າງການລົງທຶນ, ສປປ ລາວ ໃນນາມສະມາຊິກຂອງປະຊາຄົມເສດຖະກິດອາຊຽນ ( AEC ) ທຸກຂະແໜງການຄວນເປີດຢ່າງເສລີອັນໃດທີ່ເຮົາບໍ່ມີຢູ່ພາຍໃນກໍຄວນໃຫ້ເຂົາເຂົ້າມາເພື່ອຮຽນເອົາປະສົບການ, ການເຂົ້າມາກໍຕ້ອງມີການຄຸ້ມຄອງທີ່ຮັດກຸມ ແລະ ສາມາດເຂົ້າກວດກາ ແລະ ຕິດຕາມໄດ້ທຸກເວລາ.

( ຂ່າວ: ສຸລິນ, ຮູບ: ວິລະສັກ )