ເຮືອສໍາລານ ຕໍາກັບ ເຮືອນັກທ່ອງທ່ຽວ ທີ່ທ່າເຮືອເວນິສ

59

ເກີດອຸບັດຕິເຫດເຮືອສໍາລານລໍາໃຫຍ່ຕໍາກັບທ່າເຮືອ ແລະ ເຮືອນັກທ່ອງທ່ຽວທີ່ເມືອງເວນິສ ປະເທດອິຕາລີ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 4 ຄົນ.

ສໍານັກຂ່າວຣອຍເຕີລາຍງານຈາກເມືອງເວນິສ ປະເທດອິຕາລີ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ບໍລິສັດເຮືອສໍາລານເອັມເອັສຊີ ຄຣຸຍຊ໌ ຖະແຫຼງວ່າ ເຮືອສໍາລານເອັມເອັສຊີ ໂອເປຣ່າ ເຮືອສໍາລານລໍາໃຫຍ່ ທີ່ມີຄວາມຍາວ 275 ແມັດ ແລະ ສູງ 54 ແມັດ ບັນທຸກຜູ້ໂດຍສານ 2.679 ຄົນ ເກີດອຸບັດຕິເຫດຂັດຂ້ອງ ທາງເຕັກນິກເຮັດໃຫ້ສູນເສຍການຄວບຄຸມຂະນະແລ່ນເຂົ້າສູ່ທ່າເຮືອຊານ ບາຊິນໂຢ່ ຂອງຄລອງກຣຸຍເດກກາ ເມືອງເວນິສ ປະເທດອິຕາລີ ເມື່ອວັນອາທິດ ທີ 2 ມິຖຸນາ ເຊິ່ງໄຫຼໄປບຽດຕໍາໃສ່ກັບທ່າເຮືອ ແລະ ເຮືອນັກທ່ອງທ່ຽວອີກລໍາໜຶ່ງ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ

ในภาพอาจจะมี มหาสมุทร, ท้องฟ้า, สถานที่กลางแจ้ง และน้ำ

ທ່ານ ປິໂນ ມຸສໂຊລິໂນ ປະທານການທ່າເຮືອທະເລເອເດຍຕິກເໜືອ ຖະແຫຼງວ່າ ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 4 ຄົນ ຈາກອຸບັດເຫດຄັ້ງນີ້ ສ່ວນເຈົ້າໜ້າທີ່ກູ້ໄພເປີດເຜີຍວ່າ ເຮືອສໍາລານສູນເສຍການຄວບຄຸມເພາະສາຍເຄເບິລທີ່ມັດຕິດກັບເຮືອລາກຈູງຂາດຂະນະເດີນທາງເຂົ້າທຽບທ່າ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ

ອຸບັດເຫດກ່ຽວກັບເຮືອໂດຍສານລໍາໃຫຍ່ ໃນທະວີບເອີຣົບກໍາລັງເປັນປະເດັນຂ່າວດ້ານຄວາມປອດໄພຢູ່ໃນຂະນະນີ້ ຫຼັງຈາກເມື່ອອາທິດ ທີ່ຜ່ານມາ ເຮືອສໍາລານລໍາໜຶ່ງໄດ້ຕໍາກັບເຮືອນັກທ່ອງທ່ຽວລ່ອງແມ່ນໍ້າດານູບ ໃນນະຄອນຫຼວງບູດາເປສ ປະເທດຮັງກາລີ ສົ່ງຜົນໃຫ້ນັກທ່ອງທ່ຽວເກົາຫຼີໃຕ້ ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 21 ຄົນ ເຊິ່ງກໍ່ໄດ້ສັນນິຖານວ່າເສຍຊີວິດ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ