ລອງໄປສໍາພັດ ຖ້ຳພະຍານາກ ຜາໜ່າງວິລະຊົນ ອີກແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ຂອງເມືອງຊຳໃຕ້

97

ເມືອງຊຳໃຕ້ ແຂວງຫົວພັນ ມີທີ່ຕັ້ງຫ່າງຈາກເທສະບານແຂວງໄປທາງທິດໃຕ້ປະມານ 150 ກິໂລແມັດ, ນອນໃນເຂດປ່າສະຫງວນແຫ່ງຊາດນ້ຳຊຳຕອນໃຕ້ ທຳມະຊາດໄດ້ປັ້ນແຕ່ງໃຫ້ດິນແດນແຫ່ງນີ້ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມ ເປັນຕົ້ນແມ່ນນ້ຳຕົກຕາດວັງໃໜ່, ຕາດຜາໜ່າງ, ລ່ອງເຮືອຊົມທຳມະຊາດນ້ຳຊຳຕອນໃຕ້ …

ວັນທີ 10 ພຶດສະພາ 2019 ຜ່ານມານີ້, ເມືອງຊໍາໃຕ້ໄດ້ຈັດພິທີເປີດຖໍ້າພະຍານາກ ຜາໜ່າງບ້ານເມືອງເກີນວິລະຊົນ ເປັນແຫຼ່ງທ່ອງທ່ຽວຂັ້ນທ້ອງຖີ່ນ ເຊີ່ງເປັນແຫ່ງທີ່ II ຂອງເມືອງຊຳໃຕ້ຂຶ້ນຢ່າງເປັນທາງການ.

ຖໍ້າພະຍານາກເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ເປັນຖໍ້າທີ່ເລີກ ແລະ ກ້ວາງ, ຢູ່ພາຍໃນຖໍ້າມີໂທນສີເຫຼືອງອ່ອນ, ເຫຼື່ອມຍິບຍັບຄ້າຍຄືຄໍາ ເບີ່ງແລ້ວງາມຕາມທີ່ສຸດ, ມີບາງບ່ອນເປັນຮູບລັກສະນະໜໍ່ຄຳ, ບາງບ່ອນຄ້າຍຄືບ່ອນນັ່ງຂອງພະຍານາກ ເຊີ່ງປະຊາຊົນເຂດນີ້ມີຄວາມເຊື່ອວ່າຖໍ້າແຫ່ງນີ້ແມ່ນລາດສະວັງຂອງພະຍາເງືອກ(ພະຍານາກ)ໃນເມື່ອກ່ອນ.

 

 

ສຳລັບຜາໜ່າງບ້ານເມືອງເກີນວິລະຊົນເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ, ເປັນຮຸບປະຕູໂຂ່ງທີ່ສູງ, ເຊີ່ງບໍລິເວັນນີ້ເປັນສາຍແດນລາວ-ຫວຽດ ແລະ ທາງອອກເສັ້ນດຽວທີ່ສາມາດທ່ຽວໄປມາໄດ້ຕາມລຽບສາຍແດນ. ໃນສະໄໝຕໍ່ສູ້ຕ້ານກັບຝຣັ່ງປະຊາຊົນ ແລະ ທະຫານລາວໄດ້ອາໃສສະຖານທີ່ນີ້ເປັນບ່ອນຕີກັບສັດຕູ, ໂດຍສ້າງກະຕ່າຍກ້ອນຫີນຢູ່ເທີງໜ້າຜາແລ້ວເວລາມີສັດຕູຢ່າງຜ່ານເຂດນັ້ນກໍ່ມີກ້ອນຫີນຕົກລົງມາຖັບຖົມເຂົ້າເຈົ້າຈົນຕາຍໝົດ ເຊີ່ງໄດ້ນາມະຍົດເປັນເຂດວະລະຊົນມາເຖິງປັດຈຸບັນ.

ຖໍ້າພະຍານາກ ຜາໜ່າງບ້ານເມືອງເກີນວິລະຊົນ ຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກສຽງໃຕ້ ຕາມເສັ້ນທາງເລກທີ 3206 ປະມານ 65 ກິໂລແມັດ, ມີເສັ້ນທາງລົດເຂົ້າສະດວກດີ. ຖ້າທ່ານໃດມີຄວາມສົນຈົນໃຈສາມາດໄປສຳພັດດ້ວຍຕົນເອງໄດ້ ປັດຈຸບັນນີ້ເມືອງຊຳໃຕ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໄດ້ເຂົ້າຊົມຢ່າງເປັນທາງການແລ້ວ.

ຂ່າວ-ພາບ: ສົມສຸກ ໄຊຍະວົງ ນັກຂ່າວເມືອງຊຳໃຕ້