ຈີນປະກາດຂຶ້ນອັດຕາພາສີສິນຄ້ານໍາເຂົ້າຈາກສະຫະລັດ ອາເມຣິກາ ຊຸດໃໝ່ລວມມູນຄ່າຫຼາຍໝື່ນລ້ານໂດລາ ເມື່ອວັນເສົາ ຂະນະທີ່ ກຽມເປີດເຜີຍລາຍຊື່ບັນຊີດໍາບໍລິສັດຕ່າງປະເທດທີ່ບໍ່ໜ້າເຊື່ອຖື ໂດຍລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່າວ ຈີນພ້ອມສູ້ກັບສົງຄາມການຄ້າກັບອາເມຣິກາ ເຕັມຮູບແບບ ແຕ່ກໍ່ເປີດປະຕູເຈລະຈາຕະຫຼອດເວລາເຊັ່ນກັນ.
ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງປັກກິ່ງ ສາທາລະນະລັດ ປະຊາຊົນຈີນ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ຄວາມເຄື່ອນໄຫວຫຼ້າສຸດຂອງຈີນ ໂຈມຕີສິນຄ້າສະຫະລັດ 5.410 ລາຍການລວມມູນຄ່າ 60 ພັນລ້ານໂດລາ (ປະມານ 520.000 ຕື້ກີບ) ດ້ວຍອັດຕາພາສີລົງໂທດໃໝ່ ລະຫວ່າງ 5-25% ເພື່ອເປັນການຕອບໂຕ້ການຂຶ້ນພາສີລົງໂທດຂອງສະຫະລັດ 25% ລວມມູນຄ່າ 200.000 ລ້ານໂດລາ (ປະມານ 1,7 ລ້ານຕື້ກີບ) ຕໍ່ສິນຄ້າຂອງຈີນ ເມື່ອເດືອນຜ່ານມາ.
ສິນຄ້າຂອງອາເມຣິກາທີ່ຈີນປະກາດຂຶ້ນພາສີຄັ້ງໃໝ່ລວມເຖິງຜະລິດຕະພັນເສີມຄວາມງາມ, ອຸປະກອນກີລາ, ເຄື່ອງດົນຕີ, ເຄື່ອງດື່ມວາຍ, ຖົງຢາງອະນາໄມ, ເພັດ, ໄມ້, ເສັ້ນໃຍ ແລະ ຂອງຫຼິ້ນເດັກນ້ອຍ.
ວໍຊິງຕັນ ແລະ ປັກກິ່ງ ສານຕໍ່ສົງຄາມການຄ້າເມື່ອເດືອນທີ່ຜ່ານມາ ເມື່ອການເຈລະຈາການຄ້າທີ່ສະຫະລັດຈົບລົງໂດຍໄຮ້ຂໍ້ຕົກລົງ ແລະ ຝ່າຍອາເມຣິກາກ່າວຫາຝ່າຍຈີນບໍ່ຮັກສາຄໍາເວົ້າທີ່ຮັບປາກໄວ້ກ່ອນໜ້ານັ້ນ.
ຈົນເຖິງຂະນະນີ້ ທັງ 2 ຝ່າຍຂຶ້ນພາສີຕອບໂຕ້ກັນລວມມູນຄ່າ 360.000 ລ້ານໂດລາແລ້ວ ແລະ ການຕອບໂຕ້ເພິ່ມຄວາມຮຸນແຮງຂຶ້ນໃນໄລຍະຫຼາຍອາທິດຫຼ້າສຸດ ເລິ່ມຈາກຝ່າຍອາເມຣິກາຂຶ້ນບັນຊີດໍາ ບໍລິສັດຫົວເຫວີ່ຍຂອງຈີນ ໂທດຖານເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ ສົ່ງຜົນກະທົບຕໍ່ການເຮັດທຸລະກິດຂອງຫົວເຫວີ່ຍທົ່ວໂລກ.
ກະຊວງການຄ້າອາເມຣິກາ ໃສ່ຊື່ບໍລິສັດຫົວເຫວີ່ຍໃນບັນຊີດໍາ (Entity List) ເມື່ອວັນທີ 16 ພຶດສະພາ ເຮັດໃຫ້ຫົວເຫວີ່ຍຖືກຕັດຂາດຈາກການເຂົ້າເຖິງຊິ້ນສ່ວນອຸປະກອນທີ່ຈໍາເປັນ ທີ່ຜະລິດໃນອາເມຣິກາ ແຕ່ຕໍ່ມາລັດຖະບານສະຫະລັດປະກາດໄລຍະເວລາຜ່ອນຜັນໃຫ້ 90 ວັນ.
ການຕອບໂຕ້ຄືນຂອງຈີນ ກະຊວງການຄ້າຈີນ ປະກາດເມື່ອວັນສຸກ ທີ 31 ພຶດສະພາ ວ່າ ຈີນຈະເປີດເຜີຍລາຍຊື່ບັນຊີດໍາຂອງຈີນ ບໍລິສັດຕ່າງປະເທດທີ່ “ບໍ່ໜ້າເຊື່ອຖື” ເຊິ່ງໄດ້ຍົກເລີກສັນຍາ ແລະ ຢຸດສົ່ງວັດຖຸດິບໃຫ້ບໍລິສັດຕ່າງໆຂອງຈີນ ໂດຍກະຊວງການຄ້າຈີນຈະເຜີຍລາຍລະອຽດມາດຕະການຕອບໂຕ້ໃນອີກບໍ່ດົນນີ້.
ທ່ານ ແອນດຣູ ພອກ ນັກເສດຖະສາດຂອງທຣິຟວຽມ ໄຊນາ ກ່າວວ່າ ການຕອບໂຕ້ຂອງຈີນຫຼ້າສຸດເຫັນໄດ້ຊັດເຈນວ່າ ມີເປົ້າໝາຍຈັດການກັບຫຼາຍບໍລິສັດຂອງອາເມຣິກາທີ່ເປັນຜູ້ຈັດຫາວັດຖຸດິບໃຫ້ຫົວເຫວີ່ຍ ເຊັ່ນ: ອິນເທລ, ຄວອດຄອມ ແລະ ເອອາເອັມ. ນອກຈາກນັ້ນ, ອາດຈະລວມເຖິງບໍລິສັດຂອງເອີຣົບ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ດ້ວຍ. ໂດຍຈີນຕ້ອງການໃຫ້ການຕັດຂາດສົ່ງວັດຖຸດິບໃຫ້ຫົວເຫວີ່ຍເປັນໄປຢ່າງຍາກລໍາບາກຫຼາຍຂຶ້ນ.
ທາງດ້ານພົນເອກ ເວີ່ຍ ເຟິ່ງເຫີ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທີ່ກໍາລັງຢູ່ໃນລະຫວ່າງການເຂົ້າຮ່ວມການປະຊຸມສຸດຍອດຄວາມໝັ້ນຄົງ ອາຊີ – ປາຊິຟິກ “ໄອໄອເອັສເອັສ ແຊງກຣີ – ລາໄດອະລັອກ (IISS Shangri-La Dialogue)” ທີ່ປະເທດສິງກະໂປ ກ່າວຕໍ່ທີ່ປະຊຸມ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ຈີນພ້ອມຈະຕໍ່ສູ້ກັບສະຫະລັດທາງດ້ານການຄ້າ ແຕ່ກໍ່ເປີດປະຕູສໍາລັບການເຈລະຈາເຊັ່ນກັນ “ກໍລະນີພິພາດທາງການຄ້າທີ່ສະຫະລັດເປັນຝ່າຍເລິ່ມ ຖ້າສະຫະລັດຕ້ອງການເຈລະຈາ ພວກເຮົາກໍ່ເປີດປະຕູຮັບ ແຕ່ຖ້າພວກເຂົາຕ້ອງການຕໍ່ສູ້ ພວກເຮົາກໍ່ພ້ອມສະເໝີ ” ພົນເອກ ເວີ່ຍ ກ່າວ.