Monthly Archives: June, 2019

ຄົ້ນຫາລະບຽບໂລກໃໝ່

ຄົ້ນຫາລະບຽບໂລກໃໝ່     ຫາກເພື່ອນຜູ້ອ່ານຕິດຕາມຂ່າວໂລກຈະເຫັນວ່າສົງຄາມການຄ້າລະຫວ່າງສະຫະລັດອາເມຣິກາ ແລະ ສປ ຈີນ ໄດ້ສົ່ງຜົນສະທ້ອນຕໍ່ເສດຖະກິດໂລກຢ່າງຫຼີກລຽງໄດ້ຍາກ. ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: ຄົ້ນຫາລະບຽບໂລກໃໝ່ເພື່ອແກ້ໄຂຄວາມວຸ່ນວາຍໃນໂລກ ( Seeking a new global ordor overcoming the chaos ) ເຊິ່ງຈັດຂຶ້ນໃນວັນທີ 30 - 31 ພຶດສະພາ...

ຟັງແລ້ວບໍ່ ເພງ “ບໍ່ຢາກໄດ້ຍິນ” ທ່ອນພາສາຢີ່ປຸ່ນ

ອັບເດດ ໂອລ້າ ວົງ ແບັກອາຍ ກັບການໄປຮ່ວມຄອນເສີດ ງານບຸນລາວ ຫຼື Laos festival ໃນທ້າຍເດືອນ ພຶດສະພາ 2019 ທີ່ຜ່ານມາ. ການໄປໃນຄັ້ງນີ້ນອກຈາກໜຸ່ມ ໂອລ້າຈະໄດ້ໂຊສຽງຮ້ອງອັນເປັນເອກະລັກໃຫ້ກັບຄົນລາວທີ່ຢູ່ຢີ່ປຸ່ນ ແລະ ແຟນເພງຊາວຢີ່ປຸ່ນແລ້ວ ໂອລ້າ ຍັງໄດ້ມີໂອກາດຮ້ອງເພງຂອງຕົນເປັນພາສາຢີ່ປຸ່ນນໍາອີກ ກັບເພງ “ບໍ່ຢາກໄດ້ຍິນ” ເຊິ່ງໄດ້ ນົກ Nok...

ຮູ້ວິທີປູກຂ່າແບບລົງທຶນເທື່ອດຽວໃຫ້ຜົນຜະລິດຕະຫຼອດປີເກັບຍາວ10 ປີ

ຍຸກນີ້ຊາວຮົ້ວຊາວສວນຕ້ອງລວຍ ຕ້ອງປ່ຽນແນວຄິດຈາກປູກພໍບໍ່ໄດ້ຊື້ກິນມາປູກເພື່ອຂາຍໃຫ້ຄົນອື່ນກິນປູກໃຫ້ເປັນເງິນ ເບື້ອງຕົ້ນອາດຖືເປັນອາຊີບສຳຮອງແຕ່ຖ້າຍາວນານໄປເຈົ້າຂອງມັກຊອກຮູ້ ແລະເອົາຈິງເອົາຈັງອາດກາຍເປັນອາຊີບຫຼັກໄດ້ ສະນັ້ນມື້ນີ້ແອັດຈິ່ງມາເອົາໃຈຊາວກະສິກອນ, ຜູ້ທີ່ມັກປູກພືດຜັກເປັນການສ້າງລາຍໄດ້ ພໍດີມີວິທີການປູກຂ່າ ແລະ ບົວລະບັດ ທີ່ລົງທຶນຄັ້ງດຽວ ສາມາດກິນກໍາໄລໄດ້ແບບຍາວໆ ເຖິງ 10 ປີ ມາຝາກກັນ ດັ່ງນີ້: ທໍາອິດເລີຍການກຽມດິນນີ້ສໍາຄັນຫຼາຍ: ຕ້ອງຮູ້ວ່າ ຂ່າ ເປັນພືດທີ່ມັກດິນຊຸ່ມ ແຕ່ກໍບໍ່ມັກດິນທີ່ມີນໍ້າຂັງ, ເລີ່ມຈາກການພວນໜ້າດິນປະມານ 50 ຊັງຕີແມັດ ໂຮຍປຸຍແກບແລ້ວຕາກດິນໄວ້ 7...

ສູນລາວ – ອິນເດຍ ປູກໄມ້ 150 ຕົ້ນ ໃນເນື້ອທີ່ 7 ເຮັກຕາ

ວັນທີ 31 ພຶດສະພາຜ່ານມາ ສູນພັດທະນາຜູ້ປະກອບກິດຈະການ ລາວ - ອິນເດຍ ແລະ ສະຖານເອກອັກຄະລັດຖະທູດ ສາທາລະນະລັດອິນເດຍ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຂຶ້ນທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ - ອິນເດຍ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ...

ບ້ານເຮົາຖ້າເຮົາບໍ່ສ້າງແລ້ວໃຜຈະມາເຮັດແທນ ຊົມເຊີຍຊາວດົງຄຸງ

ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສາມຂັ້ນ ຂອງອົງຄະນະພັກເມືອງໜອງບົກ ທີ່ຈະມາຮອດໃນມໍ່ໆນີ້ ແລະ ທີ່ສຳຄັນແມ່ນເພື່ອຮັບປະກັນການໄປມາຫາສູ່ກັນລະຫວ່າງບ້ານຕໍ່ບ້ານ ໃຫ້ມີຄວາມສະດວກສະບາຍຂຶ້ນ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2019 ທີ່່ຜ່ານມານີ້ ປະຊາຊົນບ້ານດົງຄຸງເມືອງໜອງບົກແຂວງຄໍາມ່ວນ ໄດ້ພາກັນຖາງແລວທາງເຂົ້າຫາບ້ານຂອງຕົນ ເຊິ່ງມີຄວາມຍາວຢູ່ປະມານ 2 ກິໂລແມັດ.   ຊີ້ນຳໆພາການອອກແຮງງານຄັ້ງນີ້ໂດຍທ່ານ ສີສຸວັນ ໂອລິຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໜອງບົກ ພ້ອມດ້ວຍ...

ໂຮງງານຜະລິດ ທີເອັນທີ ເກີດລະເບີດ ໃນຣັສເຊຍ ບາດເຈັບ 79 ຄົນ

ກະຊວງສາທາລະນະສຸກຣັສເຊຍ ເຜີຍເຫດລະເບີດໃນໂຮງງານຜະລິດລະເບີດທີເອັນທີໃນປະເທດ ເມື່ອວັນເສົາ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ບາດເຈັບ 79 ຄົນ. ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງມອສໂກ ປະເທດຣັສເຊຍ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ເຫດລະເບີດໂຮງງານຜະລິດລະເບີດທີເອັນທີ ຕັ້ງຢູ່ໃນເມືອງເຊີຊິນສ໌ ຫ່າງ 400 ກິໂລແມັດ ທາງພາກຕາເວັນອອກຂອງນະຄອນຫຼວງມອສໂກ ເມື່ອວັນເສົາ ເຊິ່ງພະນັກງານສອບສວນຍັງດໍາເນີນການສອບສວນເພື່ອຫາສາເຫດການລະເບີດ. ກະຊວງສາທາລະນະສຸກຂອງຣັສເຊຍ ຖະແຫຼງການວ່າ ພົບຜູ້ໄດ້ຮັບບາດເຈັບ 79...

ຍີ່ປຸ່ນ ຈະກັບມາລ່າປາວານເພື່ອການຄ້າອີກຄັ້ງ ໃນຕົ້ນເດືອນໜ້າ

ສໍານັກຂ່າວ NHK ຂອງຍີ່ປຸ່ນ ລາຍງານຂ່າວເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ເຮືອລ່າປາວານເພື່ອການສໍາຫຼວດວິໄຈຂອງຍີ່ປຸ່ນ ເດີນທາງອອກຈາກທ່າເຮືອແຫ່ງໜຶ່ງ ໃນຮັອກໄກໂດ ທາງພາກເໜືອຂອງປະເທດຍີ່ປຸ່ນ ເພື່ອດໍາເນີນການສໍາຫຼວດເປັນຄັ້ງສຸດທ້າຍ ກ່ອນທີ່ຍີ່ປຸ່ນຖອນຕົວອອກຈາກຄະນະກໍາມາທິການລ່າປາວານ ລະຫວ່າງປະເທດແລ້ວກັບໄປເລິ່ມຕົ້ນລ່າປາວານເພື່ອການຄ້າອີກຄັ້ງ. ເຮືອ 5 ລໍາ ແລ່ນອອກຈາກທ່າເຮືອອາບາຊິຣິ ໃນຮັອກໄກໂດ ເມື່ອວັນເສົາ ທີ 1 ມິຖຸນາ ຜ່ານມາ...

ກະຊວງ ກປ ວາງເປົ້າປູກຕົ້ນໄມ້ໃນສວນພຶກສາໃຫ້ໄດ້ 50 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ສວນພຶກສາຫ້ວຍຍາງ - ດົງໝາກຄາຍ ມີກິດຈະກໍາປູກຕົ້ນໄມ້ຕ້ອນຮັບວັນສໍາຄັນດັ່ງກ່າວ ແລະ ເພື່ອເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໜາແໜ້ນຂຶ້ນ ໂດຍກໍານົດປູກໄມ້ ຈໍານວນ 4.166 ຕົ້ນ ໃນເນື້ອທີ່ 5 ເຮັກຕາ ພ້ອມວາງເປົ້າປູກໄມ້ໃນສວນພຶກສາແຫ່ງນີ້ໃຫ້ໄດ້ 50 ເຮັກຕາ. ວັນທີ 1 ມິຖຸນາ 2019 ຢູ່ທີ່ສວນພຶກສາ ຫ້ວຍຍາງ...

ເຄແອນບີ ຮ່ວມກັບອໍານາດການປົກຄອງບ້ານບໍ່ນາງົວຈັດກິດຈະກໍາປູກໄມ້

ໂຮງງານເຄແອນບີເຟີນີເຈີ ໄດ້ຮ່ວມກັບອໍານາດການປົກຄອງບ້ານບໍ່ນາງົວ ຈັດກິດຈະກໍາປູກຕົ້ນໄມ້ ຈໍານວນ 500 ເບ້ຍ ໃນເນື້ອທີ່ 3 ເຮັກຕາ ເພື່ອສ້າງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄືນຄວາມສົມບູນໃຫ້ທໍາມະຊາດ. ພິທີປູກຕົ້ນໄມ້ໄດ້ມີຂຶ້ນໃນວັນທີ 30 ພຶດສະພາ 2019 ທີ່ບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ, ອໍານວຍການໂຮງງານເຄແອນບີເຟີນີເຈີ,...

ບໍລິສັດ ວຽງຈັນເຊັນເຕີ  ເປີດຊື້ – ຂາຍຫຸ້ນມື້ທຳອິດປິດຕະຫຼາດເພີ່ມຂຶ້ນ 100 ກີບ

ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ( VCL ) ໄດ້ເປີດການຊື້ - ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວຢ່າງເປັນທາງການ ເມື່ອຕອນເຊົ້າວັນທີ 31 ພຶດສະພາຜ່ານມາ ເຊິ່ງການຈັບຄູ່ຄັ້ງທໍາອິດໃນລາຄາເລີ່ມຕົ້ນ 1.200 ກີບຕໍ່ຫຸ້ນ ເພີ່ມຂຶ້ນ 150 ກີບ ຈາກລາຄາຫຸ້ນ ໄອພີໂອ ເປີດໃຫ້ຈອງ 1.050 ກີບຕໍ່ຫຸ້ນ...
- Advertisment -
Slide
Slide

Most Read

error: Content is protected !!