ໂຮງງານເຄແອນບີເຟີນີເຈີ ໄດ້ຮ່ວມກັບອໍານາດການປົກຄອງບ້ານບໍ່ນາງົວ ຈັດກິດຈະກໍາປູກຕົ້ນໄມ້ ຈໍານວນ 500 ເບ້ຍ ໃນເນື້ອທີ່ 3 ເຮັກຕາ ເພື່ອສ້າງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄືນຄວາມສົມບູນໃຫ້ທໍາມະຊາດ.
ພິທີປູກຕົ້ນໄມ້ໄດ້ມີຂຶ້ນໃນວັນທີ 30 ພຶດສະພາ 2019 ທີ່ບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ, ອໍານວຍການໂຮງງານເຄແອນບີເຟີນີເຈີ, ມີນາຍບ້ານ, ນ້ອງໆນັກຮຽນ ແລະ ແຂກເຂົ້າຮ່ວມ.
ທ່ານ ກອງມາລາ ພົມມາໄລ ໄດ້ກ່າວວ່າ: ການປູກຕົ້ນໄມ້ມື້ນີ້ເປັນການປະກອບສ່ວນສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈໍາປີ 2019 ໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ທັງເປັນການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນ ໃຫ້ປາກົດຜົນເປັນຈິງໂດຍໄວ ເຮັດໃຫ້ເມືອງວຽງຈັນເມືອງເອກຂອງປະເທດມີອາກາດສົດຊື່ນຢູ່ສະເໝີ ແນໃສ່ປະກອບສ່ວນເພີ່ມເນື້ອທີ່ປົກຫຸ້ມສີຂຽວຂອງປ່າໄມ້ໃນລາວ 70% ໃນປີ 2020.
ສໍາລັບເບ້ຍໄມ້ທີ່ໂຮງງານນໍາມາປູກໃນຄັ້ງນີ້ມີທັງໝົດ 500 ກວ່າເບ້ຍມີຄື: ໄມ້ດູ່, ແຕ້ຄ່າ, ໄມ້ຂະຍຸງ. ນອກນີ້, ຍັງມີໄມ້ກິນໝາກ ແລະ ໄມ້ປະດັບຕ່າງໆທີ່ມາປູກໃນໂຮງງານໃນເນື້ອທີ່ 3 ເຮັກຕາ ຢູ່ບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ທ່ານກ່າວຕື່ມອີກວ່າ: ການປູກໄມ້ນອກຈາກຈະເປັນປ່າແລ້ວ ຍັງຄືນຄວາມສົມດຸນໃຫ້ທໍາມະຊາດ, ສິ່ງແວດລ້ອມ ແລະ ຊີວະນາໆພັນ. ທັງນີ້, ຮຽກຮ້ອງທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນຮ່ວມແຮງຮ່ວມໃຈໃນການປູກໄມ້ ແລະ ຮັກສາຕົ້ນໄມ້ທີ່ຕົນເອງປູກໃຫ້ເຕີບໃຫຍ່ ເພາະວ່າການປູກໄມ້ງ່າຍແຕ່ຮັກສາເພື່ອຈະໃຫ້ຕົ້ນໄມ້ເຕີບໃຫຍ່ມັນຍາກ ສ່ວນຫຼາຍປູກແມ່ນເອົາພິທີການ ເຊິ່ງຈຸດນີ້ເຫັນວ່າເສຍງົບປະມານ ແລະ ເສຍເວລາ. ສະນັ້ນ, ໃນນາມສ່ວນຕົວສະເໜີໃຫ້ຫຼາຍພາກສ່ວນທີ່ຈັດກິດຈະກໍາປູກໄມ້ໃຫ້ມີໜ່ວຍງານຮັບຜິດຊອບຫຼັງປູກໄມ້ ພ້ອມທັງມີກອງທຶນໃນການບົວລະບັດຮັກສາໃນການໃສ່ຝຸ່ນ – ປຸ໋ຍຕາມຄວາມເໝາະສົມ. ສ່ວນການປູກກໍຕ້ອງໄດ້ປະຕິບັດຢ່າງຕໍ່ເນື່ອງລຽນຕິດ.
ທ່ານ ສົມຫວັງ ເທບພະສຸວັນ ນາຍບ້ານບໍ່ນາງົວ ໄດ້ກ່າວວ່າ: ກິດຈະກໍາປູກຕົ້ນໄມ້ຄັ້ງນີ້ ແມ່ນໄດ້ປະກອບສ່ວນສໍາຄັນໃຫ້ບ້ານບໍ່ນາງົວ ໃນການປູກຕົ້ນໄມ້ ແລະ ປູກຈິດສໍານຶກໃຫ້ນ້ອງໆນັກຮຽນ – ພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມ. ພ້ອມດຽວກັນ, ກໍເພື່ອປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງຈັນທະບູລີ ກໍຄືແຜນຂອງນະຄອນຫຼວງວຽງຈັນ ເພື່ອຄືນຄວາມສົມດຸນໃຫ້ທໍາມະຊາດ ເປັນຕົ້ນແມ່ນ ສ ສີຂຽວ ຕາງໜ້າອົງການປົກຄອງບ້ານກໍສະແດງຄວາມຂອບໃຈມາຍັງປະທານ ແລະ ພະນັກງານຂອງໂຮງງານເຄແອນບີເຟີນີເຈີ ທີ່ປະກອບສ່ວນສ້າງຂະບວນການທີ່ສໍາຄັນຂອງຊາດໃນມື້ນີ້.
( ຂ່າວ: ພຸດຕີ້, ຮູບ: ສຸກສະຫວັນ )