ສູນລາວ – ອິນເດຍ ປູກໄມ້ 150 ຕົ້ນ ໃນເນື້ອທີ່ 7 ເຮັກຕາ

175

ວັນທີ 31 ພຶດສະພາຜ່ານມາ ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ແລະ ສະຖານເອກອັກຄະລັດຖະທູດ ສາທາລະນະລັດອິນເດຍ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຂຶ້ນທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບົວລານ           ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ Dinkar Asthana ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ມີພະນັກງານສະຖານທູດ ແລະ ສະມາຄົມນັກທຸລະກິດ ອິນເດຍ ພ້ອມດ້ວຍພະນັກງານຄູ – ອາຈານທັງ 3 ສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຕິ່ນ ປາງປະເສີດ ຮັກສາການຜູ້ອຳນວຍການ ສູນພັດທະນາຜູ້ປະກອບການ ລາວ – ອິນເດຍ ກ່າວວ່າ: ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ເຊິ່ງຕິດພັນກັບວັນເດັກນ້ອຍສາກົນ ແລະ ວັນທີ 5 ມິຖຸນາ ເປັນວັນປູກຕົ້ນໄມ້ໃນຄວາມຊົງຈຳຂອງ ທ່ານ ມະຫາຕະມາ ຄານທີ ຜູ້ເປັນບິດາແຫ່ງປະເທດອິນເດຍ ຄົບຮອບ 150 ປີ ( Planting of trees in Mahatma Gandhi’s Memory ).

ຕົ້ນໄມ້ທີ່ພວກເຮົານຳມາປູກໃນຄັ້ງນີ້ມີ ຈຳນວນ 150 ຕົ້ນ ມີທັງໄມ້ປະດັບ ແລະ ໄມ້ອຸດສາຫະກຳ ພາຍໃຕ້ການສະໜັບສະໜູນຂອງສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໃນເນື້ອທີ່ປູກທັງໝົດ 7 ເຮັກຕາ ເຊິ່ງຢູ່ໃນວິທະຍາເຂດ ຫຼັກ 8 ປະກອບມີ: ສະຖາບັນພັດທະນາບໍລິຫານການສຶກສາ, ສູນພັດທະນາການສຶກສານອກໂຮງຮຽນ ແລະ ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ເພື່ອແນໃສ່ປະກອບສ່ວນເຮັດໃຫ້ບໍລິເວນນີ້ມີຄວາມສະອາດສວຍງາມຕາມທິດ 6 ສ ວາງອອກ ໂດຍສະເພາະ ສ.ສີຂຽວ ໃຫ້ກາຍເປັນປ່າທີ່ປົກຄຸມໄປດ້ວຍສີຂຽວໃນຂົງເຂດບໍລິເວນນີ້ໃຫ້ມີ ຄວາມຍືນຍົງ ແລະ ສວຍງາມຕະຫຼອດໄປ.

ທ່ານ Dinkar Asthana ກ່າວວ່າ: ການພ້ອມກັນປູກຕົ້ນໄມ້ໃນມື້ນີ້ ເພື່ອເປັນການລະນຶກເຖິງ ທ່ານ ມະຫາຕະມາ ຄານທີ ຜູ້ເປັນບິດາຂອງປະເທດອິນເດຍ, ທ່ານເປັນນັກຮັກສາສິ່ງແວດລ້ອມດີເດັ່ນ, ມີຄວາມເຂົ້າໃຈຢ່າງທ່ຽງແທ້ກ່ຽວກັບສາຍພົວພັນທຳມະຊາດກັບມະນຸດ ແລະ ທິດສະດີ, ປັດຊະຍາຂອງຊີວິດ, ສັງຄົມ ແລະ ການເມືອງ.

ການຕັດຕົ້ນໄມ້ທຳລາຍປ່າ, ການປ່ອຍຄວັນ ແລະ ອາຍພິດ ທີ່ເພີ່ມຂຶ້ນບໍ່ໄດ້ທຳລາຍພຽງແຕ່ຊັ້ນບັນຍາກາດ ແຕ່ຍັງເປັນຜົນສະທ້ອນເຮັດໃຫ້ສະພາບອາກາດປ່ຽນແປງສົ່ງຜົນສະທ້ອນຕໍ່ການດຳເນີນຊີວິດຂອງມວນມະນຸດ, ຖ້າຍັງທຳລາຍທຳມະຊາດເກີນຂອບເຂດຍິ່ງຈະສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງມະນຸດ. ສະນັ້ນ, ການປູກຕົ້ນໄມ້ແມ່ນມີສ່ວນສຳຄັນໃນການສ້າງສະພາບແວດລ້ອມໃຫ້ຮົ່ມເຢັນ, ຂຽວສົດງົດງາມ, ທ່ານ Dinkar Asthana ກ່າວ.

[ ຂ່າວ: ສັນຕິ ]