ໂຮງງານຜະລິດ ທີເອັນທີ ເກີດລະເບີດ ໃນຣັສເຊຍ ບາດເຈັບ 79 ຄົນ

52

ກະຊວງສາທາລະນະສຸກຣັສເຊຍ ເຜີຍເຫດລະເບີດໃນໂຮງງານຜະລິດລະເບີດທີເອັນທີໃນປະເທດ ເມື່ອວັນເສົາ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ບາດເຈັບ 79 ຄົນ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງມອສໂກ ປະເທດຣັສເຊຍ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ເຫດລະເບີດໂຮງງານຜະລິດລະເບີດທີເອັນທີ ຕັ້ງຢູ່ໃນເມືອງເຊີຊິນສ໌ ຫ່າງ 400 ກິໂລແມັດ ທາງພາກຕາເວັນອອກຂອງນະຄອນຫຼວງມອສໂກ ເມື່ອວັນເສົາ ເຊິ່ງພະນັກງານສອບສວນຍັງດໍາເນີນການສອບສວນເພື່ອຫາສາເຫດການລະເບີດ.

ในภาพอาจจะมี 1 คน, ต้นไม้, รถยนต์, ท้องฟ้า และสถานที่กลางแจ้ง

ກະຊວງສາທາລະນະສຸກຂອງຣັສເຊຍ ຖະແຫຼງການວ່າ ພົບຜູ້ໄດ້ຮັບບາດເຈັບ 79 ຄົນ ແຍກເປັນລູກຈ້າງຂອງໂຮງງານ 38 ຄົນ ແລະ ອີກ 41 ຄົນ ເປັນຊາວບ້ານທີ່ອາໄສຢູ່ໃກ້ຄຽງກັບໂຮງງານ ຫຼັງນໍາສົ່ງໂຮງໝໍແລ້ວ ພົບວ່າ 15 ຄົນຕ້ອງນອນປິ່ນປົວຢູ່ໃນໂຮງໝໍ ແລະ ໃນຈໍານວນ ນີ້ 1 ຄົນ ອາການສາຫັດ.

ສໍານັກຂ່າວທາສສ໌ ລາຍງານດ້ວຍວ່າ ແຮງລະເບີດຍັງເຮັດໃຫ້ແກ້ວປ່ອງຢ້ຽມຂອງອາຄານບ້ານເຮືອນ 180 ຫຼັງ ໄດ້ຮັບຄວາມເສຍຫາຍ.