ບ້ານເຮົາຖ້າເຮົາບໍ່ສ້າງແລ້ວໃຜຈະມາເຮັດແທນ ຊົມເຊີຍຊາວດົງຄຸງ

37

ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສາມຂັ້ນ ຂອງອົງຄະນະພັກເມືອງໜອງບົກ ທີ່ຈະມາຮອດໃນມໍ່ໆນີ້ ແລະ ທີ່ສຳຄັນແມ່ນເພື່ອຮັບປະກັນການໄປມາຫາສູ່ກັນລະຫວ່າງບ້ານຕໍ່ບ້ານ ໃຫ້ມີຄວາມສະດວກສະບາຍຂຶ້ນ ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2019 ທີ່່ຜ່ານມານີ້ ປະຊາຊົນບ້ານດົງຄຸງເມືອງໜອງບົກແຂວງຄໍາມ່ວນ ໄດ້ພາກັນຖາງແລວທາງເຂົ້າຫາບ້ານຂອງຕົນ ເຊິ່ງມີຄວາມຍາວຢູ່ປະມານ 2 ກິໂລແມັດ.

 

ຊີ້ນຳໆພາການອອກແຮງງານຄັ້ງນີ້ໂດຍທ່ານ ສີສຸວັນ ໂອລິຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໜອງບົກ ພ້ອມດ້ວຍ ທ່ານ ສີທັດ ວົງນະຄອນ ຮອງປະທານກວດກາພັກລັດເມືອງ ທັງເປັນຜູ້ຊີ້ນຳກຸ່ມບ້ານໜອງຜໍາ ແລະ ທ່ານ ສຸກຂີ ລິນນະລາດ ຮອງຫົວໜ້າຫ້ອງການແຜນການເມືອງ.

ເຂົ້າຮ່ວມໃນການຖາງແລວ ທາງໃນຄັ້ງນີ້ ມີບັນດານາຍບ້ານ ຮອງນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຈຳນວນ 54 ຄົນ ຍິງ 3 ຄົນ ຈຸດປະສົງກໍ່ເພື່ອເຮັດໃຫ້ການສັນຈອນ ໄປມາມີຄວາມສະດວກສະບາຍລະຫວ່າງບ້ານຕໍ່ບ້ານຂອງປະຊາຊົນ ໃນບ້ານໃກ້ຄຽງ.