ຄົ້ນຫາລະບຽບໂລກໃໝ່

68

ຄົ້ນຫາລະບຽບໂລກໃໝ່

 

 

ຫາກເພື່ອນຜູ້ອ່ານຕິດຕາມຂ່າວໂລກຈະເຫັນວ່າສົງຄາມການຄ້າລະຫວ່າງສະຫະລັດອາເມຣິກາ ແລະ ສປ ຈີນ ໄດ້ສົ່ງຜົນສະທ້ອນຕໍ່ເສດຖະກິດໂລກຢ່າງຫຼີກລຽງໄດ້ຍາກ.

ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: ຄົ້ນຫາລະບຽບໂລກໃໝ່ເພື່ອແກ້ໄຂຄວາມວຸ່ນວາຍໃນໂລກ ( Seeking a new global ordor overcoming the chaos ) ເຊິ່ງຈັດຂຶ້ນໃນວັນທີ 30 – 31 ພຶດສະພາ 2019 ທີ່ໂຕກຽວ ປະເທດຍີ່ປຸ່ນ ເປັນກາລະໂອກາດໃຫ້ການນຳຂອງບັນດາປະເທດທີ່ເຂົ້າຮ່ວມປຶກສາຫາລືກ່ຽວກັບມາດຕະຖານຕ່າງໆ ເພື່ອຮັບມືກັບຜົນສະທ້ອນຈາກຄວາມເຄັ່ງຕຶງລະຫວ່າງສອງມະຫາອຳນາດດັ່ງກ່າວ.

 

 

ວິທະຍຸກະຈາຍສຽງຫວຽດນາມ( VOV WORLD ) ສະບັບອອນລາຍລົງວັນທີ 30 ພຶດສະພາ 2019 ໄດ້ລົງພິມບົດໃນຫົວຂໍ້: “ ອາຊີໃນສົງຄາມການຄ້າອາເມຣິກາ – ຈີນ ” ມີບາງຕອນຂຽນວ່າ:… ໄລຍະມໍ່ໆມານີ້ແງ່ຫວັງຕໍ່ການເຕີບໂຕເສດຖະກິດໂລກ ເວົ້າລວມ, ອາຊີເວົ້າສະເພາະໄດ້ຖືກຜົນກະທົບຈາກຫຼາຍປັດໄຈ. ໃນນັ້ນມີຄວາມເຄັ່ງຕຶງຈາກສົງຄາມການຄ້າອາເມຣິກາ – ຈີນ.

 

 

ຄວາມຈິງແລ້ວໃນຊຸມປີມໍ່ໆມານີ້, ວິສາຫະກິດຫຼາຍແຫ່ງໄດ້ຍ້າຍຮາກຖານຜະລິດອອກຈາກຈີນ ໄປຕັ້ງຢູ່ຫວຽດນາມ, ກຳປູເຈຍ, ອິນເດຍ ແລະ ອິນໂດເນເຊຍ. ທ່າອ່ຽງຂອງການຫັນປ່ຽນດັ່ງກ່າວເບິ່ງຄືວ່າໄດ້ເພີ່ມຂຶ້ນ ເມື່ອສອງພື້ນຖານເສດຖະກິດໃຫຍ່ອັນດັບທີ 1 ແລະ 2 ຂອງໂລກນີ້ ກ້າວເຂົ້າສູ່ສົງຄາມກ່ຽວກັບພາສີອາກອນດ້ວຍການໂຕ້ຕອບເຊິ່ງກັນ ແລະ ກັນ, ຫວ່າງແລ້ວນີ້ເຄື່ອງໝາຍການຄ້າໂມງ Casio ຂອງຍີ່ປຸ່ນ ໃຫ້ຮູ້ວ່າ: ຈະຍ້າຍການຜະລິດຈຳນວນໜຶ່ງກັບເມືອປະເທດ ແລະ ໄປໄທ ເພື່ອຫຼີກລຽງການເສຍພາສີສູງກວ່າຂອງອາເມຣິກາ, ໃນຂະນະທີ່ບໍລິສັດຜະລິດເຄື່ອງພິມ Ricoh ຂອງຍີ່ປຸ່ນ ກໍມີແຜນຍ້າຍບັນດາຮາກຖານຜະລິດຂອງຕົນໄປຍັງປະເທດໄທເຊັ່ນດຽວກັນ, ຍີ່ຫໍ້ເກີບ Steve Madden ຂອງອາເມຣິກາ ໄດ້ປະກາດແຜນການຜະລິດຢູ່ກຳປູເຈຍ. ໃນຂະນະທີ່ບັນດາບໍລິສັດຄື ບໍລິສັດຜະລິດເກີບແລ່ນ ຍີ່ຫໍ້ Brooks Running, ຈັກຊັກເຄື່ອງ Haier, ຖົງຕີນ Jassan, ແຫຼ່ງສະໜອງຜະລິດຕະພັນໃຫ້ບັນດາບໍລິສັດຜະລິດເຄື່ອງແຟຊັນກີລາທີ່ມີຊື່ສຽງຄື Adidas, Puma, New         Balance ແລະ Fila ກໍລ້ວນແຕ່ມີແຜນຈະຍ້າຍມາຕັ້ງຢູ່ຫວຽດນາມ.

 

 

ຕາມຜົນການສຳຫຼວດໂດຍຫ້ອງການການຄ້າ ອາເມຣິກາ ປະຈຳຈີນ ປະກາດໃນເດືອນພຶດສະພານີ້, ມີຫຼາຍກວ່າ 40% ໃນຈຳນວນບໍລິສັດທັງໝົດຂອງ ອາເມຣິກາ ທີ່ເຄື່ອນໄຫວຢູ່ ຈີນ ພວມພິຈາລະນາ ຫຼື ໄດ້ຍ້າຍຖານການຜະລິດໄປຍັງປະເທດອື່ນ, ສ່ວນຫຼາຍແມ່ນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ເຖິງຢ່າງໃດກໍຕາມ, ໃນຂະນະທີ່ບັນດາປະເທດອາຊີ ຖືວ່າໄດ້ຮັບຜົນປະໂຫຍດຈາກການຈັດແບ່ງການຜະລິດໂດຍສົງຄາມດ້ານການຄ້າ ອາເມຣິກາ – ຈີນນັ້ນ ບັນດາປະເທດທີ່ເຄີຍໄດ້ຮັບການຂະໜາມນາມວ່າ “ ເສືອອາຊີ ” ອາດຖືກເສຍຫາຍຫຼາຍທີ່ສຸດ, ບັນດາພື້ນຖານເສດຖະກິດທີ່ອີງໃສ່ດ້ານການຄ້າ ແລະ ທາງຜ່ານ ຄື: ສິງກະໂປ, ຮົງກົງ ຫຼື ບັນດາພື້ນຖານເສດຖະກິດພັດທະນາສູງ ຄື: ສ.ເກົາຫຼີ, ຍີ່ປຸ່ນ ຈະຖືກຜົນສະທ້ອນ. ກຳລັງແຮງງານທີ່ມີຄ່າແຮງງານສູງກໍແມ່ນສາເຫດໜຶ່ງທີ່ເຮັດໃຫ້ປະເທດເຫຼົ່ານີ້ຍາກທີ່ຈະກາຍເປັນຈຸດນັດພົບໃຫ້ບັນດາບໍລິສັດຢາກຍ້າຍຖານຜະລິດອອກຈາກຈີນ. ນອກຈາກນັ້ນ, ຄວາມຫຍຸ້ງຍາກໃນລະບົບສະໜອງ, ສິ່ງທ້າທາຍຕ່າງໆກ່ຽວກັບພື້ນຖານໂຄງລ່າງ ແລະ ສະພາບການຂາດແຄນທີ່ດິນຢູ່ບັນດາຕະຫຼາດດ້ອຍພັດທະນາກວ່າ ກໍແມ່ນບັນດາບັນຫາ ເຊິ່ງອາຊີຕ້ອງປະເຊີນໜ້າ…

 

 

ໃນກອງປະຊຸມຄັ້ງນີ້ໃນຖານະເຈົ້າພາບຍີ່ປຸ່ນ ໄດ້ເປັນຜູ້ມີບົດບາດໃນການນຳໃຊ້ມາດຕະການ ເພື່ອຫຼຸດຜ່ອນຄວາມກົດດັນຈາກສົງຄາມການຄ້ານີ້ໄດ້ຫຼາຍຢ່າງ ເຊັ່ນວ່າ: ການລົງນາມສ້າງຕັ້ງກຸ່ມ CPTPP, RCEP ໃນຂະນະດຽວກັນບັນດາປະເທດໃນກຸ່ມອາຊຽນ ກໍມີທ່າໄດ້ປຽບຫຼາຍຢ່າງຈາກການປະຕິວັດ 4.0 ໃນການຖ່າຍທອດເຕັກໂນໂລຊີ ເພື່ອເປັນກຳລັງໜູນໃຫ້ແກ່ການເຕີບໂຕທາງເສດຖະກິດທາງໃນກຸ່ມ. ສະນັ້ນ, ກອງປະຊຸມນີ້ແມ່ນເວທີສາກົນສຳຄັນ ເພື່ອຊອກທາງອອກທີ່ດີສຸດໃຫ້ແກ່ບັນດາປະເທດໃນອາຊີຕໍ່ສະພາບການວຸ່ນວາຍສັບສົນທີ່ເກີດຂຶ້ນໃນປັດຈຸບັນ.

 

 

ອີງຕາມແຫຼ່ງຂ່າວຈາກເວັບໄຊ ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວປາໄສໂດຍໄດ້ຍົກໃຫ້ເຫັນເຖິງສະພາບຄວາມວຸ່ນວາຍສັບສົນທີ່ພວມເກີດຂຶ້ນໃນປັດຈຸບັນ ແລະ ໄດ້ສະແດງທັດສະນະ ແລະ ວິໄສທັດ ເພື່ອແກ້ໄຂຄວາມຫຍຸ້ງຍາກສັບສົນດັ່ງກ່າວ ດ້ວຍຂໍ້ລິເລີ່ມ ແລະ ກົນໄກການຮ່ວມມືທີ່ມີຄວາມຍຸຕິທຳ, ໂປ່ງໃສ, ເທົ່າທຽມກັນ ແລະ ບໍ່ຂຶ້ນກັບປະເທດໃດໜຶ່ງ ຫຼື ກຸ່ມເສດຖະກິດໃດໜຶ່ງ ບົນພື້ນຖານການມີສ່ວນຮ່ວມຂອງປະຊາຄົມໃນທົ່ວໂລກ ເພື່ອຈະນຳພາໂລກນີ້ກ້າວໄປສູ່ໂລກແຫ່ງໂລກາພິວັດທີ່ມີຄຸນນະພາບສູງ, ຍືນຍົງມີຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ຄົງຮັກສາໄວ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນໂລກ.

 

 

ເຖິງຢ່າງໃດກໍດີ ນັກສັງເກດການຍັງເບິ່ງໂລກໃນແງ່ດີ ວ່າ: ບັນດາປະເທດທີ່ມີການຜະລິດສິນຄ້າລາຄາຖືກ ( ແຮງງານຖືກ ) ຈະໄດ້ຮັບຜົນປະໂຫຍດຈາກການເຄື່ອນຍ້າຍຖານການຜະລິດອອກຈາກຈີນ ຂອງນັກລົງທຶນ ອາເມຣິກາ ຖືເປັນການຊ່ວຍຊຸກຍູ້ການຜະລິດໃນໄລຍະຍາວຢູ່     ອາຊີ.

ຂໍສະເໜີເປັນການແລກປ່ຽນ.

[ ທິດດີ ]