ກະຊວງ ກປ ວາງເປົ້າປູກຕົ້ນໄມ້ໃນສວນພຶກສາໃຫ້ໄດ້ 50 ເຮັກຕາ

73

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ສວນພຶກສາຫ້ວຍຍາງ – ດົງໝາກຄາຍ ມີກິດຈະກໍາປູກຕົ້ນໄມ້ຕ້ອນຮັບວັນສໍາຄັນດັ່ງກ່າວ ແລະ ເພື່ອເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໜາແໜ້ນຂຶ້ນ ໂດຍກໍານົດປູກໄມ້ ຈໍານວນ 4.166 ຕົ້ນ ໃນເນື້ອທີ່ 5 ເຮັກຕາ ພ້ອມວາງເປົ້າປູກໄມ້ໃນສວນພຶກສາແຫ່ງນີ້ໃຫ້ໄດ້ 50 ເຮັກຕາ.

ວັນທີ 1 ມິຖຸນາ 2019 ຢູ່ທີ່ສວນພຶກສາ ຫ້ວຍຍາງ – ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳປູກຕົ້ນໄມ້ ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ລຽນ       ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລຽນ ທິແກ້ວ ກ່າວວ່າ: ຈຸດປະສົງຂອງການປູກໄມ້ໃນມື້ນີ້ກໍເພື່ອຟື້ນຟູສວນພຶກສາ ຫ້ວຍຍາງ – ດົງໝາກຄາຍ ໃຫ້ກາຍເປັນສະພາບປ່າໄມ້ທີ່ສົມບູນ, ເປັນແຫຼ່ງເຕົ້າໂຮມເຊື້ອພັນໄມ້ຊະນິດຕ່າງໆທີ່ມີຄຸນຄ່າ ແລະ ຫາຍາກຂອງລາວ, ເພີ່ມເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດທີ່ສະອາດ ແລະ ຫຼຸດຜ່ອນມົນລະພິດໃນອາກາດໃຫ້ແກ່ຊາວນະຄອນຫຼວງວຽງຈັນ. ສວນພຶກສາແຫ່ງນີ້ມີເນື້ອທີ່ທັງໝົດ 268 ເຮັກຕາ ເຊິ່ງກໍຍັງຈະຕ້ອງໄດ້ມີການຟື້ນຟູ ແລະ ປູກໄມ້ຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ມີຄວາມຫຼາກຫຼາຍຍິ່ງໆຂຶ້ນກາຍເປັນສະຖານທີ່ເພື່ອການຄົ້ນຄວ້າທາງດ້ານວິທະຍາສາດ ແລະ ການສຶກສາຮໍ່າຮຽນໃຫ້ແກ່ນັກສຶກສາໃນອະນາຄົດ. ສະເພາະປີ 2019 ນີ້ ກະຊວງ ກປ ມີແຜນປູກໄມ້ໃນສວນພຶກສາແຫ່ງນີ້ໃຫ້ໄດ້ 50 ເຮັກຕາ ແຕ່ສໍາລັບມື້ນີ້ແມ່ນຈະປູກໃນເນື້ອທີ່ 5 ເຮັກຕາ ມີ 4.166 ຕົ້ນ  7 ຊະນິດ ຄື: ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ປະດົງ, ໄມ້ຍາງ ແລະ ໄມ້ແຄນເຮືອເປັນຕົ້ນ.

ໂອກາດດຽວກັນ ທ່ານ ນາງ ບຸນຄໍາ   ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ໃຫ້ຮູ້ເຖິງຄວາມສໍາຄັນຂອງວັນສິ່ງແວດລ້ອມໂລກທີ່ໃກ້ຈະມາເຖິງນີ້ ມີບາງຕອນກ່າວວ່າ: ໃນປີ 1972 ກອງປະຊຸມສຸດຍອດໂລກ ກ່ຽວກັບສິ່ງແວດລ້ອມຂອງມະນຸດ ໄດ້ຮັບຮອງເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ເຊິ່ງປີນີ້ແມ່ນຄົບຮອບ 47 ປີ, ສໍາລັບ ສປປ ລາວ ກໍຖືເອົາວັນທີ 5 ມິຖຸນາເປັນວັນສິ່ງແວດລ້ອມແຫ່ງຊາດເຊັ່ນດຽວກັນ, ນັ້ນກໍເພື່ອສົ່ງເສີມສ້າງຈິດສໍານຶກ ແລະ ຍົກລະດັບຄວາມຕື່ນຕົວໃນການປົກປັກຮັກສາສິ່ງແວດລ້ອມໃຫ້ປະຊາຊົນ. ໃນແຕ່ລະປີສູນກາງ ແລະ ທ້ອງຖິ່ນ ໄດ້ສ້າງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວດ້ວຍຫຼາຍຮູບແບບນັບແຕ່ປີ 1999 ເປັນຕົ້ນມາ ເຊິ່ງປີນີ້ແມ່ນຄົບຮອບ 20 ປີພໍດີ. ເຖິງຢ່າງໃດກໍຕາມ, ກິດຈະກໍາປູກຕົ້ນໄມ້ໃນມື້ນີ້ ແມ່ນກິດຈະກໍາໜຶ່ງທີ່ກະຊວງຂອງພວກເຮົາໄດ້ກໍານົດເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ກໍຄືວັນສິ່ງແວດລ້ອມໂລກ ເພື່ອເປັນການໂຄສະນາເຜີຍແຜ່, ການປູກຈິດສໍານຶກໃຫ້ມວນຊົນໃນການປົກປັກຮັກສາສິ່ງແວດລ້ອມ.

ຫຼັງຈາກສໍາເລັດພິທີທາງການແລ້ວ ການນໍາຂັ້ນສູງກໍໄດ້ນໍາພາທຸກຄົນທີ່ມາຮ່ວມງານ, ຮ່ວມປູກຕົ້ນໄມ້ນໍາກັນ ໂດຍມີການນິມົນພະອາຈານ ປອ. ອໍາມະລິນ ເຈົ້າອະທິການວັດເລືອງທອງ ເປັນຜູ້ເປີດສາກປູກຕົ້ນໄມ້ຕົ້ນທໍາອິດໃນກິດຈະກໍາຄັ້ງນີ້ເພື່ອເປັນສີລິມຸງຄຸນ ພ້ອມທັງນິມົນພະສົງ 9 ອົງ ສູດພ້ອມປູກຕົ້ນໄມ້ຈົນສໍາເລັດ.

( ຂ່າວ: ເອຢິບ, ຮູບ: ສອນໄຊ )