ທ້າຍປີນີ້ ຫວຽດນາມ ຈະຍິງດາວທຽມເຣດາຂຶ້ນວົງໂຄຈອນ

18

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຄາດວ່າ, ທ້າຍປີ 2024 ນີ້ ຫຼື ຕົ້ນປີ 2025 ຈະມາເຖິງ, ຫວຽດນາມ ຈະຍິງດາວທຽມ LOTUSat-1 ດາວທຽມ ເຣດາ ທຳອິດຂຶ້ນວົງໂຄຈອນ.

ດາວທຽມ LOTUSat-1 ແມ່ນດາວທຽມສັງເກດໜ່ວຍພິພົບ. ນີ້ແມ່ນດາວທຽມ ເຣດາ ທຳອິດຂອງ ຫວຽດນາມ ໂດຍ ຍີ່ປຸ່ນ ຜະລິດ, ດ້ວຍການເຂົ້າຮ່ວມບັນດານັກວິສະວະກອນສູນອາວະກາດ ຫວຽດນາມ    (ຂຶ້ນກັບສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ), ນັບແຕ່ປີ 2021.

ຂໍ້ມູນເປັນພາບຖ່າຍທີ່ໄດ້ຮັບຈາກດາວທຽມ LOTUSat-1 ຈະຕອບສະໜອງໄດ້ຄວາມຕ້ອງການຢ່າງຮີບດ່ວນກ່ຽວກັບແຫຼ່ງສະໜອງພາບຖ່າຍ, ສະໜອງບັນດາຂໍ້ມູນທີ່ຊັດເຈນ ແລະ ທັນການ ເພື່ອຮັບມື, ຫຼຸດຜ່ອນບັນດາຜົນກະທົບຂອງໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ຕິດຕາມກວດກາກ່ຽວກັບສິ່ງແວດລ້ອມ, ຮັບໃຊ້ການພັດທະນາເສດຖະກິດ – ສັງຄົມ.ຄາດວ່າ, ດາວທຽມ LOTUSat-1 ຈະເຄື່ອນໄຫວຢູ່ຄວາມສູງປະມານ 500 ກິໂລແມັດກຳນົດເວລາເຄື່ອນໄຫວຢູ່ວົງໂຄຈອນແມ່ນກວ່າ 5 ປີ.