ຮູ້ວິທີປູກຂ່າແບບລົງທຶນເທື່ອດຽວໃຫ້ຜົນຜະລິດຕະຫຼອດປີເກັບຍາວ10 ປີ

173

ຍຸກນີ້ຊາວຮົ້ວຊາວສວນຕ້ອງລວຍ ຕ້ອງປ່ຽນແນວຄິດຈາກປູກພໍບໍ່ໄດ້ຊື້ກິນມາປູກເພື່ອຂາຍໃຫ້ຄົນອື່ນກິນປູກໃຫ້ເປັນເງິນ ເບື້ອງຕົ້ນອາດຖືເປັນອາຊີບສຳຮອງແຕ່ຖ້າຍາວນານໄປເຈົ້າຂອງມັກຊອກຮູ້ ແລະເອົາຈິງເອົາຈັງອາດກາຍເປັນອາຊີບຫຼັກໄດ້ ສະນັ້ນມື້ນີ້ແອັດຈິ່ງມາເອົາໃຈຊາວກະສິກອນ, ຜູ້ທີ່ມັກປູກພືດຜັກເປັນການສ້າງລາຍໄດ້ ພໍດີມີວິທີການປູກຂ່າ ແລະ ບົວລະບັດ ທີ່ລົງທຶນຄັ້ງດຽວ ສາມາດກິນກໍາໄລໄດ້ແບບຍາວໆ ເຖິງ 10 ປີ ມາຝາກກັນ ດັ່ງນີ້:

ທໍາອິດເລີຍການກຽມດິນນີ້ສໍາຄັນຫຼາຍ: ຕ້ອງຮູ້ວ່າ ຂ່າ ເປັນພືດທີ່ມັກດິນຊຸ່ມ ແຕ່ກໍບໍ່ມັກດິນທີ່ມີນໍ້າຂັງ,
ເລີ່ມຈາກການພວນໜ້າດິນປະມານ 50 ຊັງຕີແມັດ ໂຮຍປຸຍແກບແລ້ວຕາກດິນໄວ້ 7 ມື້ ເອົາຟາງຄຸມຫນ້າດິນໄວ້.

ກຽມຫົວຂ່າທີ່ຈະປູກ ແນະນໍາໃຫ້ໃຊ້ຕົ້ນທີ່ອາຍຸ ປີປາຍເທົ່ານັ້ນ ເພາະຈະເຫມາະສົມ ໃນການນໍາມາປູກກຽມເຮັດແນວ, ລ້າງໃຫ້ສະອາດແລ້ວນໍາໄປແຊ່ນໍ້າເລັ່ງຮາກຂອງຂ່າ ປະມານ 20 ນາທີ.

ຈາກນັ້ນນໍາໄປກ້າໃນຂຸຍໝາກພ້າວ ແລ້ວຫົດນໍ້າໃຫ້ຊຸ່ມ ປະໄວ້ປະມານ 10-15 ມື້ ໃຫ້ມັນອອກຮາກ ກໍສາມາດນໍາໄປປູກໄດ້ເລີຍ.
ເມື່ອເອົາໄປແລ້ວ ການຫົດນໍ້າ ໃນຮອບຫນຶ່ງເດືອນເຮົາສາມາດຫົດນໍ້າໃຫ້ມີນໍ້າຂັງໄດ້ 2 ເທື່ອຄືມື້ທີ 1 ແລະ ມື້ທີ 16 ໂດຍເປີດນໍ້າໃສ່ໃຫ້ນໍ້າຊຶມລົງໄປໃນສວນປູກຂ່າ ແລ້ວສັງເກດເທິງດິນຫາກຍັງຊຸ່ມຢູ່ກໍບໍ່ຕ້ອງຫົດນໍ້າ.

ສໍາລັບການໃສ່ປຸຍ ຊ່ວງ 1-4 ເດືອນ ໃຫ້ໃສ່ສູດ 46-0-0 ແລະ ຊ່ວງ 5-7 ເດືອນໃສ່ສູດ 0-0-60 ໂດຍການໂຮຍຮອບໄລຍະຫ່າງ 10 ຊັງຕີແມັດ.

ແລະ ທຸກເທື່ອທີ່ທ່ານຈະຂຸດອອກໄປຂາຍຄວນປົກຫລຸມທີ່ຂຸດແລ້ວດ້ວຍແກບດໍາ ໃຫ້ພູນຖ້ວມກໍຂ່າເຮັດແບບນີ້ຈະຊ່ວຍໃຫ້ຂ່າມີສີງາມ ແລະ ເຮັດໃຫ້ຂຸດງ່າຍໆໃນຄັ້ງຕໍ່ໄປ.

ຈາກ: me-panya