ຍີ່ປຸ່ນ ຈະກັບມາລ່າປາວານເພື່ອການຄ້າອີກຄັ້ງ ໃນຕົ້ນເດືອນໜ້າ

45

ສໍານັກຂ່າວ NHK ຂອງຍີ່ປຸ່ນ ລາຍງານຂ່າວເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ເຮືອລ່າປາວານເພື່ອການສໍາຫຼວດວິໄຈຂອງຍີ່ປຸ່ນ ເດີນທາງອອກຈາກທ່າເຮືອແຫ່ງໜຶ່ງ ໃນຮັອກໄກໂດ ທາງພາກເໜືອຂອງປະເທດຍີ່ປຸ່ນ ເພື່ອດໍາເນີນການສໍາຫຼວດເປັນຄັ້ງສຸດທ້າຍ ກ່ອນທີ່ຍີ່ປຸ່ນຖອນຕົວອອກຈາກຄະນະກໍາມາທິການລ່າປາວານ ລະຫວ່າງປະເທດແລ້ວກັບໄປເລິ່ມຕົ້ນລ່າປາວານເພື່ອການຄ້າອີກຄັ້ງ.

ເຮືອ 5 ລໍາ ແລ່ນອອກຈາກທ່າເຮືອອາບາຊິຣິ ໃນຮັອກໄກໂດ ເມື່ອວັນເສົາ ທີ 1 ມິຖຸນາ ຜ່ານມາ ລູກເຮືອຈັບປາວານພັນມິງໂຕທໍາອິດໄດ້ ໃນໄລຍະທາງ ປະມານ 20 ກິໂລແມັດ ນອກຊາຍຝັ່ງ ໃນ 2-3 ຊົ່ວໂມງ ຫຼັງອອກຈາກທ່າ.

ປາວານມິງ ໂຕນີ້ເປັນເພດເມຍ ລໍາຕົວມີຄວາມຍາວ 6,7 ແມັດ ນ້ໍາໜັກປະມານ 3 ໂຕ້ນ ມີການເປີດເຜີຍໃຫ້ສື່ມວນຊົນໄດ້ຊົມການຍົກປາວານໂຕນີ້ຂຶ້ນບົກ ກ່ອນຂົນຍ້າຍໄປສະຖານທີ່ແຫ່ງໜຶ່ງໃນເມືອງ ເພື່ອແຍກຊີ້ນ.

ການລ່າປາວານເພື່ອການສໍາຫຼວດວິໄຈທີ່ນອກຊາຍຝ່າຍອາບາຊິຣິ ນີ້ ດໍາເນີນມາຕັ້ງແຕ່ປີ 2017 ໂດຍເນັ້ນຈັບປາວານສາຍພັນມິງ ປີລະ 47 ໂຕ.

ເຮືອຈະດໍາເນີນການລ່າປາວານ ເພື່ອການສໍາຫຼວດວິໄຈໄປຈົນເຖິງໝົດເດືອນມິຖຸນາ ຫຼັງຈາກນັ້ນ, ຈະເລິ່ມການລ່າເພື່ອການຄ້າ ໃນວັນທີ 1 ກໍລະກົດ.