ບໍລິສັດ ວຽງຈັນເຊັນເຕີ  ເປີດຊື້ – ຂາຍຫຸ້ນມື້ທຳອິດປິດຕະຫຼາດເພີ່ມຂຶ້ນ 100 ກີບ

59

ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ( VCL ) ໄດ້ເປີດການຊື້ – ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວຢ່າງເປັນທາງການ ເມື່ອຕອນເຊົ້າວັນທີ 31 ພຶດສະພາຜ່ານມາ ເຊິ່ງການຈັບຄູ່ຄັ້ງທໍາອິດໃນລາຄາເລີ່ມຕົ້ນ 1.200 ກີບຕໍ່ຫຸ້ນ ເພີ່ມຂຶ້ນ 150 ກີບ ຈາກລາຄາຫຸ້ນ ໄອພີໂອ ເປີດໃຫ້ຈອງ 1.050 ກີບຕໍ່ຫຸ້ນ ກ່ອນທີ່ຈະປິດຕະຫຼາດທີ່ 1.300 ກີບຕໍ່ຫຸ້ນ.

ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ກ່າວວ່າ: ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ແມ່ນບໍລິສັດໜຶ່ງທີ່ມີການພັດທະນາສະເພາະດ້ານປະເພດອະສັງຫາລິມະຊັບ ເຊິ່ງເປັນທີ່ຮູ້ຈັກັນດີຂອງປະຊາຊົນຊາວນະຄອນຫຼວງວຽງຈັນ ນັ້ນກໍຄືສູນການຄ້າວຽງຈັນເຊັນເຕີ ນັບວ່າເປັນສູນການຄ້າທັນສະໄໝຄົບວົງຈອນແຫ່ງໜຶ່ງໃນ ສປປ ລາວ ກໍາລັງໄດ້ຮັບ ຄວາມສົນໃຈຈາກມວນຊົນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສໍາລັບການເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວຂອງບໍລິສັດດັ່ງກ່າວຖືເປັນນິມິດໝາຍທີ່ດີ ແລະ ມີຄວາມສໍາຄັນຫຼາຍ ເພາະເປັນບໍລິສັດທີ 10 ທີ່ເຂົ້າມາເປັນສ່ວນໜຶ່ງໃນການພັດທະນາຕະຫຼາດທຶນລາວ ທັງເປັນການເພີ່ມທາງເລືອກໃນເງື່ອນໄຂທີ່ຫຼາກຫຼາຍຂອງບໍລິສັດໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ.

ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະພາບໍລິຫານ ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ກ່າວຕື່ມວ່າ: ສູນການຄ້າວຽງຈັນເຊັນເຕີ ແມ່ນໂຄງການຮ່ວມມືລະຫວ່າງກຸ່ມບໍລິສັດກໍ່ສ້າງລົງທຶນ ແລະ ຖືຫຸ້ນ ແຂວງຢູນນານ ຈໍາກັດ ແລະ ບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ຮ່ວມກັນສ້າງບໍລິສັດພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈໍາກັດ ເພື່ອເປັນບໍລິສັດຮັບຜິດຊອບດໍາເນີນໂຄງການ. ມາຮອດປັດຈຸບັນ ວຽງຈັນເຊັນເຕີ ໄດ້ກາຍເປັນສູນການຄ້າ, ສູນລວມສຳນັກງານ, ການເງິນ, ການລົງທຶນ ແລະ ການສະແດງຂະໜາດໃຫຍ່ໃນນະຄອນຫຼວງວຽງຈັນ ເຊິ່ງພວກເຮົາໄດ້ສໍາເລັດການອອກຈໍາໜ່າຍຫຸ້ນ ແລະ ເປັນບໍລິສັດທີ 10 ທີ່ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ.

ທ່ານ ຄຳແກ້ວ ວິສີສົມບັດ ປະທານສະພາບໍລິຫານ ບໍລິສັດຫຼັກຊັບ ລາວ – ຈີນ ຈຳກັດ ກ່າວອີກວ່າ: ບໍລິສັດພວກເຮົາໄດ້ເຮັດໜ້າທີ່ເປັນທີ່ປຶກສາ ແລະ ຄ້ຳປະກັນຈັດຈໍາໜ່າຍຫຸ້ນຂອງ ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ເຊິ່ງໄດ້ປະສົບຜົນສໍາເລັດໃນການອອກຈໍາໜ່າຍຫຸ້ນ ທັງໝົດ 51.199.900 ຫຸ້ນ ໃນລາຄາຂາຍ 1.050 ກີບຕໍ່ຫຸ້ນ ຄິດເປັນເງິນທີ່ລະດົມໄດ້ 53.759.895.000 ກີບ ໂດຍເງິນທີ່ລະດົມໄດ້ມີເປົ້າໝາຍນໍາໃຊ້ເຂົ້າໃນການພັດທະນາພື້ນທີ່ຂອງສູນການຄ້າ, ກໍ່ສ້າງຮ້ານຄ້າອ້ອມຕຶກຫ້ອງການ ແລະ ອື່ນໆ ເພື່ອເປັນການເພີ່ມສັກກະຍະພາບຂອງສູນການຄ້າໃຫ້ທາງເລືອກທີ່ຫຼາກຫຼາຍ. ໃນປີ 2018 ຜ່ານມາ, ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ ກໍໄດ້ເປັນທີ່ປຶກສາທາງດ້ານການເງິນ ແລະ ຈັດຈໍາໜ່າຍຫຸ້ນໃຫ້ແກ່ ບໍລິສັດ ຊີມັງລາວ ມະຫາຊົນ ແລະ ປີ 2019 ແມ່ນ ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ເຊິ່ງໃນອະນາຄົດຄາດວ່າຈະໄດ້ຮັບ ຄວາມໄວ້ວາງໃຈຈາກບໍລິສັດ ຫຼື ວິສາຫະກິດອື່ນໆຕື່ມອີກ.

ການເປີດຊື້ – ຂາຍຫຸ້ນມື້ທຳອິດຄຶກຄັກສົມຄວນປິດຕະຫຼາດລາຄາຫຸ້ນເພີ່ມຂຶ້ນ 100 ກີບ ( ຈາກ 1.200 ເປັນ 1.300 ກີບ ) ມີປະລິມານຊື້ – ຂາຍທັງໝົດ 12.700 ຫຸ້ນ ມູນຄ່າ 15.332.000 ກີບ.

ໃຫ້ກຽດເຂົ້າຮ່ວມເປີດການຊື້ – ຂາຍຫຸ້ນໃນຄັ້ງນີ້ ໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ວັນຄຳ ວໍຣະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ຄຳແກ້ວ ວິສີສົມບັດ ປະທານສະພາບໍລິຫານ ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະພາບໍລິຫານ ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ພ້ອມດ້ວຍຜູ້ຖືຫຸ້ນ ແລະ ແຂກເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ສອນໄຊ ]