Monthly Archives: June, 2019

ລັດຖະບານ ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ ກຸ່ມບໍລິສັດ AMZ ຈຳກັດ

ໂດຍອີງຕາມລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ III, ສະບັບເລກທີ 155/ປປທ ລົງວັນທີ 11 ກຸມພາ 2019 ແລະ ອີງຕາມໃບມອບສິດ ສະບັບເລກທີ 225/ນຍ ລົງວັນທີ 4 ທັນວາ 2018 ມອບສິດໃຫ້ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ        ຕາງໜ້າໃຫ້ລັດຖະບານ ແຫ່ງ...

ທຳລາຍສິນຄ້າໝົດອາຍຸ – ເສື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ

ເມືອງເງິນ ແຂວງໄຊຍະບູລີ ຈັດພິທີທຳລາຍສິນຄ້າໝົດອາຍຸ - ເສື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ ພິທີດັ່ງກ່າວໄດ້ຈັດຂຶ້ນທ້າຍເດືອນຜ່ານມາ ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເປັນກຽດຂົ້າຮ່ວມມີ ທ່ານ ທະວີສັກ ໄຊຍະວົງ ຮອງເຈົ້າເມືອງ, ມີຄະນະກຳມະການຄຸ້ມຄອງ, ຕິດຕາມ, ກວດກາ, ສະກັດກັ້ນສິນຄ້າທີ່ລັດເກືອດຫ້າມ ແລະ ສິນຄ້າໝົດອາຍຸຂັ້ນເມືອງ ຕະຫຼອດຮອດວິຊາການຫ້ອງການອຸດສາຫະກຳ ແລະ...

ເຈົ້າໜ້າທີ່ບຸກໜັກ ຈັບຜູ້ຖືກຫາ 3 ຄົນ ພ້ອມຢາບ້າແສນເມັດ

ໃນເວລາປະມານ 8:00 ໂມງ ຂອງວັນທີ 23 ພຶດສະພາ 2019 ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວສະຫວັນນະເຂດ ໄດ້ສົມທົບກັບທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໄດ້ສືບຮູ້ວ່າ: ມີຄົນບໍ່ດີຈຳນວນໜຶ່ງກຳລັງເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ ຢູ່ຂອບເຂດເມືອງເຊໂປນ ແຂວງສະຫວັນນະເຂດ. ດັ່ງນັ້ນ, ຈຶ່ງຈັດຕັ້ງກຳລັງວິຊາສະເພາະເພື່ອມ້າງຄະດີດັ່ງກ່າວ ຈົນມາຮອດເວລາປະມານ 10:30 ໂມງ ຂອງວັນດຽວກັນ...

ທົ່ວທຸກພາກ ກຽມຮັບມືກັບສະພາບຝົນຕົກໜັກແຕ່ມື້ອື່ນເປັນຕົ້ນໄປ

  ອຸຕຸຄາດອາທິດນີ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈິ່ງຝາກເຖິງປະຊາຊົນກຽມຮັບມືກັບສະພາບອາກາດດັ່ງກ່າວ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ຍັງສືບຕໍ່ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ...

ທົ່ວປະເທດຕັ້ງໜ້າປູກໄມ້ໃຫ້ບັນລຸ 1,7 ລ້ານເບ້ຍ

ຍຸດທະສາດປົກຫຸ້ມປ່າໄມ້ 70% ໃນປີ 2020 ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2005 ເຊິ່ງຈະມີການປະເມີນຜົນວຽກງານດັ່ງກ່າວໃນທຸກໆ 5 ປີ, ຈາກການປະເມີນຜົນໃນປີ 2015ຜ່ານມາ ລະດັບການປົກຫຸ້ມປ່າໄມ້ຢູ່ທີ່ 58% ແລະ ຈະປະເມີນຜົນໃນຮອບ 5 ປີ ອີກຄັ້ງໃນປີ 2020 ເຊິ່ງໃນວັນປູກຕົ້ນໄມ້ແຫ່ງຊາດຂອງປີນີ້ທົ່ວປະເທດກໍໄດ້ພ້ອມກັນຈັດກິດຈະກໍາປູກໄມ້ໃຫ້ບັນລຸ 1,7 ລ້ານເບ້ຍ ໃນເນື້ອທີ່ເກືອບ 9...

ບໍລິສັດ ໂຄລາວ ຍົກລະດັບນາຍຊ່າງຮອງຮັບໃຫ້ບໍລິການລົດທີ່ຈະເປີດໂຕໃໝ່

ໃນວັນທີ 27 - 31 ພຶດສະພາ 2019 ທີ່ຜ່ານມາ ພະແນກ ASD ກຸ່ມບໍລິສັດ ໂຄລາວ ໄດ້ມີການຝຶກອົບຮົມນາຍຊ່າງ ໂດຍມີຕົວແທນຫົວໜ້າຊ່າງຈາກນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກເຂົ້າຮ່ວມ ໂດຍມີຄູຝຶກມາຈາກປະເທດມາເລເຊຍມາສິດສອນໃຫ້ຄວາມຮູ້ກັບເຕັກໂນໂລຊີລົດລຸ້ນໃໝ່. ຊຸດຝຶກອົບຮົມດັ່ງກ່າວແມ່ນຍົກລະດັບຄວາມຮູ້ - ຄວາມສາມາດຂອງນາຍຊ່າງສ້ອມແປງໃນຂອບເຂດທົ່ວປະເທດ. ທັງນີ້, ເພື່ອກຽມຄວາມພ້ອມໃນການໃຫ້ບໍລິການສ້ອມແປງລົດລຸ້ນໃໝ່ທີ່ຈະເປີດໂຕໄວໆນີ້. ພ້ອມນັ້ນ, ຍັງໄດ້ຮຽນຮູ້ເຕັກໂນໂລຊີໃໝ່ໆ ລວມທັງເຄື່ອງມືທີ່ທັນສະໄໝ...

ໂດນັລ ທຣຳ ຜູ້ນໍາສະຫະລັດຢ້ຽມຢາມສະຫະຣາຊະອານາຈັກ

ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ອາເມຣິກາ ພ້ອມດ້ວຍທ່ານນາງເມລາເນຍ ພັນລະຍາ ແລະ ຄະນະເດີນທາງເຖິງນະຄອນຫຼວງລອນດອນ ເມື່ອວັນຈັນ ຕາມກໍານົດການຢ້ຽມຢາມສະຫະຣາຊະອານາຈັກ ປະເທດພັນທະມິດເກົ່າແກ່ຢ່າງເປັນທາງການ ເປັນໄລຍະ 3 ວັນ. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນຈັນ ທີ 3 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ແລະ...

ປີໂຕຣລ້ຽມເທຣດດິ້ງໃຫ້ທຶນຊື້ເບ້ຍໄມ້ປູກ 20 ລ້ານກວ່າກີບ

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃຫ້ທຶນສະໜັບສະໜູນຈັດກິດຈະກໍາປູກຕົ້ນໄມ້ຢູ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ ຈໍານວນ 5 ພັນຕົ້ນ ໃນເນື້ອທີ່ 5 ເຮັກຕາ ຄິດເປັນມູນຄ່າ 20 ລ້ານກວ່າກີບ. ວັນທີ 31 ມິຖຸນາ 2019 ທີ່ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ...

ປີນີ້ ສຄອຊ ຕັ້ງເປົ້າສ້າງລາຍຮັບ 4,6 ຕື້ກວ່າກີບ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ສຄອຊ ຄາດຄະເນລາຍຮັບປີ 2019 ໃຫ້ໄດ້ 4,6 ຕື້ກວ່າກີບ ສ່ວນລາຍຈ່າຍ 4,4 ຕື້ກວ່າກີບ. ກອງປະຊຸມພົບປະຄະນະບໍລິຫານງານ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຈັດຂຶ້ນໃນວັນທີ 3 ມິຖຸນາ 2019 ໂດຍການເປັນປະທານຂອງ...

ປຶ້ມເອເລັກໂຕຣນິກ ເກືອບພັນເຫຼັ້ມສາມາດດາວໂຫຼດໄດ້ຜ່ານເວັບໄຊ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີເປີດໂຕເວັບໄຊປຶ້ມເອເລັກໂຕຣນິກ ( E - Book ) ແລະ ການນໍາໃຊ້ປຶ້ມແບບເອເລັກໂຕຣນິກ ເຊິ່ງທຸກຄົນສາມາດເຂົ້າເບິ່ງ ແລະ ດາວໂຫຼດເອກະສານຕ່າງໆໄດ້ທີ່ເວັບໄຊ www.ebook.most.gov.la. ຫຼື ສາມາດດາວໂຫຼດ Application ເທິງມືຖືໃນລະບົບ ແອນດຣອຍ ດ້ວຍການຄົ້ນຫາຄໍາວ່າ “ laoebook ”...
- Advertisment -
Slide
Slide

Most Read

error: Content is protected !!