ປຶ້ມເອເລັກໂຕຣນິກ ເກືອບພັນເຫຼັ້ມສາມາດດາວໂຫຼດໄດ້ຜ່ານເວັບໄຊ

348

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີເປີດໂຕເວັບໄຊປຶ້ມເອເລັກໂຕຣນິກ ( E – Book ) ແລະ ການນໍາໃຊ້ປຶ້ມແບບເອເລັກໂຕຣນິກ ເຊິ່ງທຸກຄົນສາມາດເຂົ້າເບິ່ງ ແລະ ດາວໂຫຼດເອກະສານຕ່າງໆໄດ້ທີ່ເວັບໄຊ www.ebook.most.gov.la. ຫຼື ສາມາດດາວໂຫຼດ Application ເທິງມືຖືໃນລະບົບ ແອນດຣອຍ ດ້ວຍການຄົ້ນຫາຄໍາວ່າ “ laoebook ” ເຊິ່ງໃນເບື້ອງຕົ້ນມີຂໍ້ມູນ10 ໝວດ, 950 ກວ່າຫົວ ແລະ ອະນາຄົດມີແຜນຮວບຮວມເອົາຂໍ້ມູນທາງດ້ານການສຶກສາ, ການຄົ້ນຄວ້າ – ວິໄຈຕ່າງໆ ເພື່ອໃຫ້ມີຄວາມຫຼາກຫຼາຍ ແລະ ສົມບູນຂຶ້ນຍິ່ງຂຶ້ນ.

ທ່ານ ວິລະສັກ ອິນທະປັດຖາ ຫົວໜ້າສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ການເປີດໂຕເວັບໄຊປຶ້ມເອເລັກໂຕຣນິກ ( E – Book ) ແລະ ການນໍາໃຊ້ປຶ້ມແບບເອເລັກໂຕຣນິກ ແມ່ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃຫ້ທັນກັບຍຸກສະໄໝ ໂດຍສະເພາະໃນຍຸກດິຈິຕອລ, ພຶດຕິກໍາການດຳລົງຊີວິດຂອງມະນຸດໄດ້ຖືກປະຕິຮູບຕາມວິວັດທະນາການຂອງເຕັກໂນໂລຊີ ເພາະເຕັກໂນໂລຊີສາມາດຕອບສະໜອງຄວາມຕ້ອງການຂອງມະນຸດ ແລະ ພຶດຕິກຳການຮຽນຮູ້ຂອງຄົນເຮົາຈາກຮູບແບບປຶ້ມມາເປັນຮູບແບບເອເລັກໂຕຣນິກໃນຍຸກດິຈິຕອລ ລວມທັງອິດທິພົນຂອງດິຈິຕອລ ໄດ້ເຮັດໃຫ້ຫຼາຍປະເທດຕ້ອງໄດ້ປະຕິຮູບການສຶກສາເພື່ອກ້າວໃຫ້ທັນກັບການປ່ຽນແປງຂອງເຕັກໂນໂລຊີ.

ດັ່ງນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ ຈຶ່ງໄດ້ຈັດສ້າງປຶ້ມແບບເອເລັກໂຕຣນິກ ເພື່ອຫັນເອົາລະບົບຂໍ້ມູນປຶ້ມຕຳລາຮຽນສາຂາວິຊາຕ່າງໆ, ບົດຄົ້ນຄວ້າວິໄຈຂອງບັນດານັກຄົ້ນຄວ້າ, ຄູ – ອາຈານ, ບົດໂຄງການຈົບຊັ້ນຂອງນັກສຶກສາໃນແຕ່ລະປີ, ເອກະສານ ແລະ ປຶ້ມຕ່າງໆໃຫ້ມາເປັນຮູບແບບເອເລັກໂຕຣນິກ ເພື່ອເຮັດໃຫ້ການບໍລິການຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ ແລະ ກ້າວໄປເຖິງການເຮັດໃຫ້ຫ້ອງສະໝຸດມີຊີວິດຊີວາ ພ້ອມທັງເປັນການເກັບຮັກສາແຫຼ່ງຂໍ້ມູນຕ່າງໆໄວ້ໃຫ້ມີ ຄວາມປອດໄພ, ໝັ້ນຄົງ ແລະ ຍາວນານ, ເປັນແຫຼ່ງເຕົ້າໂຮມຂໍ້ມູນ – ຂ່າວສານ ເພື່ອໃຫ້ກາຍເປັນຄັງຄວາມຮູ້ໃຫ້ແກ່ການສຶກສາຄົ້ນຄວ້າຂອງນັກຮຽນ, ນັກສຶກສາ, ປັນຍາຊົນທົ່ວໄປໄດ້ເຂົ້າເຖິງຂໍ້ມູນ ແລະ ຊອກຫາຂໍ້ມູນໄດ້ຢ່າງສະດວກງ່າຍດາຍ.

ໃນການເຂົ້າເຖິງຂໍ້ມູນຕ່າງໆນີ້ ແມ່ນສາມາດເຂົ້າຜ່ານລະບົບເວັບໄຊໄດ້ໂດຍການພິມ www.ebook.most.gov.la. ຫຼື ສາມາດດາວໂຫຼດ Application ເທິງມືຖືໃນລະບົບ Android ດ້ວຍການຄົ້ນຫາຄໍາວ່າ “ laoebook ”. ສ່ວນໃນອະນາຄົດສະຖາບັນຈະໄດ້ມີການພັດທະນາການນໍາໃຊ້ໃນລະບົບ IOS ເພື່ອໃຫ້ກາຍເປັນການພັດທະນາປຶ້ມແບບເອເລັກໂຕຣນິກແບບຍືນຍົງ, ຍັງຈະສືບຕໍ່ເຮັດການຮ່ວມມືກັບພາກສ່ວນຕ່າງໆ ເພື່ອເຮັດໃຫ້ເວັບໄຊຂອງປຶ້ມແບບເອເລັກໂຕຣນິກກາຍເປັນສູນລວມປຶ້ມທີ່ມີຄວາມຫຼາກຫຼາຍຂອງແຕ່ລະຂະແໜງການ ແລະ ມີບົດຄວາມອຸດົມສົມບູນຂຶ້ນໄປເລື້ອຍໆ.

ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນ ແລະ ໃຫ້ການຮ່ວມມືຈາກຫຼາຍພາກສ່ວນ ເຊັ່ນ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສະຖາບັນການທະນາຄານ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ມະຫາວິທະຍາໄລ ແຫ່ງລັດໂຕມສ໌ ( ສະຫະພັນຣັດເຊຍ ) ແລະ ໂຮງພິມຊ້າງລາວ. ນອກຈາກນີ້, ຍັງມີປຶ້ມບົດຮຽນຂອງສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຣນິກ, ບົດຄວາມດ້ານກະສິກໍາ, ດ້ານວິທະຍາສາດ, ໜັງສືພິມວິທະຍາສາດ ແລະ ການພັດທະນາ, ບັນດາປຶ້ມກົດໝາຍທັງພາສາລາວ ແລະ ພາສາອັງກິດ, ປຶ້ມໝວດວັດທະນທໍາ – ສັງຄົມ ເຊິ່ງໃນເບື້ອງຕົ້ນແມ່ນສາມາດປ້ອນຂໍ້ມູນໄດ້ທັງໝົດມີ 10 ໝວດ, 950 ກວ່າຫົວ ແລະ ມີແຜນຈະພັດທະນາລະບົບພ້ອມທັງຮວບຮວມເອົາຂໍ້ມູນທາງດ້ານການສຶກສາ, ການຄົ້ນຄວ້າ – ວິໄຈຕ່າງໆ ເພື່ອປ້ອນເຂົ້າລະບົບໃຫ້ມີ ຄວາມຫຼາກຫຼາຍ.

ພິທີເປີດໂຕການນຳໃຊ້ປຶ້ມແບບເອເລັກໂຕຣນິກ ( E – Book ) ໄດ້ຈັດຂຶ້ນຢ່າງເປັນທາງການໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທ່ານຫົວໜ້າຫ້ອງການ, ກົມ, ສະຖາບັນພ້ອມດ້ວຍບັນດາແຂກຖືກເຊີນຈາກສະຖາບັນການຄົ້ນຄວ້າ, ພ້ອມດ້ວຍນ້ອງນ້ອຍນັກຮຽນເຍົາວະຊົນເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]