ປີນີ້ ສຄອຊ ຕັ້ງເປົ້າສ້າງລາຍຮັບ 4,6 ຕື້ກວ່າກີບ

72

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ສຄອຊ ຄາດຄະເນລາຍຮັບປີ 2019 ໃຫ້ໄດ້ 4,6 ຕື້ກວ່າກີບ ສ່ວນລາຍຈ່າຍ 4,4 ຕື້ກວ່າກີບ.

ກອງປະຊຸມພົບປະຄະນະບໍລິຫານງານ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຈັດຂຶ້ນໃນວັນທີ 3 ມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ມີບັນດາທີ່ປຶກສາ, ຄະນະບໍລິຫານງານປະຈໍາແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ກໍເພື່ອຖອດຖອນບົດຮຽນກ່ຽວກັບບັນຫາຕ່າງໆທີ່ຍັງຄົງຄ້າງ ແລະ ຕ້ອງໄດ້ພິຈາລະນາຂອງ ສຄອຊ, ອີກຢ່າງໜຶ່ງປີນີ້ກໍເປັນປີຄົບຮອບ 30 ປີ ຂອງ ສຄອຊ ເຊິ່ງເປັນນິມິດໝາຍອັນສໍາຄັນທີ່ສຸດ ທີ່ເຮັດໃຫ້ເຫັນໄດ້ວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ພາກທຸລະກິດເປັນພິເສດ. ເຖິງຢ່າງໃດກໍຕາມ, ໃນເມື່ອກ່ອນ ສຄອຊ ແມ່ນເຮັດວຽກສະເພາະກັບການຄ້າ ແລະ ບໍລິການ ແຕ່ປັດຈຸບັນກໍກ້າວເຂົ້າສູ່ວຽກງານການລົງທຶນ. ດັ່ງນັ້ນ, ກໍຈະມີການປຶກສາຫາລື ແລະ ຈັດຕັ້ງປະຕິບັດໃນການຄຸ້ມຄອງ ຫຼື ຮ່ວມມືໃນການຮັບເອົາການລົງທຶນຈາກຕ່າງປະເທດ ແລະ ພາຍໃນ ໄປພ້ອມໆກັນ. ຍ້ອນແນວນັ້ນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈຶ່ງມີແນວຄິດສ້າງຕັ້ງຄະນະກໍາມະການຈັດຕັ້ງປະຕິບັດການລົງທຶນທຸລະກິດ ລາວ – ຈີນ ຢູ່ພາຍໃຕ້ຂອບຂອງສະພາການຄ້າຂຶ້ນ.

ທ່ານ ປະທານ ສຄອຊ ກ່າວຕື່ມວ່າ: ປັດຈຸບັນສົງຄາມການຄ້າລະຫວ່າງ ອາເມຣິກາ ແລະ ຈີນ ແມ່ນໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໃນລາວເຮົາແນ່ນອນ ເນື່ອງຈາກວ່າປະເທດເຮົາໄດ້ຮັບການລົງທຶນຈາກປະເທດຈີນ ເປັນຫຼັກ. ພ້ອມດຽວກັນນັ້ນ, ບັນດາອຸດສາຫະກໍາທີ່ຕິດພັນກັບຕ່ອງໂສ້ການຜະລິດຂອງໂລກກໍຈະໄດ້ຮັບຜົນກະທົບໄປຕາມໆກັນ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍທີ່ມີຕໍ່ເສດຖະກິດຂອງລາວເຮົາຍັງແມ່ນສິ່ງແວດລ້ອມການດໍາເນີນທຸລະກິດ ທີ່ຍັງບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນ ເຖິງແມ່ນວ່າລັດຖະບານຈະປະກາດຈັດຕັ້ງປະຕິບັດຄໍາສັ່ງເລກທີ 12/ນຍ ມາແລ້ວກໍຕາມ ບາງເຂດກໍຍັງປະຕິບັດບໍ່ໄດ້ ຈຶ່ງເຮັດໃຫ້ການດຳເນີນທຸລະກິດຢູ່ລາວບໍ່ສະດວກເທົ່າທີ່ຄວນ.

ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາພາກທຸລະກິດລາວຕາມ 4 ເສົາຄໍ້າ ແລະ ການເຄື່ອນໄຫວຂອງຫ້ອງການ ສຄອຊ ໃນໄລຍະເດືອນມັງກອນ ຫາ ເດືອນພຶດສະພາ 2019 ໃຫ້ຮູ້ວ່າ: ວຽກງານ 4 ເສົາຄໍ້າຂອງ ສຄອຊ ມີຄື: ວຽກງານພັດທະນາສະພາບແວດລ້ອມທຸລະກິດ; ວຽກງານບໍລິການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ SME; ວຽກງານສົ່ງເສີມການຕະຫຼາດຂອງຜະລິດຕະພັນລາວ ແລະ ວຽກງານພັດທະນາລະບົບການຄຸ້ມຄອງຂໍ້ມູນ – ຂ່າວສານ, ການປະຊາສໍາພັນແບບລວມສູນຂອງພາກທຸລະກິດ.

ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ ສຄອຊ ສາມາດແກ້ໄຂບັນຫາສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນບັນຫາອາກອນມູນຄ່າເພີ່ມ ຕໍ່ການບໍລິການຂອງທະນາຄານທຸລະກິດ; ການຈັດລະບຽບທຸລະກິດໂຮງພິມ, ອາກອນຊົມໃຊ້ອິນເຕີເນັດ ຈາກ 10% ມາເປັນ 3%; ການເຂົ້າເຖິງຂໍ້ມູນການຈັດຊື້ – ຈັດຈ້າງໂຄງການຂອງລັດຖະບານ; ສໍາເລັດວຽກງານວາງສະແດງ 24 ງານ. ນອກຈາກ ນີ້, ກໍສາມາດເກັບກໍາໄດ້ສະມາຊິກ ສຄອຊ ທີ່ເຄື່ອນໄຫວປົກກະຕິ 477 ບໍລິສັດ ແລະ ອີກ 177 ບໍລິສັດ ທີ່ບໍ່ມີການເຄື່ອນໄຫວໃດໆ ເຊິ່ງໄລຍະ 5 ເດືອນຜ່ານມາ ສາມາດເກັບລາຍຮັບໄດ້ 216 ບໍລິສັດ ລວມມູນຄ່າ 1 ຕື້ກວ່າກີບ. ພ້ອມດຽວກັນນີ້, ວຽກງານເສດຖະກິດການເງິນໃນປີຜ່ານມາມີລາຍຮັບ 3,5 ຕື້ກວ່າກີບ, ລາຍຈ່າຍ 3,4 ຕື້ກວ່າກີບ; ສໍາລັບປີ 2019 ນີ້ຄາດຄະເນຈະມີລາຍຮັບຢູ່ທີ່ 4,6 ຕື້ກີບ ຂະນະດຽວກັນລາຍຈ່າຍຢູ່ທີ່ 4,4 ຕື້ກວ່າກີບ.

( ຂ່າວ: ເອຢິບ, ຮູບ: ສອນໄຊ )