ໂດນັລ ທຣຳ ຜູ້ນໍາສະຫະລັດຢ້ຽມຢາມສະຫະຣາຊະອານາຈັກ

51

ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ອາເມຣິກາ ພ້ອມດ້ວຍທ່ານນາງເມລາເນຍ ພັນລະຍາ ແລະ ຄະນະເດີນທາງເຖິງນະຄອນຫຼວງລອນດອນ ເມື່ອວັນຈັນ ຕາມກໍານົດການຢ້ຽມຢາມສະຫະຣາຊະອານາຈັກ ປະເທດພັນທະມິດເກົ່າແກ່ຢ່າງເປັນທາງການ ເປັນໄລຍະ 3 ວັນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນຈັນ ທີ 3 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ແລະ ທ່ານນາງເມລາເນຍ ພັນລະຍາ ເຂົ້າເຝົ້າສົມເດັດພະລາຊີນີເອລິຊາເບັດ ທີ 2 ແຫ່ງອັງກິດ ທີ່ພຣະຣາຊະວັງບັກກິງແຮມ ໃນນະຄອນຫຼວງລອນດອນ ເມື່ອວັນຈັນ ເຊິ່ງເປັນມື້ທໍາອິດຂອງການຢ້ຽມຢາມອັງກິດ ພະລາຊີນີແຫ່ງອັງກິດພຣະອົງ ໄດ້ມີພິທີຕ້ອນຮັບ ແລະ ງານລ້ຽງອາຫານ ເພື່ອເປັນກຽດແກ່ຜຸ້ນໍາສະຫະລັດ ແລະ ຄະນະດ້ວຍ.

ในภาพอาจจะมี 5 คน, ผู้คนกำลังยืน

ທຣໍາ ແລະ ຄະນະເດີນທາງດ້ວຍຍົນປະຈໍາຕໍາແໜ່ງປະທານາທິບໍດີສະຫະລັດ “ແອຣ໌ຟໍຊ໌ ວັນ” ເຖິງສະໜາມບິນສະແຕນສະເຕັດ ເຂດຊານເມືອງຂອງນະຄອນຫຼວງລອນດອນ ເມື່ອເຊົ້າວັນຈັນ ກ່ອນຈະຖືກພາໄປເຖິງບ້ານພັກເອກອັກຄະລາຖະທູດສະຫະລັດປະຈໍາອັງກິດ ໃນເຂດໃຈກາງນະຄອນຫຼວງລອນດອນເຊິ່ງທຣໍາ ແລະ ພັນລະຍາຈະໃຊ້ເປັນທີ່ພັກ.

ในภาพอาจจะมี 3 คน, งานแต่งงาน และสถานที่ในร่ม

ທຣໍາ ມີກໍານົດການພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຫຼາຍຄົນຂອງລັດຖະບານອັງກິດ ລວມເຖິງທ່ານນາງເທເຣຊາ ເມ ນາຍົກລັດຖະມົນຕີທີ່ປະກາດຈະລາອອກຈາກຫົວໜ້າພັກອະນຸລັກນິຍົມ ເຊິ່ງຈະເຮັດໃຫ້ຕົວທ່ານພົ້ນຈາກຕໍາແໜ່ງນາຍົກລັດຖະມົນຕີ ໃນວັນທີ 7 ມິຖຸນາ ຫຼັງການຢ້ຽມຢາມຂອງທຽມ.

ในภาพอาจจะมี 3 คน, ผู้คนกำลังยืน และชุดสูท

ນອກຈາກນີ້ ທຣໍາ ກໍ່ມີກໍານົດການຢ້ຽມຢາມຫຼາຍເມືອງໃນສະຫະຣາຊະອານາຈັກຂອງທຣໍາ ໃນໄລຍະ 3 ວັນ ຄາດວ່າ ຈະປະເຊີນກັບການປະທ້ວງຕາມທີ່ຫຼາຍກຸ່ມໄດ້ປະກາດໄວ້ລ່ວງໜ້າ ທັງໃນນະຄອນຫຼວງລອນດອນ, ເມືອງແມນເຊັສເຕີ, ເມືອງເບລຟາສ ແລະ ເມືອງເບີມິງແຮມ.