ບໍລິສັດ ໂຄລາວ ຍົກລະດັບນາຍຊ່າງຮອງຮັບໃຫ້ບໍລິການລົດທີ່ຈະເປີດໂຕໃໝ່

180

ໃນວັນທີ 27 – 31 ພຶດສະພາ 2019 ທີ່ຜ່ານມາ ພະແນກ ASD ກຸ່ມບໍລິສັດ ໂຄລາວ ໄດ້ມີການຝຶກອົບຮົມນາຍຊ່າງ ໂດຍມີຕົວແທນຫົວໜ້າຊ່າງຈາກນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກເຂົ້າຮ່ວມ ໂດຍມີຄູຝຶກມາຈາກປະເທດມາເລເຊຍມາສິດສອນໃຫ້ຄວາມຮູ້ກັບເຕັກໂນໂລຊີລົດລຸ້ນໃໝ່.

ຊຸດຝຶກອົບຮົມດັ່ງກ່າວແມ່ນຍົກລະດັບຄວາມຮູ້ – ຄວາມສາມາດຂອງນາຍຊ່າງສ້ອມແປງໃນຂອບເຂດທົ່ວປະເທດ. ທັງນີ້, ເພື່ອກຽມຄວາມພ້ອມໃນການໃຫ້ບໍລິການສ້ອມແປງລົດລຸ້ນໃໝ່ທີ່ຈະເປີດໂຕໄວໆນີ້. ພ້ອມນັ້ນ, ຍັງໄດ້ຮຽນຮູ້ເຕັກໂນໂລຊີໃໝ່ໆ ລວມທັງເຄື່ອງມືທີ່ທັນສະໄໝ ເພື່ອຮັບໃຊ້ບໍລິການລູກຄ້າທີ່ເຂົ້າມາໃຊ້ບໍລິການໃຫ້ທັນກັບຄວາມຕ້ອງການຂອງລູກຄ້າ.