ທຳລາຍສິນຄ້າໝົດອາຍຸ – ເສື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ

48

ເມືອງເງິນ ແຂວງໄຊຍະບູລີ ຈັດພິທີທຳລາຍສິນຄ້າໝົດອາຍຸ – ເສື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ ພິທີດັ່ງກ່າວໄດ້ຈັດຂຶ້ນທ້າຍເດືອນຜ່ານມາ ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເປັນກຽດຂົ້າຮ່ວມມີ ທ່ານ ທະວີສັກ ໄຊຍະວົງ ຮອງເຈົ້າເມືອງ, ມີຄະນະກຳມະການຄຸ້ມຄອງ, ຕິດຕາມ, ກວດກາ, ສະກັດກັ້ນສິນຄ້າທີ່ລັດເກືອດຫ້າມ ແລະ ສິນຄ້າໝົດອາຍຸຂັ້ນເມືອງ ຕະຫຼອດຮອດວິຊາການຫ້ອງການອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ.

ທ່ານ ສົມແລ່ນ ອິນສະແຫວງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 2 ເມສາ ຫາ ວັນທີ 2 ພຶດສະພາ 2019 ນີ້ ທາງຄະນະກຳມະການຄຸ້ມຄອງ, ຕິດຕາມ, ກວດກາ, ສະກັດກັ້ນສິນຄ້າທີ່ລັດເກືອດຫ້າມ ແລະ ສິນຄ້າໝົດອາຍຸຂັ້ນເມືອງ ໄດ້ລົງກວດກາຢູ່ບັນດາຫົວໜ່ວຍທຸລະກິດ, ຕະຫຼາດ, ແລະ ບັນດາຫ້າງຮ້ານຕ່າງໆພາຍໃນເມືອງ ລວມທັງໝົດ 17 ບ້ານ, ໄດ້ 45 ຫົວໜ່ວຍ. ໃນນີ້, ມີຮ້ານຂາຍຍົກ – ຂາຍສົ່ງ 3 ຫົວໜ່ວຍ, ຂາຍຍ່ອຍທົ່ວໄປ 51 ຫົວໜ່ວຍ, ໄດ້ກວດພົບເຫັນສິນຄ້າໝົດອາຍຸ – ເສື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ ຈໍານວນ 36 ລາຍການ ລວມມູນຄ່າ 5.182.000 ກີບ, ສ່ວນໃຫຍ່ແມ່ນເຄື່ອງບໍລິໂພກ ແລະ ເຄື່ອງອຸປະໂພກຈຳນວນໜຶ່ງ ພ້ອມທັງປັບໃໝ ຈຳນວນ 15 ຫົວໜ່ວຍ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ ຈຶ່ງນຳເອົາສິນຄ້າດັ່ງກ່າວໄປຈູດທຳລາຍຖິ້ມຢູ່ສະຖານທີ່ຖິ້ມຂີ້ເຫຍື້ອຂອງເມືອງ ເພື່ອເປັນການປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ນຳໃຊ້ສິນຄ້າທີ່ມີຄຸນນະພາບ ແລະ ໄດ້ຕາມມາດຕະຖານ.

[ ໂດຍ: ອິນແປງ ແຫວນຄຳ ]