ປີໂຕຣລ້ຽມເທຣດດິ້ງໃຫ້ທຶນຊື້ເບ້ຍໄມ້ປູກ 20 ລ້ານກວ່າກີບ

103

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃຫ້ທຶນສະໜັບສະໜູນຈັດກິດຈະກໍາປູກຕົ້ນໄມ້ຢູ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ ຈໍານວນ 5 ພັນຕົ້ນ ໃນເນື້ອທີ່ 5 ເຮັກຕາ ຄິດເປັນມູນຄ່າ 20 ລ້ານກວ່າກີບ.

ວັນທີ 31 ມິຖຸນາ 2019 ທີ່ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບເມືອງໄຊທານີ, ກອງພັນໃຫຍ່ 941, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນ ໂດຍການໃຫ້ທຶນສະໜັບສະໜູນຂອງ     ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະ   ຫາຊົນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ       ລາດຊະນີວົງ ອະມະຣະທິທາດາ ຫົວໜ້າພະແນກກວດກາລັດ ນວ, ມີ ທ່ານ ນາງ ຫອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມປ່າໄມ້, ທ່ານ ບຸນຖັນ ຈິດຕະວົງ ຜູ້ອໍານວຍການຝ່າຍປະຕິບັດການບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຖັນ ຈິດຕະວົງ ກ່າວວ່າ: ເພື່ອເປັນການປູກຝັງຈິດສຳນຶກໃຫ້ແກ່ຄົນໃນສັງຄົມ ກໍຄືເຮັດໃຫ້ວັນເດັກນ້ອຍມີຄວາມໝາຍຍິ່ງຂຶ້ນ ພ້ອມໆກັບການທີ່ເຫັນໄດ້ເຖິງສະພາບການປ່ຽນແປງດິນຟ້າອາກາດຂອງໂລກ ອັນເນື່ອງມາຈາກການທີ່ປ່າໄມ້ໄດ້ຖືກທຳລາຍເສຍຫາຍຫຼາຍພື້ນທີ່ທົ່ວໂລກ. ດັ່ງນັ້ນ, ບໍລິສັດ ຈຶ່ງໄດ້ສ້າງກິດຈະກຳທີ່ເປັນໂຄງການ “ ຄືນສີຂຽວໃຫ້ທຳມະຊາດ ( Save The World ) ” ຂຶ້ນມາເພື່ອປະກອບສ່ວນໃນການຮັກສາປ່າໄມ້. ໂຄງການດັ່ງກ່າວໄດ້ເລີ່ມປະຕິບັດມາແຕ່ປີ 2012 ເປັນຕົ້ນມາ ໂດຍແຕ່ລະປີໄດ້ຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອຮ່ວມກັນດຳເນີນກິດຈະກຳປູກຕົ້ນໄມ້ໃນແຕ່ລະປີ ໂດຍເປົ້າໝາຍແມ່ນຕ້ອງປູກຕົ້ນໄມ້ໃຫ້ໄດ້ 5 ພັນເບ້ຍຕໍ່ປີ ຕາມເນື້ອທີ່ປ່າຊຸດໂຊມ ຫຼື ໃນເຂດປ່າສະຫງວນຂອງເຂດນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ. ສໍາລັບປີນີ້ບໍລິສັດໄດ້ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ນວ, ເຂດເມືອງໄຊທານີ ໂດຍເອົາບໍລິເວນປ່າພື້ນຟູຂອງເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເຂດບ້ານນາຄັນທຸງເປັນບ່ອນປູກ ເຊິ່ງມີເບ້ຍໄມ້ 3 ປະເພດ ຄື: ໄມ້ດູ່, ໄມ້ແຕ້ຂ່າ ແລະ ໄມ້ກະຖິນນະລົງ ຈຳນວນ  5 ພັນເບ້ຍ ກວມເຂດປູກປ່າປະມານ 5    ເຮັກຕາ ໂດຍໃຊ້ງົບປະມານທັງໝົດ 20.800.000 ກີບ. ນອກຈາກນີ້, ກໍໄດ້ນໍາອຸປະກອນການຮຽນ, ອາຫານ ແລະ ນໍ້າຈໍານວນໜຶ່ງມອບໃຫ້ແກ່ນ້ອງໆນັກຮຽນໃນຂົງເຂດບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ຄໍາຕັນ ປະຊາຊົນບ້ານນາຄັນທຸງ ກ່າວວ່າ: ວັນປູກຕົ້ນໄມ້ແຫ່ງຊາດໃນທຸກໆປີຕົນເອງແມ່ນໄດ້ປະກອບສ່ວນປູກຢ່າງໜ້ອຍ 1 ຕົ້ນ ເພື່ອເຮັດໃຫ້ປະເທດເຮົາໄດ້ກັບມາມີປ່າໄມ້ທີ່ອຸດົມສົມບູນອີກຄັ້ງ ແລະ ຍັງເປັນການປູກທົດແທນຕົ້ນໄມ້ທີ່ຖືກຕັດໄປ ສະເພາະປີນີ້ໄດ້ມາຮ່ວມກິດຈະກໍາທີ່ ບໍລິສັດ ປີໂຕຣລ້ຽມ ເປັນຜູ້ສະໜັບສະໜູນຊື້ເບ້ຍໄມ້ໃຫ້ ເຊິ່ງຖືວ່າເປັນສິ່ງທີ່ດີທີ່ບັນດານັກທຸລະກິດເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້ລາວເຮົາ ເວົ້າລວມ, ເວົ້າສະເພາະກໍແມ່ນປ່າສະຫງວນພູເຂົາຄວາຍແຫ່ງນີ້ ແລະ ກໍຫວັງວ່າຈະມີກິດຈະກໍາດີໆແບບນີ້ອີກໃນຕໍ່ໜ້າ.

( ຮູບ – ຂ່າວ: ເອຢິບ )