ທົ່ວທຸກພາກ ກຽມຮັບມືກັບສະພາບຝົນຕົກໜັກແຕ່ມື້ອື່ນເປັນຕົ້ນໄປ

53

 

ອຸຕຸຄາດອາທິດນີ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈິ່ງຝາກເຖິງປະຊາຊົນກຽມຮັບມືກັບສະພາບອາກາດດັ່ງກ່າວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ຍັງສືບຕໍ່ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕໍ່າສຸດ 16-23 ອົງສາ ແລະ ສູງສຸດ 28-30 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼາຍຂຶ້ນພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກກາງ: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ, ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ, ແລະ ເມືອງນາກາຍ: ໄລຍະວັນທີ 5 ຫາ 9 ມິຖຸນາ ອາກາດຈະຮ້ອນໃນຕອນບ່າຍ, ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.
ພາກໃຕ້: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຍັງຈະມີຝົນຕົກຢູ່ທ່ົວໄປເປັນບໍລິເວນກວ້າງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 5 ຫາ 9 ມິຖຸນາ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມຫຼາຍຂຶ້ນ ຍ້ອນກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງຂຶ້ນພັດປົກຄຸມ.