ທົ່ວປະເທດຕັ້ງໜ້າປູກໄມ້ໃຫ້ບັນລຸ 1,7 ລ້ານເບ້ຍ

66

ຍຸດທະສາດປົກຫຸ້ມປ່າໄມ້ 70% ໃນປີ 2020 ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2005 ເຊິ່ງຈະມີການປະເມີນຜົນວຽກງານດັ່ງກ່າວໃນທຸກໆ 5 ປີ, ຈາກການປະເມີນຜົນໃນປີ 2015ຜ່ານມາ ລະດັບການປົກຫຸ້ມປ່າໄມ້ຢູ່ທີ່ 58% ແລະ ຈະປະເມີນຜົນໃນຮອບ 5 ປີ ອີກຄັ້ງໃນປີ 2020 ເຊິ່ງໃນວັນປູກຕົ້ນໄມ້ແຫ່ງຊາດຂອງປີນີ້ທົ່ວປະເທດກໍໄດ້ພ້ອມກັນຈັດກິດຈະກໍາປູກໄມ້ໃຫ້ບັນລຸ 1,7 ລ້ານເບ້ຍ ໃນເນື້ອທີ່ເກືອບ 9 ພັນເຮັກຕາ.

ໃນປີ 2019 ແຂວງບໍລິຄຳໄຊ ຕັ້ງເປົ້າປູກໄມ້ໃຫ້ໄດ້ 21 ພັນກວ່າເບ້ຍ, ສະເພາະວັນທີ 1 ມິຖຸນາ ຈະປູກໃຫ້ໄດ້ 620 ເບ້ຍ ເຊິ່ງໄດ້ແບ່ງການປູກອອກເປັນ 2 ຈຸດ ຄື: ຢູ່ໂຮງຮຽນເຕັກນິກວິຊາຊີບ ແລະ ໂຮງຮຽນ ມສ ສົມມຸງຄຸນ ໃນເນື້ອທີ່ 0,5 ເຮັກຕາ. ສຳລັບແຜນການປູກໄມ້ ແລະ ຟື້ນຟູປ່າຂອງແຂວງໃນປີ 2019 ນີ້ ແມ່ນໃຫ້ແຕ່ລະພະແນກການ, ສຳນັກງານອົງການທັງພາກລັດ ແລະ ເອກະຊົນ ພາຍໃນແຂວງຈັດຕັ້ງປູກເບ້ຍໄມ້ໃຫ້ໄດ້ທັງໝົດ 300 ເຮັກຕາ.

ສໍາລັບແຂວງຜົ້ງສາລີ ມີແຜນປູກຕົ້ນໄມ້ຢູ່ 26 ຈຸດ ໃນເນື້ອທີ່ທັງໝົດ 29,27 ເຮັກຕາ ເບ້ຍໄມ້ທັງໝົດ 21.688 ເບ້ຍ. ໃນນີ້, ຈະປູກໄມ້ປະດັບ 6.121 ເບ້ຍ, ໄມ້ອຸດສາຫະກຳ 10.499 ເບ້ຍ ແລະ ໄມ້ໃຫ້ໝາກ 5.068 ເບ້ຍ.

ສ່ວນແຂວງຄໍາມ່ວນ ໃນປີ 2019 ຕາມແຜນແມ່ນປູກຕົ້ນໄມ້ໃຫ້ໄດ້ 805 ເຮັກຕາ ເຊິ່ງກຳລັງຈັດຕັ້ງປະຕິບັດ ແຕ່ຄາດຄະເນວ່າອາດຈະລື່ນແຜນ, ສົມທຽບປີ 2018 ຕາມແຜນ 750 ເຮັກຕາ ແຕ່ ປະຕິບັດໄດ້ 1.851 ເຮັກຕາ. ນອກຈາກນີ້, ຍັງຈະປູກຢູ່ສະຖານທີ່ສວນປູກໄມ້ຂອງ ບໍລິສັດ ແມ່ຂອງປູກໄມ້ອຸດສາຫະກໍາ ຈໍາກັດ ໃນເນື້ອທີ່ 5 ເຮັກຕາ​ ເບ້ຍໄມ້ຈໍານວນ 6.655 ເບ້ຍ ສ່ວນຫຼາຍແມ່ນໄມ້ວິກ. ພ້ອມດຽວກັນນີ້, ກໍໄດ້ກໍານົດເນື້ອທີ່ປູກຕົ້ນໄມ້ໃນວັນທີ 1 ມິຖຸນາ 2019 ຈໍານວນ 14 ເຮັກຕາ ສະເພາະ ບໍລິສັດ ແມ່ຂອງ ແມ່ນ 520 ເຮັກຕາ, ສະເພາະຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແມ່ນມີແຜນຈະແຈກຢາຍເບ້ຍໄມ້ປະມານ 5 ພັນເບ້ຍ. ໃນນັ້ນ, ປະກອບມີໄມ້ອຸດສາຫະກໍາ ,ໄມ້ປະດັບ, ໄມ້ພື້ນເມືອງ ( ໄມ້ໃຫ້ໝາກ ), ໄມ້ດູ່, ໄມ້ແຕ້.

ໃນຂະນະທີ່ແຂວງໄຊຍະບູລີ ສໍາລັບປີ 2019 ນີ້ເມືອງໄຊຍະບູລີ ມີແຜນປູກໄມ້ໄດ້ 103 ເຮັກຕາ ພ້ອມທັງຟື້ນຟູປ່າໄດ້ 1.055 ເຮັກຕາ ສະເພາະວັນປູກຕົ້ນໄມ້ປີນີ້ປູກໃຫ້ໄດ້ 3 ເຮັກຕາ ແລະ ປູກໄມ້ໃຫ້ໄດ້ 25 ພັນກວ່າເບ້ຍ.

ນອກຈາກນີ້, ແຂວງອັດຕະປື ກໍຈັດພິທີປູກຕົ້ນໄມ້ໃນເນື້ອທີ່ 5 ເຮັກຕາ ເບ້ຍໄມ້ທີ່ນໍາໄປປູກແມ່ນເລັ່ງໃສ່ເບ້ຍໄມ້ຂະຍຸງເປັນສ່ວນໃຫຍ່ ມີທັງໝົດ 2 ພັນກວ່າເບ້ຍ. ເຖິງຢ່າງໃດກໍຕາມ, ອີງຕາມການຢັ້ງຢືນຈາກຫົວໜ້າພະແນກກະສິກຳ – ປ່າໄມ້ ໃນປີ 2019 ນີ້ທົ່ວແຂວງອັດຕະປື ຈະເລັ່ງໃສ່ປູກເບ້ຍໄມ້ທີ່ໃກ້ຈະສູນພັນ, ໄມ້ອຸດສາຫະກໍາ ແລະ ໄມ້ປະດັບຊະນິດຕ່າງໆ ລວມມີຈຳນວນສູງເຖິງ 325.000 ເບ້ຍ. ໃນນີ້, ແຂວງອັດຕະປື ຈະປູກໄມ້ທຳມະຊາດທີ່ໃກ້ຈະສູນພັນໃຫ້ໄດ້ໃນເນື້ອທີ່ 800 ເຮັກຕາ.

ພ້ອມດຽວກັນນັ້ນ, ແຂວງຫົວພັນ ໂດຍສະເພາະແມ່ນເມືອງຊໍາເໜືອ ກໍານົດເນື້ອທີ່ປູກຕົ້ນໄມ້ ຈຳນວນ 2 ເຮັກຕາ, ເບ້ຍໄມ້ 7 ຮ້ອຍກວ່າເບ້ຍ, ຕົ້ນໄມ້ທີ່ນຳມາປູກມີ 2 ຊະນິດ ຄື: ຕົ້ນຄາຍປ່າ ແລະ ຕົ້ນດອກບານ.

ສະເພາະນະຄອນຫຼວງວຽງຈັນ ກໍມີທັງພາກລັດ ແລະ ຜູ້ປະກອບການທີ່ຮ່ວມກັນຈັດກິດຈະກໍາປູກຕົ້ນໄມ້ຂຶ້ນໃນເນື້ອທີ່ຫຼາຍເຮັກຕາເຊັ່ນດຽວກັນ ເປັນຕົ້ນແມ່ນ​ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປູກໃນເນື້ອທີ່ 5 ເຮັກຕາ​ ເບ້ຍໄມ້ຈໍານວນ 4 ພັນກວ່າເບ້ຍ; ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ປູກໄມ້ຈໍານວນ 5 ພັນເບ້ຍ​ ໃນເນື້ອທີ່ 5 ເຮັກຕາ, ສວນພຶກສາ ປູກໃນເນື້ອທີ່ 2 ເຮັກຕາ, ເບ້ຍໄມ້ຈໍານວນ 10 ພັນກວ່າເບ້ຍ.