ລັດຖະບານ ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ ກຸ່ມບໍລິສັດ AMZ ຈຳກັດ

39

ໂດຍອີງຕາມລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ III, ສະບັບເລກທີ 155/ປປທ ລົງວັນທີ 11 ກຸມພາ 2019 ແລະ ອີງຕາມໃບມອບສິດ ສະບັບເລກທີ 225/ນຍ ລົງວັນທີ 4 ທັນວາ 2018 ມອບສິດໃຫ້ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ        ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ ກຸ່ມບໍລິສັດ AMZ ຈຳກັດ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ ( LEED ).

ຫຼ້າສຸດເມື່ອວັນທີ 31 ພຶດສະພາ 2019 ຜ່ານມາ, ຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ ທ່ານ ອາລິວັນ ສີທາລາ ປະທານ ກຸ່ມບໍລິສັດ AMZ ຈຳກັດ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ ( LEED ) ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ປີ 2016 ມາເຖິງປັດຈຸບັນໄດ້ສໍາເລັດເປັນຢ່າງດີ ຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນໃນການພັດທະນາປະເທດຊາດ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ ທ່ານ Nobuyuki AOKI ປະທານ ບໍລິສັດ Marunouchi Co.,ltd ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ ( LEED ) ເຊັ່ນດຽວກັນ.

[ ຂ່າວ: ສົມສະຫວິນ; ຮູບ: ບຸນທັນ ]