ຜູ້ນໍາລາວ – ຍີ່ປຸ່ນ ຮ່ວມເປັນສັກຂີພິຍານການເຊັນສັນຍາການຮ່ວມມືຊ່ວຍເຫຼືອລະຫວ່າງສອງປະເທດ

79

ເນື່ອງໃນໂອກາດ ພະນະ ທ່ານ   ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25 ພາຍໃຕ້ຫົວ ຂໍ້: “ ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ່ນວາຍໃນໂລກ ( Seeking a new global order – overcoming the chaos ) ”, ໃນວັນທີ 30 – 31 ພຶດສະພາ 2019 ທີ່ໂຕກຽວ ປະເທດຍີ່ປຸ່ນ ແລະ ຍັງໄດ້ຮ່ວມເປັນສັກຂີພິຍານເຊັນສັນຍາການຮ່ວມມືຊ່ວຍເຫຼືອລະຫວ່າງສອງປະເທດ.

ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການຄວາມສັບສົນວຸ່ນວາຍທີ່ພວມເກີດຂຶ້ນໃນປັດຈຸບັນ ແລະ ໄດ້ສະແດງທັດສະນະ ແລະ ວິໄສທັດ ເພື່ອແກ້ໄຂຄວາມຫຍຸ້ງຍາກສັບສົນດັ່ງກ່າວ ດ້ວຍຂໍ້ລິເລີ່ມ ແລະ ກົນໄກການຮ່ວມມືທີ່ມີຄວາມຍຸຕິທໍາ, ໂປ່ງໃສ, ເທົ່າທຽມກັນ ແລະ ບໍ່ຂຶ້ນກັບປະເທດໃດໜຶ່ງ ຫຼື ກຸ່ມເສດຖະກິດໃດໜຶ່ງ ບົນພື້ນຖານການມີສ່ວນຮ່ວມຂອງປະຊາຄົມໃນທົ່ວໂລກ ເພື່ອຈະນໍາພາໂລກນີ້ກ້າວໄປສູ່ໂລກແຫ່ງໂລກາພິວັດທີ່ມີຄຸນນະພາບສູງ, ຍືນຍົງ, ມີຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ຄົງຮັກສາໄວ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນໂລກ.

ໂອກາດດັ່ງກ່າວ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ພະນະ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ປຶກສາຫາລື ເພື່ອເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ. ນອກນັ້ນ, ຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດແມ່ນ້ຳ   ຂອງ – ຍີ່ປຸ່ນ ຄັ້ງທີ 10 ພາຍໃຕ້ການເປັນເຈົ້າພາບຂອງຍີ່ປຸ່ນ ໃນເດືອນຕຸລາ 2018 ທີ່ໂຕກຽວ ຜ່ານມາ ແລະ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2018 ເພື່ອການຮ່ວມມືແມ່ນ້ຳຂອງ – ຍີ່ປຸ່ນ ( Tokyo Strategy 2018 for Mekong – Japan Cooperation ) ໃຫ້ປະສົບຜົນສຳເລັດ. ພ້ອມດຽວກັນນີ້, ໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ສະບັບ ຄື: ໂຄງການພັດທະນາຊັບພະຍາກອນມະນຸດ ມີມູນຄ່າ 308 ລ້ານເຢນ ເຊິ່ງແມ່ນໂຄງການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ແລະ ການປັບປຸງສົນທິສັນຍາຂົນສົ່ງທາງອາກາດສອງຝ່າຍ ສປປ ລາວ ແລະ   ຍີ່ປຸ່ນ, ຮ່ວມລົງນາມໂດຍ ທ່ານ ວິໂຣດ     ສຸນດາຣາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ, ຕາງໜ້າລັດຖະບານລາວ ແລະ ທ່ານ ຕາເກຊິ ຮິກິຣາລະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າລັດຖະບານຍີ່ປຸ່ນ ໂດຍການເປັນສັກຂີພິຍານຂອງສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ  ຍີ່ປຸ່ນ.

ພະນະ ທ່ານ ນາຍົກລັດຖະມົນຕີ    ທອງລຸນ ສີສຸລິດ ໄດ້ໃຫ້ສໍາພາດຕໍ່ໜັງສືພິມ ແລະ ໂທລະພາບ ນິກເກ ກ່ຽວກັບ ສະພາບການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃນປັດຈຸບັນ ແລະ ທັດສະນະຕໍ່ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ບັນດາປະເທດຕ່າງໆໃນພາກພື້ນ ລວມທັງຍີ່ປຸ່ນ ໃນປັດຈຸບັນກໍຄືໃນອະນາຄົດ ແລະ ຮັບການເຂົ້າຢ້ຽມຄຳນັບຂອງປະທານອົງການ JETRO ແລະ ບໍລິສັດຂອງ ຍີ່ປຸ່ນ ຈໍານວນໜຶ່ງ.

ການເຄື່ອນໄຫວຂອງ ພະນະ ທ່ານ ນາຍົກລັດຖະມົນຕີ ຢູ່ ຍີ່ປຸ່ນ ໃນເທື່ອນີ້ເປັນກາລະໂອກາດອັນດີໃນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ ໂດຍສະເພາະການດຶງດູດການລົງທຶນຈາກ ຍີ່ປຸ່ນ ໃຫ້ນັບມື້ຫຼາຍຂຶ້ນ.