ແບ່ງປັນວິໄສທັດຂອງເດັກນ້ອຍໃນປີ 2030

41

ວັນທີ 31 ພຶດສະພາ 2019 ຄະນະ ກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ – ເດັກ            ( ຄຊກມດ ) ຮ່ວມກັບ ອົງການ ຢູນິເຊັບ ( UNICEF ) ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນທັງເປັນການເປີດເວທີໃຫ້ເດັກໄດ້ປະກອບຄໍາເຫັນກ່ຽວກັບວິໄສທັດໃນປີ 2030, ສິ່ງທ້າທາຍ ແລະ ວິທີແກ້ໄຂບັນຫາຂຶ້ນຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ      ທັງເປັນປະທານ ( ຄຊກມດ ), ທ່ານ ນາງ  ອິນລາວັນ ແກ້ວບຸນພັນ ປະທານສະ    ຫະພັນແມ່ຍິງ ທັງເປັນຮອງປະທານ        ( ຄຊກມດ ), ທ່ານ ນາງ ເປຍ ບຣີສໂຕ ຮັກສາການຮອງຜູ້ຕາງໜ້າອົງການ ຢູນິເຊັບ ແລະ ບັນດານ້ອງໆນັກຮຽນຕົວແທນຈາກ 20 ໂຮງຮຽນທົ່ວປະເທດ.

ນາງ ວິນັດດາ ປັນຍາວັດທະນະສິນ ອາຍຸ 15 ປີ ໄດ້ເວົ້າວ່າ: ຕ້ອງການໃຫ້ເດັກທຸກໆຄົນໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ໄດ້ຮັບການສົ່ງເສີມສະໜັບສະໜູນໃນການຮຽນຮູ້ໃນປີ 2030, ຂ້ອຍຢາກໃຫ້ ສປປ ລາວ ຮຽນຮູ້ຈາກບັນດາປະເທດອື່ນໆທີ່ເດັກໄດ້ຊຸດນັກຮຽນ, ອຸປະກອນໂຮງຮຽນບໍ່ເສຍຄ່າໃຊ້ຈ່າຍຫຍັງໝົດ ແລະ ສາມາດເຂົ້າເຖິງເຕັກໂນໂລຊີໃນການຮຽນຮູ້ໃນຊີວິດປະຈໍາວັນ.

ທ້າວ ສະເຫຼີມໄຊ ສີວົງສາ ອາຍຸ 15 ປີ ໄດ້ເວົ້າວ່າ: ຢາກເຫັນພະນັກງານແພດມີຄຸນນະພາບ, ມີອຸປະກອນການແພດ ແລະ ມີເຕັກໂນໂລຊີທີ່ດີ. ພ້ອມກັນນັ້ນ, ຍັງຮັບປະກັນການເຂົ້າເຖິງການບໍລິການດ້ານສຸຂະພາບທີ່ມີຄຸນນະພາບສໍາລັບເດັກໃນຊົນນະບົດ ແລະ ສິ່ງສໍາຄັນທີ່ພວກເຂົາຕ້ອງການໂອກາດໃຫ້ເທົ່າທຽມກັນໃນການເຕີບໂຕຢ່າງມີຄຸນນະພາບ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ( ຄຊກມດ ) ໄດ້ກ່າວວ່າ: ຜ່ານການສະເໜີຄໍາເຫັນຂອງເດັກເຫັນໄດ້ວ່າມີການເຊື່ອມສານເອົາເນື້ອໃນສົນທິສັນຍາວ່າດ້ວຍສິດທິເດັກ ວ່າດ້ວຍສິດທິເດັກ ກັບ ເປົ້າໝາຍການພັດທະນາແບບຍືນຍົງໃນ 5 ດ້ານ. ຄຊກມດ ກໍໄດ້ປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດກ່ຽວກັບເດັກສາມາດຍາດໄດ້ຜົນສໍາເລັດຫຼາຍຢ່າງ ເຊັ່ນ: ໄດ້ປະຕິບັດພັນທະຂອງ ສປປ ລາວ ພາຍໃຕ້ສົນທິສັນຍາວ່າດ້ວຍສິດທິເດັກ, ໄດ້ຮ່ວມກັບບັນດາກະຊວງພ້ອມຂະແໜງການກ່ຽວຂ້ອງຈັດສະເຫຼີມສະຫຼອງວັນເດັກໂລກ 20 ພະຈິກ 2018 ເປັນຄັ້ງທໍາອິດໃນ ສປປ ລາວ, ວຽກງານແຮງງານ ແລະ ສະຫວັດດີການ – ສັງຄົມ ໄດ້ກໍານົດວຽກທີ່ເປັນອັນຕະລາຍທີ່ຫ້າມໃຊ້ແຮງງານເດັກ, ວຽກງານສາທາລະນະສຸກກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ສຸຂະພາບແມ່ – ເດັກ, ວຽກງານກະສິກໍາ ແລະ ປ່າໄມ້ ໂດຍປະຕິບັດຕາມທິດການພັດທະນາສີຂຽວ ແລະ ຍືນຍົງ.

ທ່ານ ນາງ ເປຍ ບຣີສໂຕ ຮັກສາການຮອງຜູ້ຕາງໜ້າ ອົງການ ຢູນິເຊັບ ໄດ້ກ່າວວ່າ: ປີ 2019 ຈະເປັນຈຸດເລີ່ມຕົ້ນຂອງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ 9 ສໍາລັບການກໍ່ສ້າງຊັບພະຍາກອນມະນຸດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ແລະ ເປັນການສັງລວມກ່ຽວກັບຄວາມຄືບໜ້າໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ( CRC ). ພວກເຂົາຍັງຈະກາຍເປັນຜູ້ໃຫຍ່ທີ່ຈະເປັນຜູ້ນຳຂອງການປ່ຽນແປງເພື່ອສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດໃນອະນາຄົດ. ເດັກແມ່ນຜູ້ຊ່ຽວຊານໃນການມີຊີວິດ ແລະ ມີປະສົບການຂອງເຂົາເຈົ້າເອງດັ່ງທີ່ໄດ້ລະບຸໄວ້ໃນມາດຕາ 12 ຂອງສົນທິສັນຍາ ວ່າດ້ວຍສິດທິຂອງເດັກ ຄື: ເດັກທຸກໆຄົນ ແລະ ໄວໜຸ່ມທີ່ມີອາຍຸຕໍ່າກວ່າ 18 ປີ ມີສິດເທົ່າທຽມກັນໃນການເຂົ້າຮ່ວມ ແລະ ສະແດງຄວາມຄິດເຫັນໃນທຸກວຽກທີ່ກ່ຽວຂ້ອງກັບຊີວິດຂອງເຂົາເຈົ້າເອງ.